ຄະນະໂຄສະນາອົບຮົມແຂວງ ເຜີຍແຜ່ເຊື່ອມຊຶມ 4 ເອກະສານໃຫ້ພະນັກງານ-ລັດຖະກອນ
ໃນຕອນເຊົ້າຂອງວັນທີ 17 ກຸມພາ 2021 ຜ່ານມານີ້ທາງຄະນະໂຄສະນາອົມຮົມແຂວງ ໄດ້ຈັດໃຫ້ມີພິທີເຜີຍແຜ່ເຊື່ອມຊືມເອກະສານ
ຈໍານວນໜຶ່ງດັ່ງນີ້.
1. ແຈ້ງການ ສະບັບເລກທີ 317/ຫວຂ.ຜລ ວ່າດ້ວຍການເສຍຄ່າທໍານຽມທາງ.
2. ແຈ້ງການ ສະບັບເລກທີ 354/ປກສ.ຜລ ວ່າດ້ວຍການການເພີ່ມທະວີຮັກສາຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍຕາມທ້ອງຖະນົມຫົນທາງ.
3. ຄໍາສັ່ງ ເລກທີ 2493/ກປ ກ່ຽວກັບການເພີ່ມທະວີຄວາມຮັບຜິດຊອບ, ສະກັດກັ້ນຕ້ານໄຟໄໝ້ປ່າ, ກະກຽມຜະລິດເບ້ຍໄມ້, ປູກໄມ້ ແລະ ຟື້ນຟູປ່າ ປີ 2021.
4. ແຈ້ງການແນະນໍາ ສະບັບເລກທີ 77/ສຍຂ.ຜລ ເລື່ອງການປຸກລະດົມສະມາຊິກແມ່ຍິງລາວບັນດາເຜົ່າ ເຂົ້າຮ່ວມບັ້ນການເລື່ອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ພ້ອງທັງສ້າງຂະບວນການຂໍ່ານັບຮັບຕ້ອນວັນແມ່ຍິງ ສາກົນ ຄົບຮອບ 111 ປີ.
ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດຈຳນວນ 11 ທ່ານ, ຍິງ 7 ທ່ານ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ນາງ ວັນເຮືອງ ສໍດາລາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ. ເຊິ່ງກ່ອນອື່ນທ່ານກໍ່ໄດ້ສະເໜີ ຈຸດປະສົ່ງ ແລະ ບັນດາເນື້ອໃນເອກະສານເພື່ອໃຫ້ບັນດາພະນັກງານ - ລັດຖະກອນ, ພາຍໃນຄະນະໂຄສະນາອົບຮົມແຂວງໄດ້ມີຄວາມຮັບຮູ້ - ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ເນື້ອໃນເອກະສານເຫລົ່ານັ້ນ ແລະ ໄດ້ເນັ້ນໜັກບາງບັນຫາດັ່ງນີ້:
- ຍົກສູງຕໍ່ການນໍາໃຊ້ພາຫະນະ, ໃຫ້ມີຄວາມຖືກຕ້ອງທາງດ້ານເອກະສານ ແລະ ເສຍພັນທະຕໍ່ລັດຕາມລະບຽບກົດໝາຍທີ່ໄດ້ກໍານົດໄວ້.
- ຍົກສູງສະຕິລະວັງຕົວ ແລະ ພ້ອມກັນປະກອບສ່ວນປ້ອງກັນ ແລະ ການປະກົດການຫຍໍ້ທໍ້ທຸກຮູບແບບທີ່ເກີດ ຂຶ້ນໃຫ້ຫລຸດນ້ອຍຖ່ອຍລົງ ເພື່ອໃຫ້ສັ່ງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.
- ເປັນເຈົ້າການໃນການປົກປັກຮັກສາປ່າໄມ້, ສົ່ງເສີມ ອະນຸລັກປ່າໄມ້ໃຫ້ຍືນຍົງ ພ້ອມທັງພາກັນປະກອບສ່ວນໃນການບົວລະບັດ ແລະ ປຸກຕົ້ນໄມ້ໃຫ້ເປັນປ່າ, ກາຍເປັນປ່າສີຂຽວ ເພື່ອນໍາໃຊ້ໄດ້ຍາວນານ.
- ຊວ່ຍການປຸກລະດົມເອື້ອຍນ້ອງແມ່ຍິງບັນດາເຜົ່າ ໃຫ້ໄປໃຊ້ສິດຂອງຕົນເອງ ໃນການເລືອກເອົາຜູ້ແທນສະມາ ຊິກສະພາແຫ່ງຊາດ ແລະ ຜູ້ແທນສະມາຊິກສະພາປະຊາຊົນຜູ້ທີດີ ເພື່ອນເປັນຕົວແທນໃຫ້ແກ່ປະຊາຊົນ.
ມີ 2 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 97 |
![]() | ມື້ວານນີ້ | 187 |
![]() | ອາທິດນີ້ | 199 |
![]() | ເດືອນນີ້ | 3320 |
![]() | ທັງໝົດ | 124291 |