ການຝຶກອົບຮົມການພັດທະນາ, ຄຸ້ມຄອງ ແລະ ມອບເວັບໄຊ໌ ໃຫ້ຄະນະໂຄສະນາອົບຮົມແຂວງຜົ້ງສາລີຢ່າງເປັນທາງການ
ໃນຕອນແລງ ຂອງວັນທີ 17 ມິຖຸນາ 2019 ກົມຂໍ້ມູນຂ່າວສານ ຂອງຄະນະໂຄສະນາອົບຮົມສູນກາງພັກ ໄດ້ມາເຄື່ອນໄຫວຝຶກອົບຮົມການພັດທະນາ, ຄຸ້ມຄອງເວັບໄຊ໌
ໃຫ້ຄະນະໂຄສະນາອົບຮົມແຂວງຜົ້ງສາລີ ຊຶ່ງນຳໂດຍ ທ່ານ ວັນຕຸລາ ຣັກນຸດ ວ່າການຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມູນກາງພັກ ພ້ອມດ້ວຍຄະນະ.
ການຝຶກອົບຮົມ ໄດ້ມີນັກສຳມະນາກອນຂອງຄະນະໂຄສະນາອົບຮົມແຂວງ ແລະ ບັນດາເມືອງເຂົ້າຮ່ວມຮຽນທັງໝົດມີ 20 ທ່ານ, ຍິງ 9 ທ່ານ.
1. ຈຸດປະສົງລະດັບຄາດໝາຍຂອງການຝຶກອົບຮົມ:
- ເພື່ອຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ເວົ້າລວມ, ເວົ້າສະເພາະ ແມ່ນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດຢ່າງກວ້າງຂວາງ ແລະ ທົ່ວເຖິງ ໂດຍການຜ່ານໜ້າກະດານເອເລັກໂຕຼນິກ (ເວັບໄຊສ໌) ເພື່ອຕີຖອຍການໂຈມຕີທີ່ມີຕໍ່ພັກ-ລັດ ແລະ ເຮັດໃຫ້ເພື່ອນມິດຂອງພວກເຮົານັບມື້ນັບເພີ່ມຂຶ້ນ.
- ເພື່ອແນໃສ່ເຮັດໃຫ້ພະນັກງານວິຊາການໄອທີ ຂອງຄະນະໂຄສະນາອົບຮົມແຂວງຜົ້ງສາລີ ມີຄວາມຮູ້, ຄວາມສາມາດ ເພື່ອລົງເລິກວຽກງານຂໍ້ມູນຂ່າວສານ ທາງດ້ານການນຳໃຊ້ເວັບໄຊສ໌ ແລະ ການພັດທະນາເວັບໄຊສ໌ ຮັບໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕ່າງໆ ໃນໄລຍະໃໝ່.
- ເພື່ອຍົກລະດັບຄວາມຮູ້ໃຫ້ພະນັກງານວິຊາການໄອທີ ຂອງຄະນະໂຄສະນາອົບຮົມແຂວງ ໃຫ້ນັບມື້ສູງຂຶ້ນ ແລະ ເຂົ້າໃຈເລິກເຊິ່ງ ເຖິງບົດບາດຂອງເຕັກໂນໂລຢີ, ຂໍ້ມູນຂ່າວສານ (ເວັບໄຊສ໌) ໄດ້ເຖິງໄພຄຸກຄາມ, ອາສະຍາກຳຕ່າງໆດ້ານໄອທີ ແລະ ວິທີ ການຮັກສາຄວາມປອດໄພຂອງຂໍ້ມູນຂ່າວສານ.
- ເພື່ອສ້າງບາດກ້າວຫັນປ່ຽນໃໝ່ ວຽກງານການເມືອງ-ແນວຄິດ ຕາມທິດຍົກສູງຄຸນນະພາບດ້ວຍການປັບປຸງເນື້ອໃນ ແລະ ການສ້າງຖານຂໍ້ມູນຂອງເວັບໄຊສ໌ ເຂົ້າໃນວຽກງານໂຄສະນາອົບຮົມຢູ່ຂັ້ນທ້ອງຖິ່ນ.
- ເພື່ອຮຽນຮູ້ການຄຸ້ມຄອງ ແລະ ການນຳໃຊ້ເວັບໄຊສ໌ ຢູ່ຂັ້ນທ້ອງຖິ່ນໃຫ້ເລິກເຊິ່ງ ເພື່ອຕອບສະໜອງໃຫ້ແກ່ວຽກງານໂຄສະນາອົບຮົມ, ໂຄສະນາຜົນງານການເຄື່ອນໄຫວດ້ານຕ່າງໆ ເຮັດໃຫ້ວຽກງານໂຄສະນາອົບຮົມ ມີຄວາມວ່ອງໄວທັນສະໄໝ ທັນກັບສະພາບຂອງວຽກງານໃນໄລຍະໃໝ່.
2. ເນື້ອໃນການຝຶກອົບຮົມ:
ເນືອໃນການຝຶກອົບຮົມ ແມ່ນກ່ຽວກັບວິທີການພັດທະນາເວັບໄຊສ໌, ການຄຸ້ມຄອງ ແລະ ການນຳໃຊ້ເວັບໄຊສ໌; ໂດຍຖືເອົາການບັນຍາຍ ແລະ ໃຫ້ນັກຝຶກອົບຮົມເຮັດຕົວຈິງໄປພ້ອມ.
+ ເອກະສານໃນການຝຶກອົບຮົມມີ:
1/. ການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ເຂົ້າໃນວຽກງານໂຄສະນາອົບຮົມ.
2/. ການພັດທະນາ, ການອອກແບບເວັບໄຊສ໌, ການຕັດຕໍ່ຮູບພາບ ເພື່ອເອົາລົງເວັບໄຊສ໌.
3/. ການນຳໃຊ້ ແລະ ການບໍລິຫານໜ້າກະດານຂ່າວເອເລັກໂຕຼນິກ.
4/. ການຄຸ້ມຄອງຊື່ຜູ້ໃຊ້ (User) ແລະ ການສຳຮອງຖານຂໍ້ມູນຂອງເວັບໄຊສ໌.
5/. ການຄຸ້ມຄອງ ແລະ ພັດທະນາເວັບໄຊສ໌.
ຜ່ານການຝຶກອົບຮົມ ເຫັນໄດ້ວ່ານັກສຳມະນາກອນຫຼາຍທ່ານ ໄດ້ມີຄວາມຮັບຮູ້ເພີ່ມຕື່ມກ່ຽວກັບວຽກງານໄອທີ ໂດຍສະເພາະກໍແມ່ນການສົ່ງຂໍ້ມູນຂ່າວສານ, ບົດຂ່າວ ແລະ ບັນດາເອກະ ສານຕ່າງໆ ຈາກຂະແໜງຫາຂະແໜງ, ຈາກເມືອງຫາແຂວງ ແລະ ການຂຽນບົດຂ່າວລົງເວບໄຊ ຂອງຄະນະໂຄສະນາອົບຮົມແຂວງ; ການຝຶກອົບຮົມການພັດທະນາ ແລະ ຄຸ້ມຄອງເວບໄຊ ຄັ້ງນີ້ເປັນບາດກ້າວໜຶ່ງໃນການພັດທະນາວຽກງານໄອທີ ຂອງຄະນະໂຄສະນາອົບຮົມແຂວງຜົ້ງສາລີ ເພື່ອເຊື່ອມຕໍ່ດ້ານຂໍ້ມູນຂ່າວສານກັບບັນດາຄະນະໂຄສະນາອົບຮົມແຂວງ, ຄະນະໂຄສະນາອົບຮົມສູນກາງພັກ ກໍຄືພາກສ່ວນອື່ນໆ ເພື່ອເປັນການເຜີຍແຜ່ບັນດາການເຄື່ອນໄຫວ, ຂໍ້ມູນຂ່າວສານຂອງຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໃຫ້ພາກສ່ວນ, ຂະແໜງການອື່ນ ໄດ້ຮູ້ເຖິງພາລະບົດບາດ, ສິດ, ໜ້າທີ່ ແລະ ການເຄື່ອນໄຫວພາຍໃນຄະນະໂຄສະນາອົບຮົມແຂວງຜົ້ງສາລີ.
ການຝຶກອົບຮົມ ການພັດທະນາ, ຄຸ້ມຄອງເວບໄຊໃນຄັ້ງນີ້ ໄດ້ໃຊ້ເວລາ 1 ວັນເຄິ່ງຈຶ່ງປິດລົງ ຫຼັງຈາກນັ້ນ, ກົມຂໍ້ມູນຂ່າວສານ ຂອງຄະນະໂຄະນາອົບຮົມສູນກາງພັກ ຊຶ່ງຕາງໜ້າໂດຍ ທ່ານ ວັນຕຸລາ ຮັກນຸດ ວ່າການຫົວໜ້າກົມຂໍ້ມູນຂ່າວສານ ໄດ້ມອບເວບໄຊຄະນະໂຄສະນາອົບຮົມແຂວງຜົ້ງສາລີ ຢ່າງເປັນທາງການ ໃຫ້ຄະນະໂຄສະນາອົບຮົມແຂວງຜົ້ງສາລີ ຊຶ່ງຕາງໜ້າຂຶ້ນຮັບໂດຍ ທ່ານ ນ. ຈັນມະນີ ນາມວົງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ ພ້ອມດ້ວຍບັນດາທ່ານ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ.
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 49 |
![]() | ມື້ວານນີ້ | 102 |
![]() | ອາທິດນີ້ | 37 |
![]() | ເດືອນນີ້ | 1467 |
![]() | ທັງໝົດ | 116725 |