ໜ່ວຍຮາກຖານຊາວໜຸ່ມ ຄະນະໂຄສະນາອົບຮົມແຂວງ
ປະເມີນຜົນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2023
ຫຼຽນກາລະນຶກ 65 ປີ ຂອງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ, ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ນາງ ຈັນມະນີ ນາມວົງ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ມີສະມາຊິກຊາວໜຸ່ມເຂົ້າຮ່ວມທັງໝົດ 8 ສະຫາຍ, ຍິງ 4 ສະຫາຍ.
ໃນພິທີ ສະຫາຍ ພອນໄຊ ຊີ່ງເຈົ້າ, ຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມແຂວງ, ໄດ້ຂຶ້ນຜ່ານແຈ້ງການຂອງຄະນະບໍລິຫານງານຊາວໜຸ່ມແຂວງ ສະບັບ ເລກທີ 344/ຄຊໜຂ, ລັງວັນທີ 17 ສິງຫາ 2023 ວ່າດ້ວຍ ການປະເມີນຜົນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ປະຈຳ ປີ 2023, ຈາກນັ້ນ ສະມາຊິກຊາວໜຸ່ມກໍ່ໄດ້ຜ່ານໃບປະເມີນຂອງຕົນເອງ ແລະ ພ້ອມກັນຕຳນິຕິຊົມ ເພື່ອປັບປຸງກໍ່ສ້າງເຊີ່ງກັນ ແລະ ກັນຢ່າງເປັນຂະບວນຟົດຟື້ນ. ໃນພິທີຄັ້ງນີ້ ຍັງໄດ້ຜ່ານຂໍ້ຕົກລົງຂອງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ສະບັບ ເລກທີ 880/ລຂ, ລັງວັນທີ 26 ທັນວາ 2022, ວ່າດ້ວຍການມອບຫຼຽນກາລະນຶກໃຫ້ແກ່ບຸກທີ່ມີຜົນງານດີເດັ່ນໃນໄລຍະຜ່ານມາ ແຕ່ປີ 1955-2020.
![]() | ມື້ນີ້ | 35 |
![]() | ມື້ວານນີ້ | 245 |
![]() | ອາທິດນີ້ | 478 |
![]() | ເດືອນນີ້ | 1265 |
![]() | ທັງໝົດ | 339252 |