ເມືອງສຳພັນ ແຂວງຜົ້ງສາລີ ຈັດກອງປະຊຸມເຊື່ອມຊຶມເຜີຍແຜ່ແນະນຳຄູ່ມື
ການສ້າງຄວາມເຂັ້ມແຂງການຈັດຕັ້ງຂັ້ນບ້ານໃຫ້ເລຂາຄະນະພັກຮາກຖານ ແລະ ເລຂາໜ່ວຍພັກໃນທົ່ວເມືອງ
ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 12 ມັງກອນ 2021 ໂດຍພາຍໃຕ້ຕການເປັນປະທານຂອງສະຫາຍ ນາງ ຈັນມະນີ ດວງຜາສຸກ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກພັກ-ພະນັກງານ, ມີສະຫາຍ
ອູ່ຄຳ ຕູລາພັນ ຮອງຫົວໜ້າຫ້ອງວ່າການແຂວງ ທັງເປັນຫົວໜ້າທີມງານລົງເຊື່ອມຊຶມວຽກງານ ລົງກໍ່ສ້າງຮາກຖານການເມືອງ ພ້ອມທີມງານ, ມີບັນດາສະຫາຍຮອງເຈົ້າເມືອງ, ຄະນະປະຈຳພັກເມືອງ, ຄະນະພັກ, ເລຂາຄະນະພັກຮາກຖານ, ຕະຫຼອດຮອດ ເລຂາໜ່ວຍພັກໃນທົ່ວເມືອງເຂົ້າຮ່ວມ.
ກອງປະຊູມເຊື່ອມຊືມເອກະສານ ກ່ຽວກັບການສ້າງຄວາມເຂັ້ມແຂງການຈັດຕັ້ງຂັ້ນບ້ານ ໃຫ້ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກໃນຄັ້ງນີ້ ເຊີງຜູ້ເຂົ້າຮ່ວມໄດ້ພ້ອມກັນຮັບຟັງການບັນລະຍາຍເອກະສານທີ່ສຳຄັນຫຼາຍສະບັັບ ເປັນຕົ້ນແມ່ນຮັບຟັງການເຜີຍແຜ່ເຊື່ອມຊືມ ມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 3629/ຄພຂ.ຜລ, ລົງວັນທີ 25 ທັນວາ 2020 ວ່າດ້ວຍການເພີ່ມທະວີການນຳພາວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນກັບການສ້າງຄວາມເຂັ້ມແຂງໃຫ້ຮາກຖານການເມືອງ, ຮັບຟັງກ່ານເຜີຍແຜ່ເຊື່ອມຊືມ ຄຳແນະນຳຂອງຄະນະປະຈຳພັກແຂວງ ສະບັບເລກທີ 3059/ຄພຂ.ຜລ, ລົງວັນທີ 12 ພະຈີກ 2020 ວ່າດ້ວຍການລົງກໍ່ສ້າງຮາກຖານການເມືອງຢູ່ແຂວງຜົ້ງສາລີ ຈາກສະຫາຍ ອູ່ຄຳ ຕຸລາພັນ ຮອງຫົວໜ້າຫ້ອງວ່າການແຂວງ, ນອກຈາກນີ້ສະຫາຍ ນາງ ຈັນມະນີ ດວງຜາສຸກ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກພັກ-ພະນັກງານ ຂຶ້ນຜ່ານ ພາລະບົດບາດ, ໜ້າທີ, ສີດ ແລະ ຄຳຂວັນຂໍ້ແຂງຂັ້ນຂອງການຈັດຕັ້ງຮາກຖານພັກ ແລະ ບັນດາອົງການຈັດຕັ້ງມະ ຫາຊົນ ພ້ອມທັງໄດ້ຮັບຟັງການຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ສະບັບເລກທີ 3631/ຄພຂ.ຜລ, ລົງວັນທີ 25 ທັນວາ 2020 ວ່າດ້ວຍມອບຄວາມຮັບຜິດຊອບໃຫ້ບັນດາພະແນກການ, ອົງການ ແລະ ກອງບັນຊາການປກຊ-ປກສ ຂັ້ນແຂວງ ລົງກໍ່ສ້າງຮາກຖານຂັ້ນເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກແຕ່ປີ 2021-2025. ພ້ອມນີ້ໃນກອງປະຊູມຍັງໄດ້ຮັບຟັງການມີຄຳເຫັນໂອລົມຂອງສະຫາຍ ນາງ ຈັນມະນີ ດວງຜາສຸກ ຮອງເລຂາພັກເມືອງ ເຊິ່ງສະຫາຍໄດ້ເໜັ້ນໜັກໃຫ້ບັນດາສະຫາຍເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ ທີ່ມາຈາກໜ່ວຍພັກຮາກຖານບ້ານ ແລະ ມາຈາກບັນດາໜ່ວຍພັກອ້ອມຂ້າງເມືອງ ໃຫ້ນຳເອົາເນື້ອໃນຈິດໃຈການເຊື່ອມຊຶມເອກະ ສານໃນຄັ້ງນີ້ ໄປຜັນຂະຫຍາຍຢູ່ພາຍໃນກົມກອງ, ຫ້ອງການຂອງຕົນ ໃຫ້ປະກົດຜົນເປັນຈິງ ພ້ອມທັງເພີ່ມທະວີສືກສາອົບຮົມດ້ານການເມືອງ-ແນວຄິດ ໃຫ້ແກ່ສຳນັກງານ-ອົງການ, ສະມາຊິກພັກ ແລະ ພໍ່ແມ່ປະຊາຊົນ ເປັນວຽກກົກ ແລະ ຮຽກຮອງມາຍັງບັນດາສະຫາຍ ພະນັກງານນຳພາຄູ້ມຄອງທຸກຂັ້ນ ນັບແຕ່ຂັ້ນເມືອງຈົນຮອດຂັ້ນບ້ານ ຈົ່ງເອົາໃຈໃສ່ໃນການສ້າງຂະບວນການຮອບດ້ານ ໄວ້ເພື່ອຂ່ຳນັບຮັບຕ້ອນການດຳເນີນກອງປະຊູມໃຫຍ່ຂອງພັກຢູ່ຂັ້ນສູນກາງ ແລະ ການກະກຽມການເລືອກຕັ້ງສະມາຊີກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງຊຸດທີ 2 ໃຫ້ມີຂະບວນການທີ່ຟົດຟືນດີ ແລະ ພ້ອມທັງເອົາໃຈໃສ່ເພີ່ມທະວີຄວາມສາມັກຄີປ້ອງດອງກັບບັນດາເຜົ່າໃຫ້ແໜ້ນແຟ້ນ ກ່ວາເກົ່າ.
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 49 |
![]() | ມື້ວານນີ້ | 102 |
![]() | ອາທິດນີ້ | 37 |
![]() | ເດືອນນີ້ | 1467 |
![]() | ທັງໝົດ | 116725 |