ຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມເມືອງຜົ້ງສາລີ
ມອບ-ຮັບເງິນຄ່າປື້ມປະຫວັດສາດການຂຶ້ນເຕົ້າໂຮມ 2 ແຂວງ (ຊຳເໜືອ-ຜົ້ງສາລີ)
ໃນຕອນເຊົ້າວັນທີ 05 ມັງກອນ 2021 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີມອບ - ຮັບເງິນຄ່າປື້ມປະຫວັດສາດການຂຶ້ນເຕົ້າໂຮມ 2 ແຂວງ ( ຊໍາເໜືອ - ຜົ້ງສາລີ )
ລະຫວ່າງຄະນະໂຄສະນາອົບຮົມເມືອງຜົ້ງສາລີ ແລະ ຄະນະໂຄສະນາອົບຮົມແຂວງ ເຊິ່ງເງິນທີ່ນໍາມາມອບຄັ້ງນີ້ມີຈໍານວນເງິນທັງໝົດ 30,000,000 ກິບ (ສາມສິບລ້ານກີບ), ຕາງໜ້າມອບໂດຍ ທ່ານ ສຸລິວັນ ແສນສະຕິ ຫົວໜ້າຄະນະໂຄສະນາອົບ ຮົມເມືອງຜົ້ງສາລີ ແລະ ໃຫ້ກຽດຂຶ້ນຮັບໂດຍທ່ານ ນາງ ຈັນມະນີ ນາມວົງ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ມີບັນດາຮອງຫົວໜ້າຄະນະໂຄສະນາອົບຮົມແຂວງພ້ອມດ້ວຍພະນັກງານ - ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງ ແລະ ພະນັກງານ ຄະນະໂຄສະນາອົບຮົມເມືອງຜົ້ງສາລີເຂົ້າຮ່ວມທັງໝົດ 20 ສະຫາຍ, ຍິງ 11 ສະຫາຍ.
ຕອນທ້າຍຂອງພິທີມອບ - ຮັບປື້ມເງິນດັ່ງກ່າວ ທ່ານ ນາງ ຈັນມະນີ ນາມວົງ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍໄດ້ສະແດງຄວາມຊົມເຊີຍຕໍ່ການເອົາໃຈໃສ່ປະຕິບັດຕາມການມອບໝາຍ ຂອງການນຳຂັ້ນເມືອງ ກໍຄືຄະນະໂຄສະນາອົບຮົມເມືອງຜົ້ງສາລີ ທີ່ໄດ້ປະຕິບັດແຈກຢາຍ ແລະ ເກັບເງິນຄ່າປື້ມໄດ້ທັນຕາມການກຳນົດ ພ້ອມທັງໄດ້ແລກປ່ຽນດ້ານຄວາມສະດວກ, ຄວາມຫຍຸ້ງຍາກ ເພື່ອເອົາເປັນບົດຮຽນໃຫ້ແກ່ເມືອງອື່ນທີ່ຍັງປະຕິບັດບໍ່ສຳເລັດ.
ພິທີມອບ - ຮັບເງິນຄ່າປື້ມປະຫວັດສາດການຂື້ນເຕົ້າໂຮມ 2 ແຂວງ ( ຊໍາເໜືອ - ຜົ້ງສາລີ ) ໄດ້ດໍາເນີນໄປເປັນເວລາ 1 ຕອນຈຶ່ງອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ.
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 48 |
![]() | ມື້ວານນີ້ | 102 |
![]() | ອາທິດນີ້ | 36 |
![]() | ເດືອນນີ້ | 1466 |
![]() | ທັງໝົດ | 116724 |