ມະຕິຕົກລົງ
ຂອງຄະນະປະຈຳພັກແຂວງ ວ່າດ້ວຍການຈັດຕັ້ງ,
ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຄະນະໂຄສະນາອົບຮົມແຂວງ
- ອີງຕາມ ມະຕິຕົກລົງຂອງກົມການເມືອງສູນກາງພັກສະບັບເລກທີ 04/ກມສພ, ລົງວັນທີ 21/03/2013 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງຄະນະໂຄສະນາອົບຮົມສູນກາງພັກ.
- ອີງຕາມ ແຈ້ງການແນະນຳຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 05/ຄອສພ, ລົງວັນທີ 31 ມີນາ 2014 ວ່າດ້ວຍການນຳໃຊ້ຮ່າງພາລະບົດບາດ ຂອງຄະນະໂຄສະນາອົບຮົມແຂວງ ສະບັບປັບປຸງໃໝ່.
- ອີງຕາມ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນສະເພາະໜ້າ ແລະ ຍາວນານ ຂອງຄະນະໂຄສະນາອົບຮົມແຂວງ.
ຄະນະປະຈຳພັກແຂວງຕົກລົງ.
ໝວດທີ I
ວ່າດ້ວຍທີ່ຕັ້ງ ແລະ ພາລະບົດບາດ.
ມາດຕາ 01: ວ່າດ້ວຍທີ່ຕັ້ງ.
ຄະນະໂຄສະນາອົບຮົມແຂວງ ຂຽນຊື່ຫຍໍ້ດ້ວຍຕົວອັກສອນ (ຄອຂ) ແມ່ນອົງການຈັດຕັ້ງໜຶ່ງຂອງພັກ, ມີຖານະເທົ່າທຽມກັບບັນດາພະແນກການ, ອົງການຕ່າງໆຂັ້ນແຂວງ.
ມາດຕາ 02: ວ່າດ້ວຍພາລະບົດບາດ.
ຄະນະໂຄສະນາອົບຮົມແຂວງ ມີພາລະບົດບາດເປັນເສນາທິການ ແລະ ເປັນອົງການວິຊາສະເພາະໃຫ້ແກ່ຄະນະບໍລິຫານງານພັກແຂວງ ໃນດ້ານການດຳເນີນວຽກງານໂຄສະນາອົບຮົມ ກໍຄືວຽກງານການເມືອງ-ແນວຄິດ; ຊ່ວຍຄະນະພັກໃນການສ້າງແຜນການ, ໂຄງການວຽກງານການເມືອງ-ແນວຄິດ, ທັງເປັນຜູ້ດຳເນີນການເຮັດຕົວຈິງໃນການປະຕິບັດ, ເຜີຍແຜ່ເຊື່ອມຊຶມບັນດາແນວທາງ, ມະຕິ, ຄຳ ສັ່ງຂອງສູນກາງ, ຂອງແຂວງ ພ້ອມທັງຕິດຕາມ, ກວດກາ, ຊກຍູ້, ຕີລາຄາ ແລະ ສະຫຼຸບລາຍງານສະພາບ, ຮັບປະກັນໃຫ້ວຽກງານໂຄສະນາອົບຮົມ ກໍຄືວຽກງານການເມືອງ-ແນວຄິດຂອງຄະນະພັກ ເປັນໄປຕາມຫຼັກການລວມສູນເປັນເອກະພາບ.
ໝວດທີ II
ວ່າດ້ວຍໜ້າທີ່ ແລະ ຂອບເຂດສິດ.
ມາດຕາ 03: ວ່າດ້ວຍໜ້າທີ່.
1. ປະຕິບັດແນວທາງ, ມະຕິຂອງພັກ ກ່ຽວກັບວຽກງານການເມືອງ-ແນວຄິດ ກໍຄືການຊີ້ນຳ-ນຳພາ ຂອງຄະນະໂຄສະນາອົບຮົມສູນກາງພັກ, ຄະນະພັກແຂວງຢ່າງເປັນເຈົ້າການ, ເຂັ້ມງວດ ແລະ ມີປະສິດ ທິຜົນ.
2. ຫັນເອົາມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ໃຫ້ເປັນອັນລະອຽດ, ໂຄງການ, ແຜນການ ເພື່ອສ້າງເປັນເອກະສານເຜີຍແຜ່ໃຫ້ເປົ້າໝາຍຕ່າງໆ ໃນຄວາມຮັບຜິດຊອບຂອງຕົນ.
3. ຂຶ້ນແຜນການ, ໂຄງການ ໃນການບຳລຸງສ້າງຖັນແຖວພະນັກງານ ຜູ້ທີ່ເຮັດວຽກງານການເມືອງ-ແນວຄິດ, ນັກໂຄສະນາປາຖະກະຖາໃຫ້ຮັບປະກັນທັງດ້ານປະລິມານ ແລະ ຄຸນນະພາບ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີການເມືອງໃນໄລຍະໃໝ່.
4. ນຳເອົາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ເອກະສານໂຄສະນາປາຖະກະຖາໂອກາດວັນສຳຄັນຂອງຊາດ, ຂອງພັກ, ຂອງການນຳຂັ້ນສູງ ກໍ່ຄືສະພາບການທີ່ພົ້ນເດັ່ນຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອໂຄສະນາປາຖະກະຖາ, ເຊື່ອມຊຶມໃຫ້ພະນັກງານ, ສະມາຊິກພັກ, ທະຫານ-ຕ່ຳຫຼວດ, ພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆໃນທົ່ວແຂວງຮັບຮູ້ ແລະ ເຂົ້າໃຈ.
5. ຈັດຊຸດຝຶກອົບຮົມໃຫ້ພະນັກງານ, ສະມາຊິກພັກ ແລະ ພະນັກງານຂັ້ນຮາກຖານ ຕາມເນື້ອໃນເອ ກະສານອົບຮົມສະມາຊິກພັກ, ເປົ້າໝາຍຂະຫຍາຍເຂົ້າພັກ, ເອກະສານອົບຮົມພະນັກງານຂັ້ນຮາກ ຖານ ແລະ ເອກະສານອື່ນໆໃຫ້ແກ່ເປົ້າໝາຍຕ່າງໆຢ່າງທົ່ວເຖິງ.
6. ກຳແໜ້ນສະພາບແນວຄິດ, ຫາງສຽງສັງຄົມ, ຖ້ອຍທໍານອງຂອງກຸ່ມຄົນບໍ່ດີ ເພື່ອສ່ອງແສງລາຍ ງານໃຫ້ຂັ້ນເທິງ ເປັນປົກກະຕິ ແລະ ສະເໜີວິທີການ, ມາດຕະການແກ້ໄຂຢ່າງທັນການ.
7. ປະສານສົມທົບກັບຄະນະພັກເມືອງ, ຄະນະໂຄສະນາອົບຮົມເມືອງ ເພື່ອສຶກສາອົບຮົມການເມືອງ-ແນວຄິດຢູ່ອ້ອມຂ້າງເມືອງ ແລະ ຮາກຖານບ້ານຢ່າງທົ່ວເຖິງ.
8. ສະຫຼຸບສັງລວມວຽກງານການເມືອງ-ແນວຄິດ, ຈັດຕັ້ງບຳລຸງ, ແນະນຳດ້ານວິຊາການ, ສະໜອງເອກະສານທີ່ຈຳເປັນໃຫ້ແກ່ຄະນະໂຄສະນາອົບຮົມເມືອງ ແລະ ຂະແໜງການຕ່າງໆຢູ່ອ້ອມຂ້າງແຂວງ.
ມາດຕາ 04: ຂອບເຂດສິດ.
1. ພົວພັນປະສານສົມທົບ, ຕິດຕາມກວດກາ, ຊຸກຍູ້, ປະກອບຄຳຄິດຄຳເຫັນກ່ຽວກັບແຜນການ, ໂຄງການ ແລະ ການປັບປຸງສັບຊ້ອນບຸກຄະລາກອນຂອງຄະນະໂຄສະນາອົບຮົມແຂວງ, ຄະນະໂຄສະນາອົບຮົມເມືອງ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ.
2. ເຂົ້າຮ່ວມກອງປະຊຸມ ແລະ ປະກອບຄຳຄິດເຫັນ ທີ່ພົວພັນເຖິງວຽກງານການເມືອງ-ແນວຄິດທີ່ຂັ້ນເທິງ, ຂະແໜງການ, ອົງການ ແລະ ບັນດາເມືອງຈັດຂຶ້ນ.
3. ອອກຄຳແນະນຳ ແລະ ແຈ້ງການຕ່າງໆເຖິງຄະນະພັກ, ຂະແໜງການ-ອົງການຕ່າງໆອ້ອມຂ້າງແຂວງ ແລະ ຂັ້ນເມືອງກ່ຽວກັບວຽກງານໂຄສະນາອົບຮົມ.
4. ຮຽກໂຮມກອງປະຊຸມພະນັກງານໂຄສະນາ ຫຼື ຜູ້ຮັບຜິດຊອບວຽກງານການເມືອງ-ແນວຄິດຈາກທ້ອງຖິ່ນ, ຂະແໜງການ-ອົງການອ້ອມຂ້າງແຂວງ ເພື່ອປຶກສາຫາລື, ຄົ້ນຄວ້າ, ເຜີຍແຜ່, ແນະນຳກ່ຽວກັບທິດທາງ, ວິທີການ ແລະ ມາດຕະການດຳເນີນວຽກງານໂຄສະນາອົບຮົມ.
5. ຕົກລົງບັນຫາພາຍໃນຄະນະໂຄສະນາອົບຮົມແຂວງ ເປັນຕົ້ນແມ່ນວຽກງານໂຄສະນາ, ການປັບປຸງກົງຈັກການຈັດຕັ້ງ, ການປະຕິບັດນະໂຍບາຍ, ການກໍ່ສ້າງ, ການບຳລຸງຍົກລະດັບຄວາມຮູ້-ຄວາມສາມາດດ້ານຕ່າງໆ ຂອງພະນັກງານ-ລັດຖະກອນໃນຄວາມຮັບຜິດຊອບຂອງຕົນ.
6. ຈັດຕັ້ງປະຕິບັດງົບປະມານ, ຂະແໜງການຂອງຕົນໃຫ້ຖືກຕ້ອງຕາມລະບຽບຫຼັກການ ແລະ ການນຳໃຊ້ພາຫະນະ, ວັດຖຸອຸປະກອນຕ່າງໆທີ່ພັກ-ລັດມອບໝາຍ ໃຫ້ມີປະສິດທິຜົນ.
ໝວດທີ III
ວ່າດ້ວຍກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ.
ມາດຕາ 05: ໂຄງປະກອບການຈັດຕັ້ງ
ໂຄງປະກອບກົງຈັກການຈັດຕັ້ງຂອງຄະນະໂຄສະນາອົບຮົມແຂວງປະກອບມີ 1 ຫ້ອງການ ແລະ 3 ຂະແໜງ ການຄື:
ມາດຕາ 06: ໂຄງປະກອບບຸກຄະລາກອນ.
1. ຄະນະໂຄສະນາອົບຮົມແຂວງ ປະກອບດ້ວຍ: ຫົວໜ້າ 1 ທ່ານ ແລະ ຮອງຫົວໜ້າ 3 ທ່ານ ຊຶ່ງໄດ້ຮັບການແຕ່ງຕັ້ງ ຫຼືປົດຕຳແໜ່ງຈາກຄະນະປະຈຳພັກແຂວງ ຕາມການສະເໜີຂອງຄະນະຈັດຕັ້ງແຂວງ.
2. ຫົວໜ້າຄະນະໂຄສະນາອົບຮົມແຂວງ ເປັນຜູ້ຮັບຜິດຊອບໂດຍກົງຕໍ່ຄະນະປະຈຳພັກແຂວງ ກ່ຽວ ກັບວຽກງານການເມືອງ-ແນວຄິດ, ຕິດຕາມກຳແໜ້ນສະພາບແນວຄິດ-ຫາງສຽງສັງຄົມ, ຖ້ອຍທຳ ນອງຂອງກຸ່ມຄົນບໍ່ດີ ແລະ ລາຍງານໃຫ້ຄະນະພັກຂັ້ນເທິງ ພ້ອມທັງມີວິທີການ, ມາດຕະການແກ້ໄຂ.
3. ຫັນແນວທາງ, ມະຕິຕ່າງໆຂອງພັກ, ລະບຽບກົດໝາຍຂອງລັດໃຫ້ເປັນອັນລະອຽດ, ເປັນໂຄງການ, ເປັນເອກະສານເພື່ອສຶກສາອົບຮົມໃຫ້ເປົ້າໝາຍຕ່າງໆ.
4. ຊີ້ນຳການຈັດຕັ້ງຮ່ຳຮຽນພື້ນຖານທິດສະດີມາກ - ເລນິນ, ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດໃນແຕ່ລະໄລຍະຢ່າງເປັນປະຈຳໃຫ້ຄະນະພັກ, ພະນັກງານນຳພາ, ພະນັກງານຫຼັກແຫຼ່ງ, ສະມາ ຊິກພັກ, ລັດຖະກອນ, ນາຍ ແລະ ພົນທະຫານ-ຕ່ຳຫຼວດ ແລະ ປະຊາຊົນບັນດາເຜົ່າ.
5. ຊີ້ນຳ ແລະ ແນະນຳລະບົບການປາຖະກະຖາ ເພື່ອໂຄສະນາປຸກລະດົມ, ການອົບຮົມມູນເຊື້ອຂອງພັກ, ຂອງການປະຕິວັດ, ນ້ຳໃຈສາມັກຄີເປັນເອກະພາບ, ບັນດາລະບົບກົດໝາຍຂອງລັດຕໍ່ທຸກເປົ້າ ໝາຍ.
6. ຊີ້ນຳລວມ ແລະ ລົງເລິກຊີ້ນຳວຽກງານຂະແໜງຄົ້ນຄວ້າ-ສັງລວມ.
7. ຮອງຫົວໜ້າຄະນະໂສະນາອົບຮົມແຂວງ ຜູ້ໜຶ່ງເປັນຜູ້ຊ່ວຍວຽກຫົວໜ້າ ແລະ ຮັບຜິດຊອບໂດຍກົງວຽກງານບໍລິຫານຫ້ອງການ-ການເງິນ.
8. ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງອີກຜູ້ໜຶ່ງ ເປັນຜູ້ຊ່ວຍວຽກຫົວໜ້າ ແລະ ຮັບຜິດຊອບຊີ້ນຳຂະແໜງອົບຮົມ ແລະ ອົງການຈັດຕັ້ງມະຫາຊົນ.
9. ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງອີກຜູ້ໜຶ່ງ ເປັນຜູ້ຊ່ວຍວຽກຫົວໜ້າ ແລະ ຮັບຜິດຊອບຊີ້ນຳຂະແໜງໂຄສະນາ-ປາຖະກະຖາ.
10. ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ຫົວໜ້າ, ຮອງຫົວໜ້າຂະແໜງ ທີ່ໄດ້ຮັບການແຕ່ງຕັ້ງ ຫຼື ປົດຕຳແໜ່ງຈາກຄະນະປະຈຳພັກແຂວງ ໂດຍການເຫັນດີເປັນເອກະພາບ ແລະ ນຳສະເໜີຂອງຄະນະໂຄສະນາອົບຮົມແຂວງ ແລະ ມີພະນັກງານວິຊາການຈຳນວນໜຶ່ງ ຕາມຄວາມຕ້ອງການຂອງຕຳ ແໜ່ງງານ.
ໝວດທີ IV
ວ່າດ້ວຍໜ້າທີ່ຂອງແຕ່ລະຂະແໜງ
ມາດຕາ 07: ໜ້າທີ່ຂອງຫ້ອງການບໍລິຫານ-ການເງິນ
1. ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ພະນັກງານ-ລັດຖະກອນເຊັ່ນ: ບ່ອນເຮັດວຽກ, ສະໜອງວັດຖຸອຸປະກອນ, ເຄື່ອງໃຊ້ຫ້ອງການ, ຄຸ້ມຄອງພາຫະນະ, ອາຄານເຄຫະສະຖານ ແລະ ປ້ອງກັນຄວາມສະຫງົບ, ຄວາມປັນລະບຽບຮຽບຮ້ອຍພາຍໃນສຳນັກງານຂອງຕົນ.
2. ການບໍລິຫານ-ບໍລິການຮັບໃຊ້ວຽກງານເຊັ່ນ: ຂາເຂົ້າ-ຂາອອກ, ສົ່ງເອກະສານ, ປົກປັກຮັກສາ ແລະ ເກັບມ້ຽນເອກະສານ, ການພິມ, ການອັດເອກະສານ ແລະ ອື່ນໆທີ່ກ່ຽວຂ້ອງ.
3. ຄຸ້ມຄອງພະນັກງານ, ການບຳລຸງກໍ່ສ້າງ-ສັບຊ້ອນພະນັກງານ ແລະ ການປະຕິບັດນະໂຍບາຍຕ່າງໆຕໍ່ພະນັກ ງານ-ລັດຖະກອນທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ.
4. ຂຶ້ນແຜນງົບປະມານ ແລະ ຄຸ້ມຄອງນຳໃຊ້ງົບປະມານເຂົ້າໃນວຽກງານຕ່າງໆ ຕາມການຕົກລົງຂອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຂຶ້ນແຜນຄິດໄລ່ເງິນເດືອນພະນັກງານ-ລັດຖະກອນ ໃຫ້ຖືກ ຕ້ອງຕາມລະບຽບຫຼັກການ.
5. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຄະນະໂຄສະນາອົບຮົມແຂວງ.
6. ຕິດຕາມ, ກວດກາເຕັກນິກການເຊື່ອມຕໍ່ລະບົບເຄືອຂ່າຍອີເລັກໂຕຣນິກ ລະຫວ່າງ ຄະນະໂຄສະນາອົບຮົມສູນກາງພັກ, ຄະນະໂຄສະນາອົບຮົມແຂວງ ແລະ ຫ້ອງການໂຄສະນາອົບຮົມເມືອງ.
7. ຈັດຕັ້ງບຳລຸງຍົກລະດັບວິຊາການດ້ານໄອທີ ໃຫ້ພະນັກງານໂຄສະນາອົບຮົມຜູ້ນຳໃຊ້ເຕັກນິກ, ອີເລັກໂຕຣນິກ, ເຕັກໂນໂລຊີທີ່ທັນສະໄໝ.
ມາດຕາ 08: ໜ້າທີ່ຂອງຂະແໜງໂຄສະນາ - ປາຖະກະຖາ
1. ໂຄສະນາເຜີຍແຜ່ແນວທາງ, ນະໂຍບາຍຂອງພັກ-ລັດ, ມູນເຊື້ອຂອງພັກ, ຂອງກອງທັບ, ຂອງຊາດ, ວັນຄ້າຍວັນເກີດຂອງບັນດາທ່ານຜູ້ນຳ, ຜົນສຳເລັດຂອງການປະຕິບັດແນວທາງ, ນະໂຍບາຍຂອງພັກ-ລັດ ແລະ ທ້ອງຖິ່ນຕົນ, ສະພາບການທີ່ພົ້ນເດັ່ນທັງພາຍໃນ ແລະ ຕ່າງປະເທດ ເປັນແຕ່ລະໄລຍະຕາມຄວາມເໝາະສົມ.
2. ເປັນເຈົ້າການປັບປຸງເນື້ອໃນເອກະສານໂຄສະນາປາຖະກະຖາ ທີ່ຄະນະໂຄສະນາອົບຮົມສູນກາງພັກສົ່ງໃຫ້ ເພື່ອໃຫ້ສອດຄ່ອງກັບສະພາບ, ຈຸດພິເສດ ແລະ ແທດເໝາະກັບເປົ້າໝາຍທ້ອງຖິ່ນຕົນ.
3. ເປັນເຈົ້າການສ້າງແຜນການ, ໂຄງການ ແລະ ຂຶ້ນແຜນງົບປະມານ ເພື່ອເຄື່ອນໄຫວວຽກງານໂຄ ສະນາອົບຮົມເປັນແຕ່ລະໄລຍະ.
4. ປະສານສົມທົບກັບຄະນະໂຄສະນາອົບຮົມສູນກາງພັກ ເພື່ອຈັດຕັ້ງ ແລະ ດຳເນີນການຝຶກອົບຮົມຍົກລະດັບ ໃຫ້ພະນັກງານຜູ້ເຮັດວຽກງານໂຄສະນາ-ປາຖະກະຖາ, ໂຄສະນາເຄື່ອນທີ່ ແລະ ໂຄສະນາຜ່ານສື່.
5. ຈັດຕັ້ງດຳເນີນວຽກງານໂຄສະນາເຄື່ອນທີ່ໃຫ້ມີປະສິດທິຜົນສູງ, ປະສານສົມທົບກັບກອງໂຄສະນາເຄື່ອນທີ່ ຂອງຄະນະໂຄສະນາອົບຮົມສູນກາງພັກ ເພື່ອເຄື່ອນໄຫວໂຄສະນາສາຍສາລະຄະດີຕ່າງໆ ແລະ ເກັບກຳຂໍ້ມູນຄອບຄົວຕົວແບບໃນການຜະລິດເປັນສິນຄ້າ, ສ້າງເປັນສາລະຄະດີພາຍໃນທ້ອງຖິ່ນຕົນເປັນແຕ່ລະໄລຍະ.
6. ຊຸກຍູ້, ຕິດຕາມ ການເຄື່ອນໄຫວວຽກງານໂຄສະນາຢ່າງເປັນປົກກະຕິ, ເກັບກຳຂໍ້ມູນຂ່າວສານດ້ານຜົນສຳເລັດໃນການເຄື່ອນໄຫວວຽກງານ ເພື່ອລາຍງານໃຫ້ຄະນະປະຈຳພັກແຂວງ ແລະ ຄະນະໂຄສະນາອົບຮົມສູນກາງພັກ.
7. ຕິດຕາມ, ຄຸ້ມຄອງຮັກສາຫ້ອງສະໝຸດຂອງຄະນະໂຄສະນາອົບຮົມແຂວງ ພ້ອມທັງລະດົມເອກະ ສານປະເພດຕ່າງໆຈາກຄະນະໂຄສະນາອົບຮົມສູນກາງພັກ ແລະ ຈາກບັນດາພະແນກການ, ສຳນັກ ງານອ້ອມຂ້າງແຂວງ ເພື່ອເປັນການດຶງດູດຈິດໃຈຜູ້ອ່ານ ໃຫ້ເຂົ້າມາຊົມໃຊ້ຫ້ອງສະໝຸດຢ່າງເປັນຂະ ບວນກວ້າງຂວາງ ແລະ ຟົດຟື້ນກວ່າເກົ່າ.
ມາດຕາ 09: ໜ້າທີ່ຂອງຂະແໜງອົບຮົມ
1. ຄົ້ນຄວ້າກຳແໜ້ນມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງແຕ່ລະສະໄໝ ເພື່ອສ້າງເປັນເອ ກະສານເຜີຍແຜ່ບັນດາເປົ້າໝາຍຕ່າງໆຢູ່ຂັ້ນແຂວງ, ເມືອງ ໃຫ້ທັນກັບສະພາບການໃນແຕ່ລະໄລຍະ.
2. ຝຶກອົບຮົມບຳລຸງຍົກລະດັບຄວາມຮູ້ທາງດ້ານທິດສະດີ, ແນວທາງໃຫ້ພະນັກງານ-ລັດຖະກອນຢູ່ຂັ້ນແຂວງ, ເມືອງ ຕາມເອກະສານອົບຮົມເປົ້າໝາຍຕ່າງໆ ຂອງກົມອົບຮົມຄະນະໂຄສະນາອົບຮົມສູນກາງພັກ.
3. ຈັດຕັ້ງຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາໃຫ້ແກ່ເລຂາ, ຮອງເລຂາໜ່ວຍພັກ-ນາຍບ້ານ, ຫົວໜ້າໜ່ວຍງານ, ອົງການຈັດຕັ້ງຂອງບ້ານ ແລະ ປະຊາຊົນຂັ້ນຮາກຖານໃນທົ່ວແຂວງຂອງຕົນ.
4. ປະສານສົມທົບກັບບັນດາພະແນກການ, ອົງການຕ່າງໆ ເພື່ອຈັດຕັ້ງຝຶກອົບຮົມເອກະສານເປົ້າ ໝາຍຂະຫຍາຍເຂົ້າພັກ ໃຫ້ແກ່ບັນດາເປົ້າໝາຍຂະຫຍາຍເຂົ້າພັກ ຂອງແຕ່ລະພະແນກການຂອງແຂວງ.
5. ຕິດຕາມ, ກວດກາ ແລະ ຊຸກຍູ້ການຮຽນ-ການສອນວິຊາສຶກສາພົນລະເມືອງ, ວິຊາສັງຄົມການເມືອງ ຢູ່ບັນດາໂຮງຮຽນອະຊີວະສຶກສາ ແລະ ໂຮງຮຽນສາມັນຢູ່ແຂວງ.
6. ສ້າງແຜນການເຄື່ອນໄຫວວຽກງານຂະແໜງການຂອງຕົນ ໃນການຈັດຕັ້ງຝຶກອົບຮົມບັນດາເປົ້າໝາຍຕ່າງໆໃຫ້ທັນເວລາ, ພ້ອມທັງສະຫຼຸບຕີລາຄາ, ປະເມີນຜົນບັ້ນຝຶກອົບຮົມໃນແຕ່ລະຄັ້ງ ເພື່ອລາຍງານໃຫ້ຄະນະປະຈຳພັກແຂວງ ແລະ ຄະນະໂຄສະນາອົບຮົມສູນກາງພັກ.
ມາດຕາ 10: ໜ້າທີ່ຂອງຂະແໜງສັງລວມ-ຫາງສຽງສັງຄົມ
1. ຄົ້ນຄວ້າ ແລະ ສະຫຼຸບສັງລວມບັນຫາຕ່າງໆ ທີ່ບັນດາພະແນກການ, ກົມກອງຂອງແຂວງ, ບັນດາເມືອງທີ່ສ່ອງແສງການປະຕິບັດວຽກງານການເມືອງ-ແນວຄິດ ແລະ ສ້າງແຜນການ, ເຮັດບົດສະຫຼຸບປະຈຳເດືອນ, 3 ເດືອນ, 6 ເດືອນ, 1 ປີ ແລະ 5 ປີ ຂອງວຽກງານການເມືອງ-ແນວຄິດ ເພື່ອລາຍງານໃຫ້ຄະນະໂຄສະນາອົບຮົມແຂວງ, ຄະນະປະຈຳພັກແຂວງ ແລະ ຄະນະໂຄສະນາອົບຮົມສູນກາງພັກ.
2. ປະສານສົມທົບກັບບັນດາພະແນກການທີ່ກ່ຽວຂ້ອງຂອງແຂວງ, ເມືອງ ເພື່ອຕິດຕາມ, ເກັບກຳສະພາບແນວຄິດ, ຫາງສຽງສັງຄົມຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າທີ່ພົ້ນເດັ່ນເກີດຂຶ້ນໃນແຕ່ລະໄລຍະລາຍງານໃຫ້ຄະນະໂຄສະນາອົບຮົມແຂວງ, ຄະນະປະຈຳພັກແຂວງ ແລະ ຄະນະໂຄສະນາອົບຮົມສູນກາງພັກ.
3. ເຂົ້າຮ່ວມກອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ແລະ ເຮັດໜ້າທີ່ບັນທຶກກອງປະຊຸມຕ່າງໆ ທີ່ພົວພັນກັບຫ້ອງການເພື່ອອອກຂໍ້ຕົກລົງ, ຄຳແນະນຳ, ບົດປາໄສ, ບົດໂອ້ລົມຕ່າງໆຂອງຄະນະໂຄສະ ນາອົບຮົມແຂວງ ແລະ ຂອງຄະນະພັກຂັ້ນເທິງ; ເປັນເສນາທິການທີ່ບໍລິການເກັ່ງ, ເຄື່ອນໄຫວຮັບໃຊ້ໜ້າທີ່ການເມືອງຂອງພັກໃຫ້ທັນກັບສະ ພາບການ.
ໝວດທີ V
ວ່າດ້ວຍຫຼັກການ ແລະ ແບບແຜນວິທີເຮັດວຽກ
ມາດຕາ 11: ຫຼັກການ
1. ປະຕິບັດຫຼັກການລວມສູນປະຊາທິປະໄຕ, ຕົກລົງເປັນໝູ່ຄະນະກ່ຽວກັບແຜນການ, ການຈັດຕັ້ງພະນັກງານ ແລະ ການພົວພັນກັບຕ່າງປະເທດ, ປະຕິບັດລະບອບຫົວໜ້າດຽວ ບົນພື້ນຖານການແບ່ງງານໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ, ເສີມຂະຫຍາຍຫົວຄິດປະດິດສ້າງຂອງພະນັກງານ-ລັດ ຖະກອນໃນທຸກລະດັບ.
2. ການເຄື່ອນໄຫວຂອງຄະນະໂຄສະນາອົບຮົມແຂວງ, ພະນັກງານ-ລັດຖະກອນ ແມ່ນອີງໃສ່ລະບຽບກົດໝາຍ ແລະ ລະບຽບການລວມຂອງແຂວງ, ນຳເອົາແນວທາງຂອງພັກ-ລັດ, ແຜນການວຽກງານຈຸດສຸມຂອງຄະນະປະຈໍາພັກແຂວງມາຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບຜົນດີ.
ມາດຕາ 12: ແບບແຜນວິທີເຮັດວຽກ
1. ເຮັດວຽກຢ່າງມີແຜນການ, ມີໂຄງການ, ມີເປົ້າໝາຍປະຕິບັດ ແລະ ແກ້ໄຂວຽກງານຢ່າງມີຈຸດສຸມ, ມີການຕິດຕາມ, ກວດກາ ແລະ ສະຫຼຸບຖອດຖອນບົດຮຽນໃນແຕ່ລະວຽກງານ.
2. ປະຕິບັດລະບອບລາຍງານສະພາບການຈັດຕັ້ງປະຕິບັດວຽກງານປະຈຳອາທິດ, ປະຈຳເດືອນ, 3 ເດືອນ, 6 ເດືອນ, 1 ປີ ແລະ 5 ປີ ໃຫ້ຂັ້ນເທິງຢ່າງເປັນປົກກະຕິ ແລະ ທັນເວລາ.
ໝວດທີ VI
ວ່າດ້ວຍບົດບັນຍັດສຸດທ້າຍ
ມາດຕາ 13: ວ່າດ້ວຍກາປະທັບ ແລະ ງົບປະມານ.
1. ຄະນະໂຄສະນາອົບຮົມແຂວງ ມີກາປະທັບ 1 ໜ່ວຍ ເພື່ອຮັບໃຊ້ເຂົ້າໃນວຽກງານລັດຖະການ.
2. ຄະນະໂຄສະນາອົບຮົມແຂວງ ເປັນຫົວໜ່ວຍງົບປະມານຂັ້ນໜຶ່ງ ຊຶ່ງໄດ້ຮັບຈາກງົບປະມານຂອງລັດເພື່ອໃຊ້ຈ່າຍຮັບໃຊ້ເຂົ້າໃນວຽກງານຂອງຕົນຄືກັບອົງການ, ພະແນກການອື່ນໆຂອງແຂວງ.
ມາດຕາ 14: ການຈັດຕັ້ງປະຕິບັດ.
ຄະນະໂຄສະນາອົບຮົມແຂວງ, ຫ້ອງວ່າການປົກຄອງແຂວງ, ບັນດາພະແນກການ, ອົງການຂອງແຂວງ, ເມືອງ, ພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດມະຕິຕົກລົງສະບັບນີ້ຢ່າງເຂັ້ມງວດ.
ມາດຕາ 15: ຜົນສັກສິດ.
ມະຕິຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ປ່ຽນແທນມະຕິຕົກລົງສະບັບເລກທີ 1989/ຄພຂ, ລົງວັນທີ 29/12/2006.
![]() | ມື້ນີ້ | 45 |
![]() | ມື້ວານນີ້ | 245 |
![]() | ອາທິດນີ້ | 488 |
![]() | ເດືອນນີ້ | 1275 |
![]() | ທັງໝົດ | 339262 |