ຄະນະໂຄສະນາອົບຮົມເມືອງຂວາ ແຂວງ ຜົ້ງສາລີ ຈັດຕັ້ງປາຖະກະຖາ 2 ວັນປະຫວັດສາດສຳຄັນປະຈຳເດືອນ ທັນວາ 2019
ໃນຕອນເຊົ້າຂອງວັນທີ 2 ທັນວາ 2019 ໄດ້ຈັດຕັ້ງປາຖະກະຖາເລົ່າມູນເຊື້ອ 2 ວັນປະຫວັດສາດສຳຄັນຂຶ້ນ ທີ່ສະໂມສອນຂອງເມືອງ ໂດຍພາຍໃຕ້ການເປັນປະທານ
ຂອງທ່ານ ພອນທະວີ ໄຊມົນຕີ ກຳມະການພັກແຂວງ, ເລຂາພັກເມືອງ-ເຈົ້າເມືອງໆຂວາ. ຊຶ່ງໄດ້ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສອງກຳລັງປະກອບອາວຸດ, ພະນັກ ງານ-ລັດຖະກອນ, ອະດີດພະນັກງານອາວຸໂສບຳນານ, ເລຂາພັກ-ນາຍບ້ານອ້ອມຂ້າງເມືອງເຂົ້າຮ່ວມທັງໝົດ 284 ຄົນ, ຍິງ 117 ຄົນ; ສະມາຊິກພັກສົມບູນ 204 ສະຫາຍ, ຍິງ 77 ສະຫາຍ; ສະມາຊິກພັກສຳຮອງ 18 ສະຫາຍ, ຍິງ 12 ສະຫາຍ.
ຕອນເຊົ້າຂອງວັນທີ 3 ທັນວາ 2019 ໄດ້ຈັດຕັ້ງປາຖະກະຖາທີ່ໂຮງຮຽນ ມໍຕົ້ນບວມພັນ ໂດຍການເປັນປະທານຂອງທ່ານ ຄຳຮັກ ອຳນວຍການໂຮງຮຽນ ໃນນັ້ນໄດ້ມີເລຂາພັກ-ນາຍບ້ານ, ບັນດາສະຫາຍສະມາຊິກພັກ, ຄູອາຈານ ແລະ ນ້ອງໆນັກຮຽນເຂົ້າຮ່ວມທັງໝົດ 558 ຄົນ, ຍິງ 252 ຄົນ, ສະມາຊິກພັກສົມບູນ 14 ສະຫາຍ, ຍິງ 18 ສະຫາຍ, ນ້ອງນັກຮຽນ 479 ຄົນ, ຍິງ 213 ຄົນ.
ໃນຕອນເຊົ້າຂອງວັນທີ 8 ທັນວາ 2019 ໄດ້ຈັດຕັ້ງປາຖະກະຖາ ຢູ່ໂຮງຮຽນ ມໍສໍ ນາຕຸ່ນ ໂດຍການເປັນປະທານຂອງທ່ານ ຄຳໄລ ສຸດທິພອນ ກຳມະການປະຈຳພັກເມືອງ-ຮອງເຈົ້າເມືອງ ຜູ້ຊີ້ນຳຂົງ ເຂດວັດທະນະທຳ-ສັງຄົມ ມີບັນດາສະຫາຍສະມາຊິກພັກ, ຄູອາຈານ ຕະຫຼອດຮອດນ້ອງໆນັກຮຽນເຂົ້າຮ່ວມທັງໝົດ 771 ຄົນ, ຍິງ 432 ຄົນ.
ລວມທັງໝົດສຳລັບການຈັດຕັ້ງປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 44 ປີ ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຢູ່ທົ່ວເມືອງຂວາໃນຄັ້ງນີ້ ແມ່ນມີຜູ້ເຂົ້າຮ່ວມທັງໝົດ 1.613 ຄົນ, ຍິງ 801 ຄົນ, ສະມາຊິກພັກ 287 ສະຫາຍ, ຍິງ 115 ສະຫາຍ.
ມີ 9 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 41 |
![]() | ມື້ວານນີ້ | 162 |
![]() | ອາທິດນີ້ | 479 |
![]() | ເດືອນນີ້ | 2690 |
![]() | ທັງໝົດ | 110288 |