ເມືອງ ຜົ້ງສາລີ ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງກຳມະບານລາວ ຄົບຮອບ 65 ປີ
ພິທີສະເຫຼີມສະຫຼອງວັນສ້າງຕັ້ງກຳມະບານລາວ ຄົບຮອບ 65 ປີ (1 ກຸມພາ 1956 - 1 ກຸມພາ 2021) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 28 ມັງກອນ 2021 ຢູ່ສະໂມສອນແຂວງຫຼັງເກົ່າ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປິງໄຊ ວົງແສນແກ້ວ
ກຳມະການປະຈຳພັກເມືອງ, ປະທານແນວລາວສ້າງຊາດ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນເມືອງຜົ້ງສາລີ, ເຂົ້າຮ່ວມມີບັນດາທ່ານ ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ປະທານ, ຄະນະປະທານໜ່ວຍຮາກຖານກຳມະບານບັນດາສຳນັກງານ, ໂຮງຮຽນ, ໂຮງໝໍ ຕະຫຼອດຮອດສະມະຊິກກຳມະບານເຂົ້າຮ່ວມ.
ໃນພິທີ ຂອງ ທ່ານ ປິງໄຊ ວົງແສນແກ້ວ ກໍາມະການປະຈໍາພັກເມືອງ ປະທານແນວລາວສ້າງຊາດ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນເມືອງ ໄດ້ໃຫ້ກຽດຂຶ້ນເລົ່າປະຫວັດແຫ່ງການກຳເນີດ, ຂະຫຍາຍຕົວ, ມູນເຊື້ອ ແລະ ທາດແທ້ຂອງວັນດັ່ງກາວ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖີງຕົ້ນກຳເນີດການກຳເນິດເຕີບໃຫ່ຍຂະຫຍາຍຕົວສະຫະພັນກຳມະບານລາວພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວ ໃນທ້າຍສະຕະວັດທີ 19 ໃຕ້ການປົກຄອງຂອງພວກລ່າເມືອງຂຶ້ນຝຣັ່ງ ກຳມະກອນລາວຖຶກກົດຂີ່ຂູດຮີດຢ່າງໜັກໜ່ວງ, ບັງຄັບໃຫ້ເຮັດວຽກ 14-16 ຊົ່ວໂມງ ແຕ່ການອອກແຮງງານພັດວ່າໄດ້ຄ່າແຮງງານຕ່ຳ, ຖືກຕັດເງິນເດືອນ ແລະ ຖືກໄລ່ອອກໂດຍບໍ່ມີເຫດຜົນ, ຖຶກທຸບຕີຢ່າງທໍລະມານແສນສາຫັດຈາກພວກລ່າເມືອງຂຶ້ນ ແລະ ພວກນາຍທືນ, ບໍ່ມີສິດເສລີພາບທາງດ້ານການເມືອງ ແລະ ກົດໝາຍ, ບໍ່ໄດ້ຮັບການດູແລທາງດ້ານສະຫວັດດີການ-ສັງຄົມ, ບໍ່ໄດ້ຮັບການສຶກສາຮ່ຳຮຽນ ແລະ ອື່ນໆ. ຫຼັງຈາກພັກປະຊາຊົນປະຕິວັດລາວໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ໄດ້ກຳນົດເອົາຈຸດຢືນ ແລະ ອຸດົມການຂອງພັກ ແມ່ນພັກຂອງຊົນຊັ້ນກຳມະກອນລາວໂດຍຖືເອົາລັດທິມາກເລນີນເປັນລະບົບແນວຄິດທີ່ສຳຄັນ ນຳພາໂດຍຖືເອົາກຳລັງແຮງຈາກມະຫາຊົນ ພາຍຫຼັງສ້າງຕັ້ງພັກປະຊາຊົນປະຕິວັດລາວ ເກືອບ 1 ປີ ມາເຖິງວັນທີ 1 ກຸມພາ 1956 ກົມການເມືອງສູນກາງພັກ ໄດ້ມີມະຕິຕົກລົງແຕ່ງຕັ້ງອົງການຈັດຕັ້ງສະຫາພັນກຳມະບານລາວຂຶ້ນຢ່າງເປັນທາງການ ຢູ່ເຂດທີ່ໝັ້ນແຂວງຫົວພັນໂດຍແມ່ນ ສະຫາຍ ສີສົມພອນ ລໍວັນໄຊ ເປັນຜູ້ຮັບຜິດຊອບ ຈຸດປະສົງແມ່ນເພື່ອສຶບຕໍ່ຂົນຂວາຍເຕົ້າໂຮມ ກຳມະກອນຊາວຜູ້ອອກແຮງງານລາວບັນດາເຜົ່າໃຫ້ມີຄວາມຕື່ນຕົວ, ມີນ້ຳໃຈຮັກຊາດ, ມີທັດສະນະຊົນຊັ້ນກຳມະກອນ, ມີຄວາມຕື່ນຕົວທາງດ້ານຊົນຊັ້ນຢ່າງຈະແຈ້ງ, ເສີມຂະຫຍາຍປະຊາທິປະໄຕ, ມີລະບຽບແບບແຜນເປັນພົນລະເມືອງດີຂອງຊາດ, ສົງເສີມການມີວຽກເຮັດງານທຳ ແລະ ເປັນຕົວແທນໃຫ້ການປົກປ້ອງສິດຜົນປະໂຫຍດອັນຊອບທຳໃຫ້ແກ່ກຳມະກອນຊາວຜູ້ອອກແຮງງານລາວບັນດາເຜົ່າ ກາຍເປັນກຳລັງແຮງຢ່າງຕັ້ງໜ້າ ແລະ ເປັນເຈົ້າການໃນການຕໍ່ສູ້ກູ້ຊາດ, ປົກປັກຮັກສາສ້າງສາ ແລະ ພັດທະນາປະເທດຊາດຕາມເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມ. ມາຮອດປະຈຸບັນນີ້ ສະຫະພັນກຳມະບານລາວໄດ້ມີການເຕິບໃຫຍ່ຂະຫຍາຍຕົວຂຶ້ນເທື່ອລະກ້າວ, ມີຜົນງານອັນພົ້ນເດັ່ນຫຼາຍດ້ານເປັນຕົ້ນແມ່ນ ໄລຍະປະຕິວັດຊາດ ປະຊາທິປະໄຕ ແລະ ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ໃນພິທີ, ຍັງໄດ້ຮັບຟັງມູນເຊື້ອ ແລະ ການກຳເນີດເຕິບໃຫ່ຍຂະຫຍາຍຕົວຂອງວັນສ້າງຕັກພັກກອມມູນິດຫວຽດນາມ ຄົບຮອບຮອບ 91 ປີ ຄືວັນທີ 3 ກຸມພາ 1930- 3 ກູມພາ 2021 ເຊີ່ງສະເໜີໂດຍທ່ານ ນາງ ບຸນມີ ແກ້ວຫຼ້າ ຮອງຫົວໜ້າໂຄສະນາອົບຮົມເມືອງ ຕື່ມອິກ.
ມີ 5 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 55 |
![]() | ມື້ວານນີ້ | 102 |
![]() | ອາທິດນີ້ | 43 |
![]() | ເດືອນນີ້ | 1473 |
![]() | ທັງໝົດ | 116731 |