ຄະນະໂຄສະນາອົບຮົມແຂວງຜົ້ງສາລີ ຮ່ວມກັບສະພາປະຊາຊົນແຂວງ ປາຖະກະຖາເລົ່າມູນເຊື້ອວັນສຳຄັນຕ່າງໆຂອງຊາດ, ຂອງພັກ
ຕອນແລງຂອງວັນທີ 16 ສິງຫາ 2019 ຜ່ານມານີ້ ຄະນະໂຄສະນາອົບຮົມແຂວງ ໄດ້ສົມທົບກັບສະພາປະຊາຊົນແຂວງ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສຳຄັນຕ່າງໆຂອງຊາດ, ຂອງພັກ ຊຶ່ງມີ 3 ເອ ກະສານຄື:
ວັນສ້າງຕັ້ງລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 28 ປີ (15/8/1991-15/8/2019), ວັນຍຶດອໍານາດທົ່ວປະເທດ ສປປ ລາວ ຄົບຮອບ 74 ປີ (23/8/1945-23/8/2019) ແລະ ວັນສ້າງຕັ້ງອາຊຽນຄົບຮອບ 52 ປີ (8/8/1967-8/8/2019) ຂຶ້ນທີ່ຫ້ອງປະຊຸມຂອງແຂວງ.ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ. ຈັນສີ ແສງສົມພູ ກຳມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງຜົ້ງສາລີ; ເຂົ້າຮ່ວມໃນພິທີມີບັນດາທ່ານ ກຳມະການພັກແຂວງ, ຫົວໜ້າພະແນກ, ຮອງຫົວ ໜ້າພະແນກ, ພະນັກງານ, ສະມາຊິກພັກ, ນາຍ ແລະ ພົນທະຫານ-ຕຳຫຼວດ, ຕະຫຼອດຮອດໂຮງຮຽນ, ໂຮງໝໍ ແລະ ລັດວິ ສາຫະກິດອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 154 ສະຫາຍ, ຍິງ 63 ສະຫາຍ.
ໃນພິທີ, ທ່ານ ຈັນສີ ແສງສົມພູ ໄດ້ຫວນຄືນປະຫວັດຄວາມເປັນມາຂອງວັນລັດຖະທໍາມະນູນແຫ່ງ ສປປ ລາວ. ພາຍຫຼັງປະເທດຊາດໄດ້ຮັບການສະຖາປະນາເປັນ ສປປ ລາວ, ພັກໄດ້ວາງແນວທາງ ແລະ ນໍາພາປະຊົນ ປະຕິບັດສອງໜ້າທີ່ຍຸດທະ ສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ, ລັດຖະທໍາມະນູນເປັນກົດໝາຍພື້ນຖານຂອງຊາດ ທັງເປັນການຫັນເອົາແນວ ທາງການປ່ຽນແປງໃໝ່ຢ່າງຮອບດ້ານ ທີ່ມີຫຼັກການຂອງພັກປະຊາຊົນປະຕິວັດລາວ ມາເປັນກົດໝາຍ ພື້ນ ຖານຂອງລະບອບປະຊາທິປະໄຕ ປະຊາຊົນລາວ ເພື່ອສຶກສາອົບຮົມປະຊາຊົນ ບັນດາເຜົ່າໃຫ້ ຍົກສູງນ້ຳໃຈຮັກຊາດ, ຮັກລະບອບໃໝ່, ເພີ່ມທະວີຄວາມສາມັກຄີທົ່ວປວງຊົນລາວທັງຊາດ, ເຊີດຊູ ບົດບາດເປັນເຈົ້າການໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມຈຸດໝາຍຂອງພັກທີ່ກໍານົດໄວ້; ການປະກາດໃຊ້ລັດຖະທໍາມະນູນ ເປັນເຫດການ-ການເມືອງທີ່ສໍາຄັນຂອງຊາດ, ທັງເປັນຂີດໝາຍໃໝ່ແຫ່ງການຫັນໄປສູ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດຫມາຍ ແລະ ສ້າງລັດແຫ່ງກົດໝາຍເທື່ອລະກ້າວ, ສ່ອງແສງໃຫ້ເຫັນເຖິງລັກສະນະທາດແທ້ ແລະ ການເຕີບໃຫຍ່ຂະຫຍາຍ ຕົວຂອງລະບອບປະຊາທີ່ປະໄຕ ປະຊາຊົນລາວ ພາຍໃຕ້ການນໍາພາອັນຖືກຕ້ອງຂອງພັກ ປະຊາຊົນປະຕິວັດລາວ, ທັງເປັນການຢັ້ງຢືນຕໍ່ໂລກກ່ຽວກັບຄວາມເປັນເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ສປປ ລາວ. ໂອກາດດຽວກັນນີ້ ທ່ານ ບຸນສຸລີ ໂລມາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຍັງໄດ້ສະເໜີປະຫວັດຄວາມເປັນມາຂອງການຍຶດອໍານາດ 23 ສິງຫາ ປີ 1945 ຊຶ່ງມີຄວາມໝາຍຄວາມສໍາຄັນຕໍ່ປະຊາຊົນລາວທັງຊາດເພາະວ່າ: ໄຊຊະນະດັ່ງກ່າວມັນແມ່ນໝາກຜົນແຫ່ງການຕໍ່ສູ້ປະຕິວັດອັນຍືດເຍື້ອຍາວນານຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາຂອງພັກປະຊາຊົນປະ ຕິວັດລາວ ມັນແມ່ນໝາກຜົນທີ່ເກີດຈາກຄວາມກ້າຫານ, ປະດິດສ້າງ ໂດຍການນໍາໃຊ້ ໐3 ບາດຄ້ອນຍຸດທະສາດ ເພື່ອຍາດອໍານາດການປົກຄອງໃນທົ່ວປະເທດແບບ ບົວບໍ່ຊ້ຳ ນ້ຳບໍ່ຂຸ່ນ ມັນແມ່ນໄຊຊະນະ ຂອງແນວທາງປະຕິວັດອັນຖືກຕ້ອງ ແລະ ການນໍາພາອັນສະຫຼາດສ່ອງໃສຂອງພັກ, ພ້ອມດຽວກັນນັ້ນກໍ່ໄດ້ເລົ່າປະຫວັດຄວາມເປັນມາຂອງການສ້າງຕັ້ງອາຊຽນ ຊຶ່ງອາຊຽນເປັນອົງການລະຫວ່າງປະ ເທດ ຂອງອາຊີຕາເວັນອອກສ່ຽງໃຕ້ ອາຊຽນໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 8 ສິງຫາ 1967 ມີສະມາຊິກ 5 ປະເທດຄື: ອິນໂດນີ ເຊບມາເລເຊຍ, ຟີລິບປິນ ສິງກະໂປ ແລະ ໄທ ຫຼັງຈາກສ້າງຕັ້ງອາຊຽນຂຶ້ນແລ້ວອາຊຽນກໍໄດ້ຮັບສະມາຊິກໃໝ່ຈາກອາຊີຕາ ເວັນອອກສ່ຽງໃຕ້ເພີ່ມຕື່ມອີກ 5 ປະເທດ. ມາຮອດປັດຈຸບັນ ອາຊຽນ ມີສະມາຊິກທັງໝົດ 10 ປະເທດ; ຈຸດປະສົງ ແລະ ຫຼັກ ການພື້ນຖານຂອງອາຊຽນ ເພື່ອປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ, ເຂດອາຊີຕາເວັນອອກສ່ຽງໃຕ້ເປັນເຂດປອດອາວຸດນິວເຄຼຍ ແລະ ອາວຸດທໍາລາຍລ້າງຜານອື່ນໆ ເພື່ອເພີ່ມທະວີຄວາມສາມາດໃນການເພິ່ງຕົນເອງຂອງພາກພື້ນ ໂດຍການສົ່ງເສີມຮ່ວມມືທາງດ້ານການເມືອງ, ຄວາມໝັ້ນຄົງທາງດ້ານເສດຖະກິດ ແລະ ວັດທະນາທໍາສັງຄົມໃຫ້ກ້ວາງຂວາງ, ເຄົາລົບເອກະລາດ, ອະທິປະໄຕ, ຄວາມສະເໝີພາບ, ຜືນແຜ່ນດິນອັນຄົບຖ້ວນ ແລະ ເອກະລາດແຫ່ງຊາດຂອງແຕ່ລະປະເທດສະມາຊິກອາຊຽນ, ບໍ່ແຊກແຊງເຂົ້າກິດຈະການພາຍໃນຂອງກັນ ແລະ ກັນ ພ້ອມແກ້ໄຂຂໍ້ຂັດແຍງໂດຍສັນຕິວິທີ.
ມີ 13 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 54 |
![]() | ມື້ວານນີ້ | 102 |
![]() | ອາທິດນີ້ | 42 |
![]() | ເດືອນນີ້ | 1472 |
![]() | ທັງໝົດ | 116730 |