ເມືອງໃໝ່ ແຂວງຜົ້ງສາລີ
ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ຄົບຮອບ 72 ປີ
ພິທີປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ຄົບຮອບ 72 ປີ (20/1/1949-20 /1/2021) ໄດ້ຈັດຂຶ້ນໃນຕອນເຊົ້າຂອງ ວັນທີ່ 19 ມັງກອນ 2021 ນີ້ ຢູ່ທີ່ສະໂມສອນຂອງເມືອງ
ໂດຍການເຂົ້າຮ່ວມເປັນປະທານ ແລະ ປາຖະກະຖາ ຂອງ ທ່ານ ສົມຈິດ ສິດທິວົງ ກຳມະການພັກແຂວງ ເລຂາພັກເມືອງ-ເຈົ້າເມືອງໆໃໝ່, ປະທານປ້ອງກັນຊາດປ້ອງກັນຄວາມສະຫງົບເມືອງ, ເຂົ້າຮ່ວມຮັບຟັງມີບັນດາກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານ-ລັດ ຖະກອນ, ຄະນະພັກຄະນະບັນຊາການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.
ໃນພິທີ ທ່ານ ສົມຈິດ ສິດທິວົງ ກຳມະການພັກແຂວງ ເລຂາພັກເມືອງ-ເຈົ້າເມືອງໆໃໝ່, ປະທານປ້ອງກັນຊາດ - ປ້ອງກັນຄວາມສະຫງົບເມືອງ ໄດ້ໃຫ້ກຽດຂຶ້ນປາຖະກະຖາ ເຊິ່ງທ່ານໄດ້ຍົກໃຫ້ເຫັນປະ ຫວັດແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫາຍຕົວຂອງກອງທັບປະຊາຊົນລາວ ຄົບຮອບ 72 ປີວ່າ: ກ່ອນໜ້ານີ້ 72 ປີຄື: ວັນທີ່ 20 ມັງກອນ 1949 ກອງລາດສະວົງເຊິ່ງເປັນວັນກໍາເນີດຂອງກອງທັບປະຊາຊົນລາວ, ໄດ້ຮັບການສ້າງຕັ້ງຂຶ້ນຢູ່ເຂດທີ່ໝັ້ນແຫ່ງໜຶ່ງຂອງແຂວງຫົວພັນ ໂດຍແມ່ນ ທ່ານ ໄກສອນ ພົມວິຫານ ເປັນຜູ້ກໍ່ຕັ້ງ ແລະ ຊີ້ນໍາໆພາໂດຍກົງ, ນັບເປັນວັນແຫ່ງການເຕົ້າໂຮມບັນດາກົມກອງກຳລັງອາວຸດທີ່ໄດ້ສ້າງຕັ້ງຂຶ້ນໃນບໍລີເວນຕ່າງໆໃນທົ່ວປະເທດ ເຂົ້າເປັນກອງທັບອິດສະຫຼະເຊິ່ງແມ່ນເຫດການທີ່ມີຄວາມໝາຍຄວາມສໍາຄັນທາງດ້ານການເມືອງ ໃນປະຫວັດສາດຂອງຊາດລາວເຮົາ ແມ່ນບາດລ້ຽວປະຫວັດສາດໜ້າໃໝ່ແຫ່ງການຕໍ່ສູ້ກູ້ຊາດ ໂດຍກອງທັບທີ່ເປັນກໍາລັງຫຼັກແຫຼ່ງ, ເປັນທີ່ເພີ່ງອີງຂອງປະຊາຊົນລາວບັນດາເຜົ່າ ໃນກາຕໍ່ສູ້ຕີຕ້ານຈັກກະພັດຕ່າງດ້າວຜູ້ມາຮຸກຮານ ແລະ ລູກແຫຼ່ງຕີນມືຂາຍຊາດ ເຊິ່ງເປັນການຢັ້ງຢືນເຖິງການຂະຫຍາຍຕົວຂອງການປະຕິຫວັດລາວ ກ້າວສູ່ລະດັບສູງໃນເງື່ອນໄຂຫຍຸ້ງຍາກລໍາບາກນັ້ນ ກອງທັບເຮົາໄດ້ສ້າງວິລະກໍາລໍ້າເລີດຫຼາຍປະການ ເຊິ່ງໄດ້ຈາລຶກໄວ້ໜ້າປະຫວັດສາດຂອງຊາດລາວເຮົາຕະຫຼອດການ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບຸນປີ 197໌5 ແລະ ໄດ້ສະຖາປະນາລະບອບ ປະຊາທິປະໄຕ ປະຊາຊົນລາວ, ກອງທັບປະຊາຊົນລາວ ໄດ້ສືບຕໍ່ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຂອງຕົນ, ຍາມໃດກໍ່ມີສະຕິລະວັງຕົວກຽມພ້ອມສູ້ຮົບ ,ເປັນກໍາລັງລັກແຫຼ່ງເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສຸກ ທົ່ວປວງຊົນຮອບດ້ານຂອງພັກ, ປົກປັກຮັກສາເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໄດ້ຢ່າງໝັ້ນຄົງ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ, ປະກອບສ່ວນຢ່າງຕັ້ງໜ້າໃນການພັດທະນາເສດຖະກິດຂອງຊາດຂະຫຍາຍຕົວຢ່າງຕໍ່ເນື່ອງ.
ມີ 6 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 55 |
![]() | ມື້ວານນີ້ | 102 |
![]() | ອາທິດນີ້ | 43 |
![]() | ເດືອນນີ້ | 1473 |
![]() | ທັງໝົດ | 116731 |