ເມືອງ ບຸນໃຕ້ ແຂວງ ຜົ້ງສາລີ ປະຖະກະຖາເລົ່າມູນເຊື້ອ
ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 72 ປີ ( 20 ມັງກອນ 1949- 20 ມັງກອນ 2021)
ຕອນເຊົ້າຂອງວັນທີ 15 ມັງກອນ ປີ 2021 ນີ້ ທາງກອງບັນຊາການທະຫານເມືອງບຸນໃຕ້ ໄດ້ຈັດພິທີປະຖະກະຖາເລົ່າມູນເຊື້ອ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 72 ປີຂຶ້ນຢ່າງເປັນທາງການທີ່ສະ ໂມສອນຂອງເມືອງ ໂດຍການໃຫ້ກຽດ ແລະ ເປັນປະທານຂອງທ່ານ ສົມຈິດ ເສີມມີໄຊ ຮອງເລຂາພັກເມືອງ, ມີທ່ານ ພັນໂທ ຊ້ອຍ ແສງມະນີ ກຳມະການພັກເມືອງ, ຫົວໜ້າການທະຫານກອງບັນຊາການທະຫານເມືອງ, ທ່ານ ນາງ ສີແພ ຄຸນມະນີ ປະທານສະຫະພັນແມ່ຍິງເມືອງ, ມີບັນດາທ່ານກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ນາຍ ແລະ ພົົນທະຫານ, ນາຍ ແລະ ພົນຕໍາຫຼວດ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອາດິດການນໍາຂັ້ນເມືອງ ຕະຫຼອດຮອດພະນັກງານ-ລັດຖະກອນອ້ອມຂ້າງເມືອງເຂົ້າ ຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ສົມຈິດ ເສີມມີໄຊ ຮອງເລຂາພັກເມືອງ ໃຫ້ກຽດຜ່ານປະຫວັດຄວາມເປັນມາຂອງວັນສ້າງຕັ້ງກອງທັບປະຊາຊົນລາວໃນຕະຫຼອດໄລຍະ 72 ປີ
(20 ມັງກອນ 1949-20 ມັງກອນ 2021) ໂດຍຫຍໍ້. ເຊິ່ງໃນນັ້ນທ່ານໄດ້ຍົກໃຫ້ເຫັນປະຫວັດແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະະຊາຊົນລາວໃນແຕ່ລະໄລຍະ, ພ້ອມນັ້ນທ່ານຍັງໄດ້ເວົ້າເຖິງທາດແທ້ ແລະ ມູນເຊືື້ອອັນສະຫງ່າອົງອາດຂອງກອງທັບປະຊາຊົນລາວຄື: ກອງທັບປະຊາຊົນລາວແມ່ນເລີ່ມຈາກກອງກໍາລັງປະກອບອາວຸດຂອງປະຊາຊົນບັນດາເຜົ່າ, ທາດແທ້ຂອງປະຊາຊົນລາວແມ່ນກອງທັບປະຊາຊົນທີ່ຕໍ່ສູ້ເພື່ອປົດປ່ອຍປະຊາຊົນ ອອກຈາກການກົດຂີ່ຂຸດຮິດຂອງສັກດິນນາ ແລະ ຕ່າງຊາດ, ຕໍ່ສູ້ເພື່ອນໍາເອົາເອກະລາດອໍານາດອະທິປະໄຕມາໃຫ້ແກ່ປະຊາຊົນ ເຊິ່ງພາຍໃຕ້ການຊີ້ນໍາຂອງພັກປະຊາຊົນປະຕິວັດລາວເຊິ່ງເປັນຜູ້ກໍ່ຕັ້ງສຶກສາອົບຮົມ ແລະ ຝຶກຝົນຫຼໍ່ຫຼອມໃຫ້ເປັນນັກຮົບທີ່ມີທັດສະນະຫຼັກໝັ້ນ, ມີຄວາມຈົ່ງຮັກພັກດີ, ມີຄວາມຊື່ສັດບໍລິສຸດ ແລະ ມີແບບແຜນທີ່ເຂັ້ມງວດສົມວ່າເປັນກໍາລັງແກ່ນສານຂອງປະຊາຊົນ, ຂອງຊົນຊັ້ນຜູ້ອອກແຮງງານ ແລະ ເປັນເຄື່ອງມືອັນແຫຼມຄົມຂອງພັກຕະຫຼອດມາ. ເຊິ່ງທັງໝົດດັ່ງກ່າວນັ້ນແມ່ນຜົນງານ ແລະ ຄຸນງາມຄວາມດີຂອງກອງທັບປະຊາຊົນລາວພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວຈຶ່ງມີກົມກອງ ແລະ ບຸກຄົນທີ່ໄດ້ກາຍເປັນວິລະ ຊົນ, ເປັນນັກຮົບແຂ່ງຂັນຄື: ວິລະຊົນແຫ່ງຊາດມີ 59 ສະຫາຍ, ນັກຮົບແຂງຂັນມີ 341 ສະຫາຍ, ກົມກອງວິລະຊົນມີຫຼາຍກົມກອງ. ນອກຈາກນີ້ຍັງມີແຂວງ, ເມືອງ, ຕາແສງ ແລະ ບ້ານວິລະຊົນຄື: ຊຽງຂວາງ, ຫົວພັນ, ຜົງສາລີ, ຄໍາມ່ວນ ແລະ ເຊກອງ. ພ້ອມນັ້ນທ່ານຍັງໄດ້ເໜັ້ນໜັກໃຫ້ບັນດານາຍ ແລະ ພົນທະຫານແຕ່ລະສະຫາຍສຶບຕໍ່ເອົາໃຈໃສ່ສຶກສາອົບຮົມມູນເຊື້ອ, ທາດແທ້ປະຕິວັດ ແລະ ທາດແທ້ປະຊາຊົນຂອງກອງທັບປະຊາຊົນລາວໃຫ້ເລິກເຊິ່ງ ແລະ ໜັັກແໜ້ນ, ເປັນກໍາລັງທີ່ຈົ່ງຮັກພັກດີ ແລະ ເຄື່ອນໄຫວຢູ່ພາຍໃຕ້ການນໍາພາເດັດຂາດໂດຍກົງ ແລະ ຮອບດ້ານ, ຕັ້ງໜ້າສືກສາອົບຮົມປຸກລະດົມທົ່ວພັກ ທົ່ວລັດ ແລະ ທົ່ວປວງຊົນເຮົາເຂົ້າຮ່ວມວຽກງານການກໍ່ສ້າງຮາກຖານການເມືອງ ແລະ ພັດທະ ນາຊົນນະບົດຮອບດ້ານໃຫ້ເປັນຂະບວນການກວ້າງຂວາງ ແລະ ແຂງແຮງກວ່າເກົ່າ, ເອົາໃຈໃສ່ພັດທະ ນາເສດຖະກິດ-ສັງຄົມ ຕິດແໜ້ນກັບການສ້າງທ່າສະໝາມປ້ອງກັນຊາດທົ່ວປວງຊົນ, ສຸມໃສ່ການແກ້ ໄຂຄວາມທຸກຍາກຂອງປະຊາຊົນໃຫ້ເປັນຈິງ, ຕັ້ງໜ້າປັບປຸງກໍ່ສ້າງກໍາລັງຫຼວງ ໃຫ້ມີກໍາລັງແຮງສູ້ຮົບ, ເປັນຫຼັກແຫຼງ ແລະ ສາມາດຕອບຕ້ານ, ແກ້ໄຂສະພາບການທີ່ເກີດຂື້ນໄດ້ຢ່າງມີປະສິດທິພາບ, ເພີ່ມທະວີການປັບປຸງກໍ່ສ້າງກໍາລັງທ້ອງຖິ່ນ ແລະ ຮາກຖານໃຫ້ສາມາດເປັນກໍາລັງຈັ້ງທ່າ, ຊ່ວຍໜູນ ແລະ ແກ້ ໄຂສະພາບການປັບປຸງກໍ່ສ້າງກໍາລັງທ້ອງຖິ່ນຕົນ ປົກປັກຮັກສາລະບອບປະຊາທິປະໄຕປະຊາຊົນໄວ້ຢ່າງໝັ້ນຄົງ.
ຈາກນັ້ນ ທ່ານ ພັນຕີ ທອງດີ ພົມປັນຍາ ຮອງຫົວໜ້າການເມືອງກອງບັນຊາການທະຫານເມືອງ ໄດ້ຂຶ້ນຜ່ານຜົນງານການຈັດຕັ້ງປະຕິບັດວຽກງານ ຂອງກອງບັນຊາການທະຫານເມືອງ ໃນຕະຫຼອດໄລຍະ 1 ປີຜ່ານມາ ແລະ
ໃນໂອກາດດຽວກັນນີ້ ທາງຄະນະໂຄສະນາອົບຮົມເມືອງບຸນໃຕ້ ຍັງໄດ້ຜ່ານປະຫວັດຄວາມເປັນມາຂອງອາຊຽນຕື່ມອິກ ເຊິ່ງຜ່ານໂດຍທ່ານ ອຸ່ນແປງ ທຳມະໂນໄຊ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ.
ມີ 12 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 53 |
![]() | ມື້ວານນີ້ | 102 |
![]() | ອາທິດນີ້ | 41 |
![]() | ເດືອນນີ້ | 1471 |
![]() | ທັງໝົດ | 116729 |