ສະຫະພັນກຳມະບານ ແຂວງຜົ້ງສາລີ
ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງກຳມະບານລາວ ຄົບຮອບ 65 ປີ
ພິທີສະເຫຼີມສະຫຼອງວັນສ້າງຕັ້ງກຳມະບານລາວ ຄົບຮອບ 65 ປີ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 1 ກຸມພາ 2021 ນີ້ ທີ່ສະໂມສອນຂອງເມືອງ ບຸນເໜືອ ໂດຍພາຍໃຕ້ການເປັນປະທານຂອງທ່ານ ທອງສະຫວັນ ທຳມະວົງ
ກຳມະການປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ມີບັນດາຄະນະບໍລິຫານງານກຳມະບານແຂວງ, ປະທານກຳມະບານຮາກຖານ ຕະຫຼອດຮອດສະມາຊິກກຳມະບານອ້ອມຂ້າງແຂວງເຂົ້າຮ່ວມທັງໝົດ 178 ສະຫາຍ, ຍິງ 87 ສະຫາຍ.
ໃນພິທີ ທ່ານ ທອງສະຫວັນ ທຳມະວົງ ກຳມະການປະຈຳພັກແຂວງ, ປະທານແນວລາວສ້າງຊາດ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນຂັ້ນແຂວງ ກໍໄດ້ໃຫ້ກຽດຂຶ້ນເລົ່າປະຫວັດແຫ່ງການກຳເນີດ, ຂະຫຍາຍຕົວ, ມູນເຊື້ອ ແລະ ທາດແທ້ຂອງວັນດັ່ງກາວ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖີງຕົ້ນກຳເນີດການກຳເນິດເຕີບໃຫ່ຍຂະຫຍາຍຕົວສະຫະພັນກຳມະບານລາວພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວ ໃນທ້າຍສະຕະວັດທີ 19 ໃຕ້ການປົກຄອງຂອງພວກລ່າເມືອງຂຶ້ນຝຣັ່ງ ກຳມະກອນລາວຖຶກກົດຂີ່ຂູດຮີດຢ່າງໜັກໜ່ວງ, ບັງຄັບໃຫ້ເຮັດວຽກ 14-16 ຊົ່ວໂມງ ແຕ່ການອອກແຮງງານພັດວ່າໄດ້ຄ່າແຮງງານຕ່ຳ, ຖືກຕັດເງິນເດືອນ ແລະ ຖືກໄລ່ອອກໂດຍບໍ່ມີເຫດຜົນ, ຖຶກທຸບຕີຢ່າງທໍລະມານແສນສາຫັດຈາກພວກລ່າເມືອງຂຶ້ນ ແລະ ພວກນາຍທືນ, ບໍ່ມີສິດເສລີພາບທາງດ້ານການເມືອງ ແລະ ກົດໝາຍ, ບໍ່ໄດ້ຮັບການດູແລທາງດ້ານສະຫວັດດີການ-ສັງຄົມ, ບໍ່ໄດ້ຮັບການສຶກສາຮ່ຳຮຽນ ແລະ ອື່ນໆ. ຫຼັງຈາກພັກປະຊາຊົນປະຕິວັດລາວໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ໄດ້ກຳນົດເອົາຈຸດຢືນ ແລະ ອຸດົມການຂອງພັກ ແມ່ນພັກຂອງຊົນຊັ້ນກຳມະກອນລາວໂດຍຖືເອົາລັດທິມາກເລນີນເປັນລະບົບແນວຄິດທີ່ສຳຄັນ ນຳພາໂດຍຖືເອົາກຳລັງແຮງຈາກມະຫາຊົນ ພາຍຫຼັງສ້າງຕັ້ງພັກປະຊາຊົນປະຕິວັດລາວ ເກືອບ 1 ປີ ມາເຖິງວັນທີ 1 ກຸມພາ 1956 ກົມການເມືອງສູນກາງພັກ ໄດ້ມີມະຕິຕົກລົງແຕ່ງຕັ້ງອົງການຈັດຕັ້ງສະຫາພັນກຳມະບານລາວຂຶ້ນຢ່າງເປັນທາງການ ຢູ່ເຂດທີ່ໝັ້ນແຂວງຫົວພັນໂດຍແມ່ນ ສະຫາຍ ສີສົມພອນ ລໍວັນໄຊ ເປັນຜູ້ຮັບຜິດຊອບ ຈຸດປະສົງແມ່ນເພື່ອສຶບຕໍ່ຂົນຂວາຍເຕົ້າໂຮມ ກຳມະກອນຊາວຜູ້ອອກແຮງງານລາວບັນດາເຜົ່າໃຫ້ມີຄວາມຕື່ນຕົວ, ມີນ້ຳໃຈຮັກຊາດ, ມີທັດສະນະຊົນຊັ້ນກຳມະກອນ, ມີຄວາມຕື່ນຕົວທາງດ້ານຊົນຊັ້ນຢ່າງຈະແຈ້ງ, ເສີມຂະຫຍາຍປະຊາທິປະໄຕ, ມີລະບຽບແບບແຜນເປັນພົນລະເມືອງດີຂອງຊາດ, ສົງເສີມການມີວຽກເຮັດງານທຳ ແລະ ເປັນຕົວແທນໃຫ້ການປົກປ້ອງສິດຜົນປະໂຫຍດອັນຊອບທຳໃຫ້ແກ່ກຳມະກອນຊາວຜູ້ອອກແຮງງານລາວບັນດາເຜົ່າ ກາຍເປັນກຳລັງແຮງຢ່າງຕັ້ງໜ້າ ແລະ ເປັນເຈົ້າການໃນການຕໍ່ສູ້ກູ້ຊາດ, ປົກປັກຮັກສາສ້າງສາ ແລະ ພັດທະນາປະເທດຊາດຕາມເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມ. ມາຮອດປະຈຸບັນນີ້ ສະຫະພັນກຳມະບານລາວໄດ້ມີການເຕິບໃຫຍ່ຂະຫຍາຍຕົວຂຶ້ນເທື່ອລະກ້າວ, ມີຜົນງານອັນພົ້ນເດັ່ນຫຼາຍດ້ານເປັນຕົ້ນແມ່ນ ໄລຍະປະຕິວັດຊາດ ປະຊາທິປະໄຕ ແລະ ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ໃນພິທີ, ຍັງໄດ້ໃບຢັ້ງຢືນກຳມະບານຮາກຖານໃຫ້ເປັນເຈົ້າ ໃຫ້ບັນດາກຳມະບານຮາກຖານທີ່ໄດ້ບັນລຸຄາດໝາຍເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2020 ຕື່ມອິກ ເຊິ່ງໃຫ້ກຽດຂຶ້ນມອບໂດຍທ່ານ ຊຽງສີຈັນ ຄຳປະເສີດ ຮອງປະທານສະຫະພັນກຳມະບານແຂວງ.
ມີ 6 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 48 |
![]() | ມື້ວານນີ້ | 102 |
![]() | ອາທິດນີ້ | 36 |
![]() | ເດືອນນີ້ | 1466 |
![]() | ທັງໝົດ | 116724 |