ແຂວງຜົ້ງສາລີເຜີຍແຜ່ນິຕິກຳກ່ຽວກັບວຽກງານພັກ-ພະນັກງານ
ຕອນເຊົ້າຂອງວັນທີ 17 ກັນຍາ 2019 ນີ້ ທີສະໂມສອນໃຫຍ່ຂອງແຂວງຜົ້ງສາລີ ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກຳກ່ຽວກັບວຽກງານພັກ-ພະນັກງານຂື້ນ ໂດຍການເປັນປະທານ
ຮ່ວມຂອງທ່ານ ຄຳເຈ່ນ ວົງໂພສີ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ ແລະ ທ່ານ ວັນໄຊ ຟອງສຫວັນ ຮອງຄະນະຈັດຕັ້ງສູນກາງພັກ; ເຂົ້າຮ່ວມຮັບຟັງການເຜີຍແຜ່ຄັ້ງນີ້ມີບັນດາທ່ານຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເຈົ້າເມືອງ ແລະ ພະ ນັກງານຫລັກແຫລ່ງອ້ອມຂ້າງແຂວງ ແລະ ເມືອງເຂົ້າຮ່ວມ
ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງ ການຜ່ານຮ່າງບົດສະຫຼຸບຕີລາຄາວຽກງານຈັດຕັ້ງພັກ-ພະນັກງານ 9 ເດືອນ ແລະ ວຽກ ງານຈຸດສຸມ 3 ເດືອນທ້າຍປີ 2019; ຮ່າງບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ບັນດາຮາກຖານພັກທີຂື້ນກັບອົງຄະນະພັກເມືອງ, ແຂວງ ໄລຍະເດືອນ1-9 ປີ 2019 ທີສະເໜີໂດຍທ່ານ ສັນຕິ ແກ້ວຍະສານ ກຳມະການປະຈຳພັກແຂວງ, ຫົວຫນ້າຄະນະຈັດຕັ້ງແຂວງ. ຈາກນັ້ນຜູ້ເຂົ້າຮ່ວມໄດ້ພັດປ່ຽນກັນປະກອບຄຳເຫັນ ແລະ ພ້ອມກັນຮັບຮອງເອົາບົດສະຫຼຸບ ແລະ ບົດລາຍງານດັ່ງກ່າວ ພ້ອມນີ້ໃນກອງປະຊຸມກໍ່ໄດ້ຜ່ານຄຳສັ່ງແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 784/ຈຄສພ, ລົງວັນທີ 14 ກັນຍາ 2018 ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງຄະນະເລຂາ ທິການສູນກາງພັກ, ກະຊວງ, ອົງການ, ແຂວງ-ນະຄອນຫລວງ, ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກໃນຂອບເຂດທົ່ວປະເທດ; ຄຳສັ່ງແນະນຳ ຂອງຄະນະເລຂາທິດານສູນກາງພັກ ເລກທີ 11/ຄລສພ, ລົງວັນທີ 21 ສິງຫາ 2019 ວ່າດ້ວຍການຄາດຄະເນແບ່ງຄວາມຮັບຜິດຊອບຂອງຄະນະປະຈຳພັກແຕ່ລະຂັ້ນ; ມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ເລກທີ 156/ຄລສພ, ລົງວັນທີ່ 21 ສິງຫາ 2019 ວ່າດ້ວຍການສົ່ງເສີມ ແລະ ປະຕິບັດນະໂຍບາຍຕໍ່ພະນັກງານຮາກຖານບ້ານ; ບົດແນະນຳຂອງຄະນະປະຈຳພັກແຂວງຜົ້ງສາລີ ເລກທີ 06/ຄພຂ.ຜລ, ລົງວັນທີ 14 ມັງກອນ 2019 ກ່ຽວກັບການດຳ ເນີນຊີວິດການເມືອງພາຍໃນພັກເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ 3 ຂັ້ນ; ບົດໂອ້ຕໍ່ກອງປະຊຸມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານທົ່ວປະເທດ ປະຈຳປີ 2018 ຂອງສະຫາຍ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ; ທັງນີ້ກໍ່ເພື່ອເປັນບ່ອນອີງໃນການຊີ້ນຳຂອງຄະນະພັກຂັ້ນເທິງຕໍ່ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຮາກຖານພັກທີ່ຂຶ້ນກັບອົງຄະນະພັກເມືອງ, ແຂວງ ໃຫ້ໄດ້ດຳເນີນໄປຢ່າງມີເນື້ອໃນເລິກເຊິ່ງສຳເລັດຕາມແຜນການ ແລະ ເພື່ອໃຫ້ສະມາຊິກພັກ, ຄະນະບໍ່ລິຫານງານພັກ, ຄະນະປະຈຳພັກແຕ່ລະຂັ້ນ ແຕ່ລະສະຫາຍເຊີດຊູຄວາມຮັບ ຜິດຊອບ ແລະ ເສີມຂະຫຍາຍຄວາມເປັນເຈົ້າການໃນການນຳພາ-ຊີ້ນຳຈັດຕັ້ງປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ.
ມີ 13 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 53 |
![]() | ມື້ວານນີ້ | 102 |
![]() | ອາທິດນີ້ | 41 |
![]() | ເດືອນນີ້ | 1471 |
![]() | ທັງໝົດ | 116729 |