ແຂວງຜົ້ງສາລີ ປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ
ຕອນບ່າຍຂອງວັນທີ 21 ມີນາ 2023 ນີ້, ຢູ່ຫ້ອງປະຊຸມຊັ້ນ 5 ຕຶກຫ້ອງວ່າການແຂວງ ທາງຄະນະໂຄສະນາອົບຮົມແຂວງໄດ້ຈັດໃຫ້ມີພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ຄື: ແຕ່ວັນທີ (22/ມີນາ/1955-22/ມີນາ/2023) ຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມ ແລະ ບັນຍາຍເອກະສານຂອງທ່ານ ຄຳຜອຍ ວັນນະສານ ກຳມະການ
ສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຜົ້ງສາລີ ຊຶ່ງມີບາງຕອນທ່ານໄດ້ກ່າວວ່າ: ພັກປະຊາຊົນປະຕິວັດລາວ ແມ່ນອົງການຈັດຕັ້ງເສນາ ທິການທາງການເມືອງ, ເປັນກອງນຳໜ້າ ແລະ ເປັນຕົວແທນແຫ່ງສິດຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານລາວບັນ ດາເຜົ່າ; ພັກປະຊາຊົນປະຕິວັດລາວ ໄດ້ນຳພາປະຊາຊົນລາວບັນດາເຜົ່າ ເຮັດສຳເລັດພາລະກິດປະຕິວັດປົດປ່ອຍຊາດ, ລົບລ້າງລະບອບລ່າເມືອງຂຶ້ນ, ສ້າງສັງກາດໃໝ່ໃຫ້ແກ່ປະເທດຊາດ ພາຍຫຼັງໄດ້ຮັບການປົດປ່ອຍຢ່າງສົມບູນ, ພັກໄດ້ສືບຕໍ່ນຳພາປວງຊົນລາວທັງຊາດ ດຳເນີນພາລະກິດປ່ຽນແປງໃໝ່, ກໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕປະຊາຊົນ, ສ້າງປະຖົມປັດໄຈໃຫ້ແກ່ການກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ; ພັກປະຊາຊົນ ປະຕິວັດລາວ ຖືເອົາຫຼັກມູນພື້ນຖານຂອງລັດທິມາກ-ເລນິນ ເປັນພື້ນຖານແຫ່ງແນວ ຄິດທິດສະດີຂອງພັກ, ຖືເອົາຫຼັກ ການລວມສູນປະຊາທິປະໄຕຂອງພັກ, ນຳພາເປັນໝູ່ຄະນະ ບຸກຄົນຮັບຜິດຊອບເປັນຫຼັກການຂອງພັກ, ຖືເອົາຄວາມສາມັກຄີອັນໜຶ່ງອັນດຽວເປັນຫຼັກ, ເອົາການຕຳນິຕິຊົມເຊິ່ງກັນ ແລະ ກັນ ເປັນກົດເກນຂອງການເຄື່ອນໄຫວ ແລະ ຖືເອົາມະຫາຊົນເປັນກຳລັງແຮງໃນການນໍາພາຂອງພັກ. ພັກປະຊາຊົນ ປະຕິວັດລາວ ສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ເປັນພັກທີ່ເດີນຕາມລັດທິມາກ-ເລນິນ, ເປັນພັກທີ່ສືບທອດພາລະກິດຂອງພັກຄອມມູນິດຈີນ ເປັນຕົວແທນຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານທີ່ແທ້ຈິງ, ພັກຖືເອົາການຮັບໃຊ້ຊາດ, ຮັບໃຊ້ປະຊາ ຊົນເປັນທິດພື້ນຖານໃນການເຄື່ອນໄຫວ; ປະທານ ໄກສອນ ພົມວິຫານ ໄດ້ຢືນຢັນແຕ່ຫົວທີ ວ່າ: “ພັກເຮົາໄດ້ກໍາເນີດຂຶ້ນ ໂດຍການສົມທົບລະຫວ່າງລັດທິມາກ-ເລນິນ ກັບລັດທິຮັກຊາດອັນແທ້ຈິງ ແລະ ລັດທິສາກົນກໍາມະກອນອັນຜ່ອງໃສ”.
ຈຸດປະສົງຂອງການເຜີຍແຜ່ເຊື່ອມຊຶມມູນເຊື້ອດັ່ງກ່າວນີ້ເພື່ອໃຫ້ຄະນະພັກທຸກຂັ້ນ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ອ້ອມຂ້າງແຂວງໄດ້ເຊື່ອມຊຶມ, ຮັບຮູ້-ເຂົ້າໃຈຕໍ່ປະຫວັດການກຳເນີດ, ທາດແທ້, ອຸດົມການ ກໍຄືຜົນງານການນຳພາຂອງພັກ ຕະຫຼອດໄລຍະ 68 ປີຜ່ານມາ ເພື່ອພ້ອມກັນນໍາເອົາມູນເຊື້ອ ແລະ ຜົນງານອັນຍິ່ງໃຫຍ່ຂອງພັກປະຊາຊົນ ປະຕິວັດລາວ ໄປ ໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງຢູ່ແຕ່ລະຂະແໜງການ ໂດຍສະເພາະແມ່ນການນໍາພາຈັດຕັ້ງປະຕິບັດ ແລະ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງງານຫຼັກແຫລ່ງ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມບຸກບືນຫ້າວຫັນຕໍ່ໜ້າທີ່ການເມືອງຂອງຕົນ ເພື່ອເຮັດສໍາເລັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້. ທັງເປັນການຍົກສູງຄວາມສາມາດນຳພາ, ລັກສະນະນຳໜ້າຂອງພັກ ແລະ ສືບຕໍ່ຮັກສາມູນເຊື້ອອັນດີງາມຂອງພັກໃຫ້ຍືນຍົງຕະຫລອດໄປ; ທາງນຳເອົາເນື້ອໃນຈິດໃຈດັ່ງກ່າວໄປຜັນຂະຫຍາຍເຂົ້າໃນວຽກງານ ແລະ ຊີວິດຕົວຈິງຂອງແຕ່ລະທ່ານໃຫ້ມີຜົນສຳເລັດ.
ເຂົ້າຮ່ວມຮັບຟັງການເຊື່ອມຊືມໃນຄັ້ງນີ້ ມີບັນດາທ່ານ ກຳມະການປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາ-ຮອງເລຂາພັກເມືອງທົ່ວແຂວງ, ກອງບັນຊາການ ປກຊ - ປກສ, ຫົວໜ້າ-ຮອງຫົວໜ້າພະແນກການ, ລັດວິສາຫະກິດ, ຕະຫຼອດຮອດພະນັກງານຫຼັກແຫລ່ງອ້ອມຂ້າງແຂວງ.
![]() | ມື້ນີ້ | 85 |
![]() | ມື້ວານນີ້ | 85 |
![]() | ອາທິດນີ້ | 1820 |
![]() | ເດືອນນີ້ | 7659 |
![]() | ທັງໝົດ | 313139 |