ຄະນະໂຄສະນາອົບຮົມ ເມືອງ ສໍາພັນ
ຈັດພິທີປະຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 72 ປີ
ຕອນເຊົ້າຂອງວັນທີ 21 ມັງກອນ 2021 ນີ້ ທາງຄະນະໂຄສະນາອົບຮົມເມືອງສໍາພັນໄດ້ຈັດພິທີປະຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 72 ປີຂຶ້ນຢ່າງເປັນທາງການ
ທີ່ສະໂມ ສອນຂອງເມືອງ ໂດຍການໃຫ້ກຽດ ແລະ ເປັນປະທານຂອງທ່ານ ສົມຈິດ ຫັບລະກອນ ກຳມະການປະຈໍາພັກແຂວງ, ເລຂາພັກເມືອງ-ເຈົ້າເມືອງ, ມີບັນດາທ່ານ ກຳມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ນາຍ ແລະ ພົົນທະຫານ, ນາຍແລະ ພົນຕໍາຫຼວດ, ຫົວໜ້າ, ຮອງຫົວໜ້າຫ້ອງການ ຕະ ຫຼອດຮອດພະນັກງານ-ລັດຖະກອນອ້ອມຂ້າງເມືອງ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີປາຖະກະຖາຄັ້ງນີ້ ທ່ານນາງ ວົງເພັດ ພັນປັນຍາ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ໃຫ້ກຽດຂຶ້ນຜ່ານປະຫວັດຄວາມເປັນມາ ຂອງວັນສ້າງຕັ້ງກອງທັບປະຊາຊົນລາວໃນຕະຫຼອດໄລຍະ 72 ປີ ( 20 ມັງກອນ 1949-20 ມັງກອນ 2021 ). ໃນນັ້ນທ່ານໄດ້ຍົກໃຫ້ເຫັນປະຫວັດແຫ່ງການກໍາເນີດ ແລະເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະະຊາຊົນລາວໃນແຕ່ລະໄລຍະ ແລະ ຍັງໄດ້ຍົກໃຫ້ເຫັນເຖິງທາດແທ້ ແລະ ມູນເຊືື້ອອັນສະຫງ່າອົງອາດຂອງກອງທັບປະຊາຊົນລາວຄື: ກອງທັບປະຊາຊົນລາວ ແມ່ນເລີ່ມຈາກກອງກໍາລັງປະກອບອາວຸດຂອງປະຊາຊົນບັນດາເຜົ່າ, ທາດແທ້ຂອງກອງທັບປະຊາຊົນລາວແມ່ນກອງທັບປະຊາຊົນ ທີ່ຕໍ່ສູ້ເພື່ອປົດປ່ອຍປະຊາຊົນອອກຈາກການກົດຂີ່ຂຸດຮິດ ຂອງພວກສັກດິນນາ ແລະ ຕ່າງຊາດ, ຕໍ່ສູ້ເພື່ອນໍາເອົາເອກະລາດ ອໍານາດອະທິປະໄຕມາໃຫ້ແກ່ປະຊາຊົນ ເຊິ່ງພາຍ ໃຕ້ການຊີ້ນໍາຂອງພັກປະຊາຊົນປະຕິວັດລາວ ເຊິ່ງເປັນຜູ້ກໍ່ຕັ້ງ, ສຶກສາອົບຮົມ ແລະ ຝຶກຝົນຫຼໍ່ຫຼອມໃຫ້ເປັນນັກຮົບທີ່ມີທັດສະນະຫຼັກໝັ້ນ, ມີຄວາມຈົ່ງຮັກພັກດີ, ມີຄວາມຊື່ສັດບໍລິສຸດ ແລະ ມີແບບ ແຜນທີ່ເຂັ້ມງວດ ສົມວ່າເປັນກໍາລັງແກ່ນສານຂອງປະຊາຊົນ, ຂອງຊົນຊັ້ນຜູ້ອອກແຮງງານ ແລະ ເປັນເຄື່ອງມືອັນແຫຼມຄົມຂອງພັກຕະຫຼອດມາ ເຊິ່ງທັງໝົດດັ່ງກ່າວນັ້ນແມ່ນຜົນງານ ແລະ ຄຸນງາມຄວາມດີຂອງກອງທັບປະຊາຊົນລາວ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ຈຶ່ງມີກົມກອງ ແລະ ບຸກຄົນທີ່ໄດ້ກາຍເປັນວິລະຊົນ, ເປັນນັກຮົບແຂ່ງຂັນຄື: ວິລະຊົນແຫ່ງຊາດ ມີ 59 ສະຫາຍ, ນັກຮົບແຂງຂັນມີ 341 ສະຫາຍ, ກົມກອງວິລະຊົນມີຫຼາຍກົມກອງ. ນອກຈາກນີ້ຍັງມີແຂວງ, ເມືອງ, ຕາແສງ ແລະ ບ້ານວິລະຊົນຄື: ຊຽງຂວາງ, ຫົວພັນ, ຜົ້ງສາລີ, ຄໍາມ່ວນ ແລະ ເຊກອງ. ຈາກນັ້ນກໍ່ຍັງໄດ້ຮັບຟັງເນື້ອໃນວັນສາທາລະນະລັດກຸຍບາ ຄົບຮອບ 62ປີ (1/1/1959-1/1/2021) ເຊີ່ງນໍາສະເໜີໂດຍທ່ານ ບຸນທອງ ໄຊຕີງ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ.
ໃນພິທີປາຖະກະຖາຄັ້ງນີ້ ຍັງໄດ້ຮັບຟັງການມີຄຳເຫັນໂອ້ລົມຂອງທ່ານ ສົມຈິດ ຫັບລະກອນ, ກຳມະການປະຈໍາພັກແຂວງ, ເລຂາພັກເມືອງ-ເຈົ້າເມືອງ ໃນນັ້ນທ່ານຍັງໄດ້ເນັ້ນໜັກໃຫ້ບັນດານາຍແລະ ພົນທະຫານແຕ່ລະສະຫາຍ ສຶບຕໍ່ເອົາໃຈໃສ່ສຶກສາອົບຮົມມູນເຊື້ອ, ທາດແທ້ປະຕິວັດ ແລະ ທາດແທ້ຂອງກອງທັບປະຊາຊົນລາວໃຫ້ເລິກເຊິ່ງ ແລະ ໜັັກແໜ້ນ, ເປັນກໍາລັງທີ່ຈົ່ງຮັກພັກດີ ແລະ ເຄື່ອນໄຫວຢູ່ພາຍໃຕ້ການນໍາພາເດັດຂາດໂດຍກົງ ແລະ ຮອບດ້ານ, ຕັ້ງໜ້າສຶກສາອົບຮົມປຸກລະດົມທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນເຮົາເຂົ້າຮ່ວມວຽກງານການກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ ໃຫ້ເປັນຂະບວນການກວ້າງຂວາງ ແລະ ແຂງແຮງກວ່າເກົ່າ, ເອົາໃຈໃສ່ພັດທະນາເສດຖະກິດ-ສັງຄົມ ຕິດແໜ້ນກັບການສ້າງທ່າສະໝາມປ້ອງກັນຊາດທົ່ວປວງຊົນ, ສຸມໃສ່ການແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ເປັນຈິງ, ຕັ້ງໜ້າປັບປຸງກໍ່ສ້າງກໍາລັງຫຼວງໃຫ້ມີກໍາລັງແຮງສູ້ຮົບ, ເປັນຫຼັກແຫຼ່ງ ແລະ ສາມາດຕອບຕ້ານ, ແກ້ໄຂສະພາບການທີ່ເກີດຂຶ້ນໄດ້ຢ່າງມີປະສິດທິ ພາບ, ເພີ່ມທະວີການປັບປຸງກໍ່ສ້າງກໍາລັງທ້ອງຖິ່ນ ແລະ ຮາກຖານໃຫ້ສາມາດເປັນກໍາລັງຈັ້ງທ່າ, ຊ່ວຍໜູນ ແລະ ແກ້ໄຂສະພາບການປັບປຸງກໍ່ສ້າງກໍາລັງທ້ອງຖິ່ນຕົນ ປົກປັກຮັກສາລະບອບປະຊາທິປະໄຕປະຊາຊົນໄວ້ຢ່າງໝັ້ນຄົງ ແລະ ຍັງຮຽກຮ້ອງມາຍັງຄະນະພັກທຸກຂັ້ນ ແລະ ພະນັກງານຫຼັກແຫຼ່ງໃນທົ່ວເມືອງສໍາພັນ ຈົ່ງເປັນເຈົ້າການເອົາໃຈໃສ່ປະກອບສ່ວນຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ເວົ້າສະເພາະ ປ້ອງກັນເວນຍາມໃສ່ການກະກຽມບັ້ນເລືອກຕັ້ງສະພາແຫ່ງຊາດຂຸດທີ IX ແລະ ສະພາປະຊາຊົນແຂວງຊຸດທີ່ 2 ໃຫ້ຮັບປະກັນ 300 ສ່ວນຮ້ອຍ.
ມີ 13 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 53 |
![]() | ມື້ວານນີ້ | 102 |
![]() | ອາທິດນີ້ | 41 |
![]() | ເດືອນນີ້ | 1471 |
![]() | ທັງໝົດ | 116729 |