ເມືອງຂວາ ແຂວງຜົ້ງສາລີ ຈັດຕັ້ງປາຖະກະຖາ
ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 72 ປີ ແລະ ວັນຊາດສາທາລະນະລັດກູບາຄົບຮອບ 62 ປີ
ໃນຕອນເຊົ້າຂອງວັນທີ 19 ມັງກອນ 2021 ຜ່ານມານີ້ທາງການນຳເມືອງຂວາ ແຂວງຜົ້ງສາລີ ພ້ອມດ້ວຍນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ພະນັກງານອາວຸໂສບຳນານ,
ເລຂາພັກກຸ່ມບ້ານ, ເລຂາພັກນາຍບ້ານ ພ້ອມດ້ວຍພະນັກງານລັດຖະກອນ ໄດ້ເຂົ້າວາງກະຕ່າດອກໄມ້ອະນຸສາວະລີປະທານ ໄກສອນ ພົມວິຫານ ຈາກນັ້ນກໍ່ໄດ້ເຂົ້າຮ່ວມພິທີປະຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 72 ປີ. (20 ມັງກອນ 1949-20 ມັງກອນ 2021) ແລະ ວັນຊາດສາທາລະນະລັດກູບາຄົບຮອບ 62 ປີ (1 ມັງກອນ 1959-1 ມັງກອນ 2021) ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 245 ສະຫາຍ, ຍິງ 95 ສະຫາຍ.
ພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ສະໂມສອນຂອງເມືອງ ໂດຍພາຍໃຕ້ການເປັນປະທາຂອງທ່ານ ພອນທະວີ ໄຊມົນຕີ ກຳມະການພັກແຂວງ ເລຂາພັກ-ເຈົ້າເມືອງ ທັງເປັນປະທານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.
ໃນພິທີທ່ານ ພັນໂທ ຄຳໝອນ ແສງວິໄລ ກຳມະການປະຈຳພັກເມືອງ ຫົວໜ້າກອງບັນຊາການທະຫານເມືອງ ໄດ້ຂຶ້ນເລົ່າການປະຫວັດການເຄື່ອນໄຫວຂອງກອງບັນຊາການທະຫານເມືອງແຕ່ລະໄລຍະທີ່ຜ່ານມາເຖິງປະຈຸບັນ ພ້ອມນັ້ນທ່ານນາງບົວຄຳ ວໍລະອຸ່ນຄຳ ຮອງເລຂາພັກເມືອງ ຊີ້ນຳວຽກ ງານແນວຄິດ, ວຽກງານພັກພະນັກງານ ໄດ້ເລົ່າມູນເຊື້ອວັນຊາດສາທາລະນະລັດກູບາຄົບຮອບ 62 ປີ.
ພິິທີທີ່ເຕັມໄປດ້ວຍຄວາມໝາຍຄວາມສຳຄັນນີ້ທ່ານ ພອນທະວີ ໄຊມົນຕີ ກຳມະການພັກແຂວງ ເລຂາພັກ-ເຈົ້າເມືອງ ທັງເປັັນປະທານປ້ອງກັຊາດປ້ອງກັນຄວາມສະຫງົບ ກໍ່ໄດ້ຂຶ້ນເລົ່າມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 72 ປີ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ທີ່ມີມາຕັ້ງແຕ່ທ້າຍສະຕະຫວັດທີ 19 ຈົນມາເຖິງປະຈຸບັນ, ມູນເຊື້ອວິລະກຳອັນລ້ຳເລີດໃນການຕໍ່ສູ້ກູ້ຊາດ ປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນທີ່ແສນຮັກຂອງປວງຊົນລາວທັງຊາດໄວ້ໃຫ້ໝັ້ງຄົງ, ມູນເຊື້ອອັນພິລະອາດຫານດັ່ງກ່າວ ມັນໄດ້ເປັນທວນໄຟທີ່ເປັນແສງສະຫວ່າງເຍືອງທາງໃຫ້ຄົນຫຸ່ນຫຼັງໄດ້ຮັບຮູ້ ແລະ ຮັກສາມູນເຊື້ອດັ່ງກ່າວໃຫ້ຍືນຍົງຕະຫຼອດໄປ.
ມີ 12 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 54 |
![]() | ມື້ວານນີ້ | 102 |
![]() | ອາທິດນີ້ | 42 |
![]() | ເດືອນນີ້ | 1472 |
![]() | ທັງໝົດ | 116730 |