ເມືອງຍອດອູ ປາຖະກະຖາ 2 ວັນປະຫວັດສາດ ທີ່ສໍາຄັນຂອງພັກ, ຂອງຊາດ ປະຈຳເດືອນ ພະຈິກ 2023
ໃນຕອນເຊົ້າຂອງວັນທີ 7 ພະຈິກ 2023 ນີ້, ເມືອງ ຍອດອູ ແຂວງຜົ້ງສາລີ ໄດ້ຈັດພິທີປາຖະກະຖາ 2 ວັນປະຫວັດ ທີ່ສໍາຄັນຂອງພັກ, ຂອງຊາດ ຄື: ວັນມະຫາປະຕິວັດເດືອນຕຸລາ ຣັດເຊຍ ວັນທີ 7 ພະຈິກ 1917 – 7 ພະຈິກ 2023 ຄົບຮອບ 106 ປີ ແລະ ວັນຄ້າຍວັນເກີດ
ຂອງທ່ານ ຟຣິດຣິກ ອັງແກນ ວັນທີ28 ພະຈິກ 1820 – 28 ພະຈິກ 2023 ຄົບຮອບ 203 ປີ ພາຍໃຕ້ການເຂົ້າຮ່ວມເປັນປະທານ ແລະ ປາຖະກະຖາຂອງທ່ານ ມືກ່ຽງ ລາວທາງ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກງານພັກພະນັກງານ, ມີບັນດາທ່ານຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວ ໜ້າ-ຄະນະຫ້ອງການ, ພະນັກງານລັດຖະກອນ, ນາຍ ແລະ ພົນທະຫານ - ນາຍ ແລະ ພົນຕໍາຫລວດ, ກໍ່ເຂົ້າຮ່ວມຢ່າງພ້ອມພຽງ.
ໃນການປາຖະກະຖາຄັ້ງນີ້ ທ່ານໄດ້ຍົກໃຫ້ເຫັນວ່າ ກ່ອນໜ້ານີ້ຫຼາຍສີບປີ ຄືວັນ 7 ພະຈິກ 1917 ພາຍໃຕ້ການນໍາພາຂອງພັກໂບນຊີວິກ ທີ່ມີທ່ານ ເລນິນ ເປັນຜູ້ນໍາພາຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານຣັດເຊຍ ລຸກຮື້ຂຶ້ນຍຶດອໍນາດສ້າງຕັ້ງສະຫະພັນຣັດເຊຍ ກໍ່ຄືສະຫະ ພາບໂຊວຽດ ເຊິ່ງເປັນລັດຂອງຊົນຊັ້ນກໍາມະກອນ ຊາວຜູ້ອອກແຮງງານລັດທໍາອິດຂອງມວນມະນຸດ, ການປະຕິວັດດັ່ງກ່າວບໍ່ແມ່ນເຫດການບັງເອີນ ແຕ່ມັນແມ່ນກົດເກນທີ່ຕ້ອງເປັນໄປຂອງສັງຄົມມະນຸດ ການເຄື່ອນໄຫວດັ່ງກ່າວແມ່ນເລີ່ມມາແຕ່ປີ 1905 ຍ້ອນການສູ້ຍັນເຊິ່ງກັນ ແລະ ກັນລະຫວ່າງຊົນຊັ້ນສັກດີນານາຍທຶນ ກັບ ກໍາລັງການປະຕິວັດ ໄດ້ແກ່ຍາວຫຼາຍປີ ຈົນມາຮອດ ວັນທີ 25 ເດືອນຕຸລາ ຕາມປະຕິທິນຣັດເຊຍ ,ວັນທີ 7 ພະຈິກ 1917 ຕາມປະຕິທິນສາກົນ ການລຸກຮື້ຂຶ້ນຂອງຊົນຊັ້ນກໍາມະກອນຊາວຜູ້ອອກແຮງງານ ຂອງຖັນແຖວກອງທັບທີ່ກ້າວໜ້າ ໄດ້ແຜ່ລາມໄປທົ່ວປະເທດໃນເຊົ້າມື້ດຽວກັນກໍາປັ່ນຣົບອາວາໂຣຣາ ( ຮຸ່ງອາລຸນ) ໄດ້ຍິງປືນໃຫຍ່ໃສ່ວັງລະດູໜາວ ທີ່ເປັນເຮືອນຮັງສຸດທ້າຍຂອງລັດຖະບານນາຍທຶນ ຈາກນັ້ນທະຫານ ແລະ ປະຊາຊົນກໍ່ບຸກເຂົ້າມ້າງປະຕູເຫຼັກ ໂຄນລົ້ມລັດຖະບານນາຍທຶນຢ່າງຊິ້ນເຊີງ.
ຈາກນັ້ນ ທ່ານກໍ່ໄດ້ເລົ່າຄືນການເຄື່ອນໄຫວຂອງທ່ານ ຟຣິດຣິກ ອັງແກນ ໂດຍທ່ານເກີດເມື່ອວັນທີ 28 ພະຈິກ 1817 ທີ່ເມືອງ ແບັກແນນ ແຂວງ ເຣນ ປະເທດ ເຢຍລະມັນ ພໍ່ຊື່ ຟຣິຣິກ ອັງແກນ ແມ່ຊື່ ນາງ ເອລີຊາເບສ ອັງແກນ ເພີ່ນໄດ້ເລີ່ມຄົ້ນຄ້ວາແລະເຂົ້າການປະຕິວັດ ແຕ່ປີ 1839 ໂດຍການຂຽນບົດລົງໜັງສືພິມພາດຫົວເລື່ອງວ່າ: ຈົດໝາຍຈາກ ກວຸບເປີຕານ ຈາກນັ້ນກໍ່ໄດ້ເປັນທະຫານ, ເຮັດວຽກຢູ່ໂຮງຈັກໂຮງງານ ພ້ອມທັງຄົ້ນຄ້ວາທິດສະດີຕ່າງໆ ແລະ ເຄື່ອນໄຫວອື່ນໆ ຂຽນບົດເລື່ອງລົງໜັງສືພິມ ເພື່ອຕ້ານລັດທິທຶນນິຍົມ ເຊິ່ງການສຶກສາຄົ້ນຄວ້າ ຮຽບ ຮຽງ, ບັນທຶກ, ຈົດແຕ້ມຂອງເພີ່ນ ເຮັດໃຫ້ມີຂໍ້ມູນ, ມີຫຼັກເກນ ເປັນທິດສະດີ ໃຫ້ພວກເຮົາໝູນໃຊ້ຈົນເຖິງປະຈຸບັນນີ້.
![]() | ມື້ນີ້ | 43 |
![]() | ມື້ວານນີ້ | 245 |
![]() | ອາທິດນີ້ | 486 |
![]() | ເດືອນນີ້ | 1273 |
![]() | ທັງໝົດ | 339260 |