ເຈົ້າແຂວງໆ ຜົ້ງສາລີ ພົບປະໂອ້ລົມພະນັກງານຫຼັກແຫລ່ງຂອງເມືອງຍອດອູ
ໃນຕອນເຊົ້າຂອງວັນທີ 4 ເມສາ 2022 ຜ່ານມານີ້, ທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຜົ້ງສາລີ ພ້ອມດ້ວຍຄະນະນຳຈາກພະແນກການທີ່ກ່ຽວຂ້ອງຂັ້ນແຂວງ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງຍອດອູ, ໂດຍມີທ່ານ
ສົມຫວັງ ສຸມວີໄລ ກຳມະການພັກແຂວງ, ເລຂາພັກເມືອງໆ ເຈົ້າເມືອງໆຍອດອູ ພ້ອມດ້ວຍການນຳຂອງເມືອງຕະຫຼອດຮອດພະນັກງານຫຼັກແຫລ່ງອ້ອມຂ້າງເມືອງໃຫ້ການຕ້ອນຮັບ.
ໂອກາດນີ້ ທ່ານເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຄະນະ ກໍ່ໄດ້ຮັບຟັງການລາຍງານລະບອບແບບແຜນວິທີເຮັດວຽກຂອງຄະ ນະບໍລິຫານງານພັກເມືອງ ແລະ ສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງເມືອງໃນສົກປີ 2021 ແລະ ທິດທາງແຜນການປີ 2022; ຈາກທ່ານ ສົມຫວັງ ສຸມວີໄລ ເຈົ້າເມືອງໆຍອດອູ ໄດ້ຍົກໃຫ້ເຫັນການຊີ້ນຳໆພາຂອງອົງການປົກຄອງເມືອງໃນໄລຍະ 1 ປີທີ່ຜ່ານມາ, ມີທັງດ້ານດີຜົນສຳເລັດ ແລະ ດ້ານອ່ອນຂໍ້ຄົງຄ້າງ ເຊິ່ງທົ່ວເມືອງມີ 75 ບ້ານ, ມີ 6.196 ຄົວເຮືອນ, ມີ 8.523 ຄອບຄົວ, ມີພົນລະເມືອງ 33.558 ຄົນ, ຍິງ 16.261 ຄົນ, ໄລຍະຜ່ານມາຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ປະຕິບັດວຽກງານດ້ວຍຄວາມເປັນເຈົ້າການ, ເຊິ່ງໄດ້ຖືເອົາວຽກງານສືກສາອົບຮົມການເມືອງ-ແນວຄິດ ລົງໂຄສະນາສືກສາໃຫ້ພະນັກ ງານ, ສະມາຊິກພັກ ຕະຫຼອດຮອດປະຊາຊົນບັນດາເຜົ່າ ໃຫ້ມີຄວາມເຂົ້າໃຈ ແລະ ເຊື່ອໝັ້ນຕໍ່ການນຳພາຂອງພັກ, ເພີ່ມທະວີການຊີ້ນຳ-ນຳພາເດັດຂາດໂດຍກົງ ແລະ ຮອບດ້ານໂດຍສະເພາະແມ່ນວຽກງານການເມືອງ-ເເນວຄິດ, ວຽກງານເສດຖະກິດສັງຄົມ, ວຽກງານວັດທະນະທຳສັງຄົມ, ວຽກງານອົງການຈັດຕັ້ງມະຫາຊົນ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຊິ່ງຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ຮັບປະກັນໄດ້ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍທົ່ວສັງຄົມໂດຍພື້ນຖານ. ປັດຈຸບັນຈຳນວນຄອບຄົວທຸກ ມີ 3.297 ຄອບຄົວ, ກວມ 53,21% ຂອງຄອບຄົວທັງໝົດ, ຈຳນວນຜູ້ທຸກຍາກ 19.201 ຄົນ, ຍິງ 8.644 ຄົນ, ກວມເອົາ 54,29% ຂອງຈຳນວນພົນລະເມືອງທັງໝົດ; ມີບ້ານພົ້ນທຸກ 25 ບ້ານ ກວມ 33,33%; ບ້ານຍັງບໍ່ທັນພົ້ນທຸກ ມີ 50 ບ້ານ 66,66%; ສາເຫດທີ່ພາໃຫ້ທຸກຍ້ອນ: ທີ່ຢູ່ອາໃສ່ບໍ່ໜາແໜ້ນ, ບໍ່ໄດ້ຊົມໃຊ້ໄຟຟ້າໃນລະບົບຕາຂາຍ, ບໍ່ມີອາຊີບຖາວອນ ແລະ ແຫຼ່ງລາຍຮັບບໍ່ໝັ້ນຄົງ.
ໂອກາດນີ້, ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງໆຜົ້ງສາລີ ກໍ່ໄດ້ມີຄຳເຫັນໂອ້ລົມ ເຊິ່ງກ່ອນອື່ນທ່ານກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີມມາຍັງຄະນະພັກ, ຄະນະນໍາທຸກຂັ້ນ ຕະຫຼອດພະນັກງານຫຼັກແຫລ່ງຂອງເມືອງ ທີ່ສາມາດຍາດໄດ້ຜົນງານ ແລະ ໄຊຊະນະໃນໄລຍະທີ່ຜ່ານມາ ຄຽງຄູ່ກັບຜົນງານດັ່ງກ່າວທ່ານຍັງໄດ້ເໜ້ນໜັກຕື່ມຫຼາຍບັນຫາ ເປັນຕົ້ນແມ່ນໃຫ້ສືບຕໍ່ເອົາໃຈໃສ່ເຊື່ອມຊຶມກໍາແໜ້ນຢ່າງເລິກເຊິ່ງ ຕໍ່ແນວທາງ, ນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ ເພື່ອເປັນບ່ອນອີງໃນການຊີ້ນໍາ-ນໍາພາ ແລະ ການບໍລິຫານປົກຄອງ ໃຫ້ຖືກຕ້ອງ ແລະ ສອດຄ່ອງ; ສືບຕໍ່ສູ້ຊົນປະຕິບັດຄາດໝາຍແຜນພັດ ທະນາເສດຖະກິດ - ສັງຄົມຂອງເມືອງ ໃນປີ 2022 ຢ່າງສຸດຂີດ ເປັນຕົ້ນແມ່ນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ຄາດຫມາຍດ້ານລາຍຮັບງົບປະມານ, ສືບຕໍ່ສຸມໃສ່ຫັນລົງກໍ່ສ້າງຮາກຖານຖານເມືອງ ຕາມຄໍາສັ່ງແນະນໍາຂອງຄະນະປະຈໍາພັກແຂວງ ສະບັບເລກທີ 3059/ຄພຂ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ ໂດຍສຸມໃສ່ 128 ບ້ານ, ມີ 7.040 ຄອບຄົວ; ເອົາໃຈໃສ່ວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ໂດຍສະເພາະຢູ່ຈຸດລຽບຕາມຊາຍແດນ, ສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ຢ່າງແຂງແຮງ ແລະ ແທດເຖິງຕົວຈິງ, ໂດຍສະເພາະການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ - ການເງິນ ແລະ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້ປະກົດຜົນເປັນຈີງ; ສືບຕໍ່ປະຕິບັດມາດຕະການຜ່ອນຜັນ ແລະ ບໍ່ຜ່ອນຜັນໃນການປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດພະຍາດ Covid-19 ແລະ ສືບຕໍ່ສັກຢາວັກຊີນໃຫ້ບັນລຸຕາມກຸ່ມເປົ້າໝາຍ ພ້ອມທັງປະຕິບັດຕາມການດໍາລົງຊີວິດແບບໃໝ່ New Normal ໂດຍສືບຕໍ່ເຜີຍແຜ່ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດຕາມຄໍາສັ່ງແນະນນໍາຂອງເຈົ້າແຂວງສະບັບເລກທີ 5454/ຈຂ.ຜລ ໃຫ້ທົ່ວເຖິງ ແລະ ເຂັ້ມງວດ.
![]() | ມື້ນີ້ | 44 |
![]() | ມື້ວານນີ້ | 245 |
![]() | ອາທິດນີ້ | 487 |
![]() | ເດືອນນີ້ | 1274 |
![]() | ທັງໝົດ | 339261 |