ເມືອງຂວາ ແຂວງຜົ້ງສາລີ ປາຖະກະຖາ ວັນສຳຄັນຂອງພັກ, ຂອງຊາດ
ໃນວັນທີ 19 ພຶດສະພາ 2023 ນີ້, ຢູ່ທີ່ສະໂມສອນຂອງເມືອງຂວາ ແຂວງຜົ້ງສາລີ ໄດ້ຈັດພິທີປາຖະກະຖາ ວັນສຳຄັນຂອງພັກ, ຂອງຊາດ ແລະ ຂອງປະເທດເພື່ອນມິດສາກົນ ໂດຍການເປັນປະທານ ຂອງທ່ານ ຄຳໄລ ສຸທິພອນ ຮອງເລຂາພັກເມືອງ, ປະທານແນວລາວສ້າງຊາດ ຜູ້ຊີ້ນຳ
ວຽກງານພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນເມືອງ, ເຂົ້າຮ່ວມຮັບຟັງມີບັນດາທ່ານ ກຳມະການປະຈຳພັກເມືອງ, ກຳມະ ການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານ - ລັດຖະກອນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ພະນັກງານ ອາວຸໂສບໍານານ, ລັດວິສາຫະກິດ, ເລຂາພັກບ້ານ - ນາຍບ້ານ ພາຍໃນເທດສະບານເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີຜູ້ເຂົ້າຮ່ວມໄດ້ຮັບຟັງ ການປາຖະກະຖາ ວັນສຳຄັນຂອງພັກ, ຂອງຊາດ, ຂອງພັກ ແລະ ຂອງປະເທດເພື່ອນມິດສາກົນ ເປັນຕົ້ນແມ່ນ: ວັນໄຊຊະນະຂອງສະຫະພາບໂຊຫວຽດເໜືອຟາດຊິດ ເຢຍລະມັນໃນສົງຄາມໂລກ ຄັ້ງທີ 2 ຄົບຮອດ 78 ປີ (09 ພຶດສະພາ 1945 - 9 ພຶດສະພາ 2023, ວັນເກີດຂອງທ່ານ ກາກມາກ ຄົບຮອບ 205 ປີ (5 ພຶດສະພາ 1818 - 5 ພຶດສະພາ 2023, ວັນເກີດປະທານ ໂຮ່ຈີມິນ ຄົບຮອບ 113 ປີ ( 19 ພຶດສະ 1890 - 19 ພຶດສະພາ 2023, ວັນໄຊຊະນະດຽນບຽນຟູ ຄົບຮອບ 69 ປີ (7 ພຶດສະພາ 1954 – 7 ພຶດສະພາ 2023, ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີທົ່ງໄຫຫີນຊຽງຂວາງ ຄົບຮອບ 64 ປີ ( 18 ພຶດສະພາ 2023 ແລະ ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນໍາພັກ ແລະ ແນວລາວຮັກຊາດ ຄົບຮອບ 63 ປີ ( 24 ພຶດສະພາ 1960 - 24 ພຶດສະພາ 2023.
ຈຸດປະສົງຂອງການປາຖະກະຖາ ກໍ່ເພື່ອທົບທວນຄືນບັນດາມູນເຊື້ອ ແລະ ໄຊຊະນະອັນຍິ່ງໃຫຍ່ ຂອງການປະຕິວັດ 64 ປີຂອງການຜ່າວົງປິດລ້ອມຂອງກອງພັນທີ 2 ຊຶ່ງໄດ້ສ່ອງແສງໃຫ້ເຫັນການນໍາພາຂອງພັກອັນຖືກຕ້ອງສະຫຼາດສ່ອງໃສ ແລະ ເປັນທຳ, ແມ່ນໄຊຊະນະອັນໃຫຍ່ ຫຼວງຂອງກຳລັງປະກອບອາວຸດທີ່ຢູ່ໃຕ້ການນໍາພາຂອງພັກ, ເປັນເຫດການປະຫວັດສາດອັນສຳຄັນຂອງຊາດເຮົາ, ເສີມຂະຫຍາຍມູນເຊື້ອວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນໍາພັກ ແລະ ແນວລາວຮັກຊາດ ສະແດງໃຫ້ເຫັນການນໍາພາຂອງພັກອັນຖືກຕ້ອງສະຫຼາດສ່ອງໃສ ແລະ ປີຊາສາມາດຂອງປະທານ ໄກສອນ ພົມວິຫານ, ນໍ້ໃຈຮັກຊາດອັນແຮງກ້າຂອງບັນດາຜູ້ນໍາເຮົາທີ່ມີຄວາມກ້າຫານຕັດສິນໃຈຕໍ່ສູ້ບໍ່ຍອມຈຳນົນ, ມີຄວາມປີຊາສາມາດຂົນຂວາຍ, ສຶກສາອົບຮົມສາລະວັດທະຫານ ເຮັດໃຫ້ສັດຕູກາຍເປັນມິດສະຫາຍຮ່ວມຕາຍນຳກັນ, ສືບທອດມູນເຊື້ອອັນລໍ້າເລີດຂອງຊົນຊັ້ນກຳມະກອນ ຊຶ່ງໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ: ຊົນຊັ້ນກຳມະກອນ ແມ່ນຊົນຊັ້ນນໍາໜ້າຂອງຍຸກສະໄໝຕິດພັນກັບພື້ນຖານການຜະລິດ, ມີລະບຽບວິໄນເປັນຜູ້ທີ່ມີຫົວຄິດປະດິດສ້າງ, ມີຄວາມສາມາດພຽງພໍໃນການສ້າງສັງຄົມໃໝ່ ທີ່ກ້າວໜ້າສີວິໄລ, ສ້າງສາພັດທະນາປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜ່າສຸກ, ສັງຄົມມີຄວາມສາມັກຄີປອງດອງ ແລະ ຍຸຕິທຳ ພາຍໃຕ້ການນໍຳພາຂອງພັກ, ສືບຕໍ່ເສີມຂະຫຍາຍລັດທິມາກ-ເລນິນ ຊຶ່ງຍາມໃດກໍ່ແມ່ນອາວຸດອັນແຫຼມຄົມໃນການຕໍ່ສູ້ເພື່ອສັນຕິພາບ, ເອກະລາດ, ປະຊາທິ ປະໄຕ, ຄວາມກ້າວໜ້າທາງດ້ານສັງຄົມ ແລະ ຄວາມສົມບູນພູນສຸກຂອງມະນຸດ ແລະ ຮໍ່າຮຽນເອົາຄຸນສົມບັດສິນທຳປະຕິວັດຂອງປະທານໂຮ່ຈິມິນ, ຄວາມຊື່ສັດບໍລິສຸດ, ຄວາມເສຍສະຫຼະເພື່ອປະເທດຊາດ, ເພື່ອປະຊາຊົນ ຈົນສາມາດປົດປ່ອຍຊາດ ແລະ ປົດປ່ອຍມວນມະນຸດ ເພື່ອເອກະລາດ, ເສລີພາບ ເພື່ອລັດທິສັງຄົມນິຍົມ ແລະ ລັດທິກອມມູນິດ.
![]() | ມື້ນີ້ | 95 |
![]() | ມື້ວານນີ້ | 85 |
![]() | ອາທິດນີ້ | 1830 |
![]() | ເດືອນນີ້ | 7669 |
![]() | ທັງໝົດ | 313149 |