ຄະນະໂຄສະນາອົບຮົມແຂວງ
ເຜີຍແຜ່, ເຊື່ອມຊຶມ ບັນດາແຈ້ງການ ເພື່ອສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ພສ 2565 ແລະ ຕ້ອນຮັບປີໃໝ່ ພສ 2566
ໃນຕອນເຊົ້າຂອງວັນທີ 11 ເມສາ 2023 ຜ່ານມານີ້ ຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີເຜີຍແຜ່, ເຊື່ອມຊຶມ ບັນດາແຈ້ງການ ເພື່ອສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ພສ 2565 ແລະ ຕ້ອນຮັບປີໃໝ່ ພສ 2566 ໃນນັ້ນປະກອບມີ:
1. ແຈ້ງການ ຂອງກອງບັນຊາການ ປກສ ແຂວງ ສະບັບເລກທີ 905/ປກສ.ຜລ, ລົງວັນທີ 3 ມີນາ 2023 ວ່າດ້ວຍການປ້ອງກັນອຸບັດຕິເຫດໃນໄລຍະສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ພສ 2565 ແລະ ຕ້ອນຮັບປີໃໝ່ ພສ 2566 ໃຫ້ມີຄວາມປອດໄພ;
2. ແຈ້ງການ ຂອງກອງບັນຊາການ ປກສ ແຂວງ ສະບັບເລກທີ 1000/ປກສ.ຜລ, ລົງວັນທີ 5 ເມສາ 2023 ວ່າດ້ວຍການເພີ່ມທະວີວຽກງານປ້ອງກັນເວນຍາມ ໃນໄລຍະສະເຫຼີມສະຫຼອງຕ້ອນຮັບປີ ໃໝ່ລາວ ພສ 2566 ທີ່ຈະມາເຖິງ;
3. ແຈ້ງການຂອງຫ້ອງວ່າການແຂວງ ສະບັບເລກທີ 275/ຫວຂ.ຜລ, ລົງວັນທີ 31 ມີນາ 2023 ວ່າດ້ວຍການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2566.
ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ນ. ຈັນມະນີ ນາມວົງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາຄະນະ, ຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 14 ທ່ານ, ຍິງ 7 ທ່ານ.
![]() | ມື້ນີ້ | 95 |
![]() | ມື້ວານນີ້ | 85 |
![]() | ອາທິດນີ້ | 1830 |
![]() | ເດືອນນີ້ | 7669 |
![]() | ທັງໝົດ | 313149 |