ຄະນະໂຄສະນາອົບຮົມແຂວງ ປາຖະກະຖາວັນປະຫວັດສາດສຳຄັນ ປະຈຳເດືອນ ຕຸລາ 2023
ໃນຕອນເຊົ້າຂອງວັນທີ 11 ຕຸລາ 2023 ຜ່ານມານີ້ ທາງຄະນະໂຄສະນາອົບຮົມແຂວງ ໄດ້ຈັດຕັ້ງພິທີປາຖະກະຖາ ວັນສ້າງຕັ້ງການທູດລາວ ຄົບຮອບ 78 ປີ ( 12/10 / 1945-12/10/2023 ), ວັນປະກາດເອກະລາດ ຄົບຮອບ 78 ປີ ( 12/10/1945-12/10/2023 ), ວັນລະນຶກ
ວັນສາກົນ ແລະ ສັບປະດາແຫ່ງຊາດ ຄົບຮອບ 36 ປີ, ວັນລຶບລ້າງຄວາມທຸກຍາກຂອງ ສປປ ລາວ ຄົບຮອບ 20 ປີ ( 17/10/1987-17/10/2023-17/10/2003-17/10/2023 ) ແລະ ວັນຊາດສປ ຈີນ ຄົບຮອບ 74 ປີ (1/10/1949-1/10/2023) ຢູ່ຫ້ອງປະຊຸມຄະນະໂຄສະນາອົບຮົມ ພາຍໃຕ້ການເປັນປະທານຂອງສະຫາຍ ນ.ຈັນມະນີ ນາມວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ. ມີບັນດາທ່ານຄະນະໂຄສະນາອົບຮົມແຂວງ, ຫົວໜ້າຂະແໜງ, ຮອງຂະແໜງ, ພະນັກງານນັກແຫລ່ງພາຍໃນຄະນະໂຄສະ ນາອົບຮົມແຂວງ ເຂົ້າຮ່ວມຈຳນວນ 19 ສະຫາຍ, ຍິງ 10 ສະຫາຍ, ສະມາຊິກພັກ 17 ສະຫາຍ,ຍິງ 9 ສະຫາຍ.
ໃນພິທີ ຄະນະຈັດຕັ້ງພິທີສະເໜີຈຸດປະສົງ ແລະ ເປົ້າໝາຍໃນການຈັດຕັ້ງປາຖະກະຖາ 4 ວັນສຳຄັນດັ່ງກ່າວ ໃນນີ້ປະທານໄດ້ຂື້ນປາຖະກະຖາ ວັນສ້າງຕັ້ງການທູດລາວ ຄົບ ຮອບ 78 ປີ ( 12/10 / 1945-12/10/2023 ), ວັນປະກາດເອກະລາດ ຄົບຮອບ 78 ປີ ( 12/10/1945-12/10/2023 ), ວັນລະນຶກວັນສາກົນ ແລະ ສັບປະດາແຫ່ງຊາດ ຄົບຮອບ 36 ປີ ວັນລຶບລ້າງຄວາມທຸກຍາກຂອງ ສປປ ລາວ ຄົບຮອບ 20 ປີ ( 17/10/1987-17/10/2023-17/10/2003-17/10/2023 ) ແລະ ສະຫາຍ ນາງ ວັນເຮືອງ ສໍດາລາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນປາຖະກະຖາ ວັນຊາດ ສປ ຈີນ ຄົບຮອບ 74 ປີ (1/10/ 1949-1/10/2023) ຊຶ່ງທັງສອງທ່ານກໍໄດ້ເລົ່າປະຫວັດຄວາມເປັນມາ, ຄວາມໝາຍຄວາມສຳຄັນຂອງແຕ່ລະເອກະສານແຕ່ເມື່ອກ່ອນຈົນຮອດປະຈຸບັນ
ຈຸດປະສົງຂອງການຈັດຕັ້ງພິທີປາຖະກະຖາໃນຄັ້ງນີ້ ກໍເພື່ອແນ່ໃສ່ເຮັດໃຫ້ບັນດາພະນັກງານ-ສະມາຊິກພັກ, ພະນັກງານຫຼັກແຫລ່ງກຳແໜ້ນເອົາເປັນແບບຢ່າງ ແລະ ພ້ອມທັງໃຫ້ຮັບຮູ້ເຖິງມູນເຊື້ອການຕໍ່ສູ້ກູ້ຊາດຂອງປະຊາຊົນລາວບັນ ດາເຜົ່າກໍຄືຂອງບັນດາທ່ານຜູ້ນຳໃນເມື່ອກ່ອນ ແລະ ຮັບຮູ້ເຖິງປະຫວັດມູນເຊື້ອຄວາມສາມັກຄີມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ສປ ຈີນ, ສປ ຈີນ-ລາວ ຕັ້ງແຕ່ເມື່ອກ່ອນຈົນເຖິງທຸກວັນນີ້.
![]() | ມື້ນີ້ | 19 |
![]() | ມື້ວານນີ້ | 245 |
![]() | ອາທິດນີ້ | 462 |
![]() | ເດືອນນີ້ | 1249 |
![]() | ທັງໝົດ | 339236 |