ແຂວງຜົ້ງສາລີ ມອບ - ຮັບ ໜ້າທີ່ລະຫວ່າງຮອງເຈົ້າແຂວງຜູ້ເກົ່າ ແລະ ຜູ້ໃໝ່
ພິທີມອບ - ຮັບ ໜ້າທີລະຫ່ວາງຮອງເຈົ້າແຂວງຜົ້ງສາລີຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 21 ມັງກອນ 2021 ນີ້ ຢູ່ທີ່ຫ້ອງປະຊຸມຊັ້ນ 5 ຂອງຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງ
ທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ, ມີບັນດາທ່ານກໍາມະການປະຈຳພັກແຂວງ, ກຳມະການພັກແຂວງ, ເຈົ້າເມືອງ 7 ເມືອງທົ່ວແຂວງ, ຫົວໜ້າ - ຮອງຫົວໜ້າພະແນກການ, ອົງການຈັດຕັ້ງມະຫາຊົນ, ລັດວິສາຫະກິດອ້ອມຂ້າງແຂວງ, ຄະນະພັກ, ຄະນະບັນຊາ ສອງກຳລັງ ປກຊ - ປກສ ຕະຫຼອດຮອດພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ຫຸມພັນ ຈັນທະລາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງເຈົ້າແຂວງສະບັບເລກທີ 3686/ຈຂ,ຜລ ວ່າດ້ວຍການແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານລັດ ໃນນີ້ເຫັນດີແຕ່ງ ຕັ້ງ ທ່ານ ຄຳເຫຼັກ ໃຈອິສານ ກຳມະການປະຈຳພັກແຂວງ, ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ເປັນຮອງເຈົ້າແຂວງ ຊີ້ນຳວຽກງານຂົງເຂດວັດທະນະທຳ - ສັງຄົມ ແລະ ທ່ານ ວິສອນ ລາວເມົາ ກຳມະການປະຈຳພັກແຂວງ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ ເປັນຮອງເຈົ້າແຂວງ ຊີ້ນຳວຽກງານຂົງເຂດເສດຖະກິດ - ການຜະລິດ. ຈາກນັ້ນທ່ານ ທອງສີ ເສົາສຸລິພົມ ຮອງເລຂາພັກແຂວງ, ຮອງເຈົ້າແຂວງຜົ້ງສາລີຜູ້ເກົ່າ ກໍ່ໄດ້ຂື້ນຜ່ານບົດສັງລວມຫຍໍ້ກ່ຽວກັບການຊີ້ນໍາ - ນໍາພາ ຂົງເຂດວຽກງານວັດທະນະທໍາ - ສັງຄົມ ແລະ ເສດຖະກິດການຜະລິດ ໃນຂອບເຂດ 10 ພະແນກ ແລະ 67 ຄະນະສະເພາະກິດ. ເຊີ່ງໃນຕະຫຼອດໄລຍະທີ່ຜ່ານມາໄດ້ຮັບຄວາມເອົາໃຈໃສ່ຈາກການຈັດຕັ້ງທຸກຂັ້ນ ແລະ ໃຫ້ຄວາມໄວ້ເນື້ອເຊື່ອໃຈຈາກຂັ້ນເທິງ, ຄະນະພັກ, ຄະພະແນກ, ພະນັກງານ-ລັດຖະກອນກໍ່ຄືຊັ້ນຄົນຕ່າງໆ ໃນຂົງເຂດວຽກງານທີ່ໄດ້ຊີ້ນໍາໂດຍຕະຫຼອດມາ, ຜ່ານການປະຕິບັດໜ້າທີ່ວຽກງານທີ່ສໍາຄັນຂອງພັກ-ລັດ, ໄດ້ສຸມສະຕິປັນຍາ, ຄວາມຮູ້ຄວາມສາມາດຂອງຕົນພ້ອມທັງຍາດແຍ່ງພູມປັນຍາ ແລະ ປະສົບການຈາກມະຫາຊົນເຂົ້າໃນວຽກງານທີ່ຕົນຮັບຜິດຊອບ, ເຮັດໃຫ້ຂົງເຂດວຽກງານ ວັດທະນະທໍາ-ສັງຄົມ ແລະ ຂົງເຂດເສດຖະກິດການຜະລິດ ຢູ່ແຂວງຜົ້ງສາລີ ໄດ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວທາງດ້ານຈໍານວນ ແລະ ຄຸນນະພາບທີ່ໜັກແໜ້ນ, ເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ ໄດ້ຮັບຜົນສໍາເລັດຢ່າງຕໍ່ເນື່ອງເປັນຕົ້ນແມ່ນ ພະນັກງານວິຊາການໄດ້ຮັບການຍົກລະດັບ ຄວາມຮູ້ທາງດ້ານວິຊາສະເພາະ, ທິດສະດີ ການເມືອງ-ການປົກຄອງ ແລະ ຄວາມຮູ້ທາງດ້ານວິທະຍາສາດເຕັກໂນໂລຊີຈາກລະດັບຕໍ່າໄປສູ່ລະດັບສູງກວ່າ, ປະສິດທິພາບ ແລະ ປະສິດທິຜົນຂອງວຽກງານການບໍລິການຮັບໃຊ້ສັງຄົມມີບາດກ້າວທີ່ໜັກແໜ້ນ, ພະນັກງານລັດຖະກອນພາຍໃນ 2 ຂົງເຂດນີ້ມີລະບຽບວິໄນດີ, ມີຄວາມສາມັກຄີຮັກແພງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ, ທຸກຄົນມີຄວາມກະຕືລືລົ້ນ ແລະ ມີຄວາມຈົ່ງຮັກພັກດີຕໍ່ການນໍາພາຂອງພັກ, ການນໍາຢູ່ 2 ຂົງເຂດນີ້ສ່ວນຫຼາຍເປັນປັນຍາຊົນມີຄວາມຮູ້, ຄວາມສາມາດແບກພາລະໜ້າທີ່ອັນໜັກໃນເງື່ອນໄຂກົນໄກເສດຖະກິດຕະຫຼາດທີ່ມີການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ, ມີແບບແຜນວິທີເຮັດວຽກ, ທຸກສະຫາຍສາມາດເປັນພະນັກງານສືບທອດປ່ຽນແທນໄດ້ໃນຕໍາແໜ່ງລະດັບຕ່າງໆ. ຈາກນັ້ນກໍ່ໄດ້ພ້ອມກັນລົງນາມເຊັນບົດບັນທືກມອບຮັບຮ່ວມກັນລະຫ່ວາງທ່ານຮອງເຈົ້າແຂວງຜົ້ງສາລີຜູ້ເກົ່າ ແລະ ຜູ້ໃໝ່ ເຊິ່ງຕາງໜ້າເຊັນມອບໂດຍທ່ານ ທອງສີ ເສົາສຸລິພົມ ຮອງເຈົ້າແຂວງຜົ້ງສາລີຜູ້ເກົ່າ ແລະ ເຊັນຮັບວຽກງານຂົງເຂດວັດທະນະທຳ-ສັງຄົມ ໂດຍ ທ່ານ ຄຳເຫູັກ ໃຈອິສານ ຮອງເຈົ້າແຂວງຜູ້ໃໝ່ ແລະ ເຊັນຮັບວຽກຂົງເຂດເສດຖະກິດການຜະລິດໂດຍທ່ານ ວິສອນ ລາວເມົາ ຮອງເຈົ້າແຂວງຜູ້ໃໝ່ ໂດຍຊ່ອງໜ້າຈາກທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງໆຜົ້ງສາລີ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນຄັ້ງນີ້ ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງໆຜົ້ງສາລີ ກໍ່ໄດ້ມີຄຳເຫັນໂອ້ລົມຕໍ່ພິທີ ເຊິ່ງທ່ານໄດ້ກ່າວວ່າ: ການຍົກຍ້າຍຊັບປ່ຽນໜ້າທີ່ວຽກງານແມ່ນເປັນວຽກປົກກະຕິ ແລະ ເປັນຄວາມຮຽກຮ້ອງຕ້ອງການໃນໜ້າທີ່ວຽກງານໄລຍະໃໝ່. ພ້ອມກັນນັ້ນທ່ານຍັງໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຜົນງານ ແລະ ໄຊຊະນະໃນການຊີ້ນຳນຳພາຂອງທ່ານຮອງເຈົ້າແຂວງຜູ້ເກົ່າ ແລະ ໄດ້ຮຽກຮ້ອງໃຫ້ທ່ານຮອງເຈົ້າແຂວງຜູ້ໃໝ່ທັງສອງທ່ານ ຈົ່ງຍົກສູງຄວາມຮັບຜິດຊອບທາງດ້ານການເມືອງຢ່າງໜັກແໜ້ນ, ເອົາໃຈໃສ່ຄົ້ນຄ້ວາຊອກຫາຮຽນຮູ້ໃຫ້ຫຼາຍຂຶ້ນ ເປັນຕົ້ນແມ່ນການກຳແໜ້ນແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ ຂອງພັກ ແລະ ລະບຽບກົດໝາຍຂອງລັດ ໃຫ້ເລິກເຊິ່ງ ເພື່ອເປັນບ່ອນອິງໃນການນໍາພາ-ຊີ້ນໍາໃຫ້ຖືກຕ້ອງ ແລະ ມີຜົນສໍາເລັດ, ດ້ານຄວາມຮູ້, ຄວາມສາມາດ ກໍ່ຕ້ອງໄດ້ສູ້ຊົນບຸກບືນຮໍ່າຮຽນຫຼາຍກວ່າເກົ່າ ເປັນຕົ້ນແມ່ນດ້ານທິດສະດີ ມາກ-ເລນິນ, ແນວຄິດ ໄກສອນ ພົມວີຫານ ກໍ່ຄືແນວທາງແຜນນະໂຍບາຍ ແລະ ອຸດົມການຂອງພັກເຮົາ ແລະ ຮໍ່າຮຽນທາງດ້ານວິຊາສະເພາະ, ວິຊາການ ໃນຂົງເຂດທີ່ຕົນຊີ້ນໍາ ແລະ ຮໍ່າຮຽນພາສາຕ່າງປະເທດ, ເຕັກວິທະຍາສາດ ນໍາໃຊເຂົ້າໃນການນໍາພາ-ຊີ້ນໍາໃຫ້ຖືກຕ້ອງ ແລະ ມີປະສິດຕິຜົນສູງ. ກຳແໜ້ນພາລະບົດ ບາດ, ໜ້າທີ່ສິດຂອບເຂດ ແລະ ແຜນການ, ຄາດໝາຍດ້ານຕ່າງໆ ຂອງບັນດາພະແນກການ, ອົງການໃນຂົງເຂດ ແລະ ບັນດາເມືອງ ທີ່ຕົນຊີ້ນໍາ ໃຫ້ຖືກຕ້ອງ ແລະ ແທດຕົວຈິງ. ສິ່ງສໍາຄັນແມ່ນເຄົາລົບ ແລະ ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ເພື່ອພ້ອມກັນຈັດຕັ້ງປະຕິບັດບັນດາຄາດໝາຍຕ່າງໆທີ່ໄດ້ຮັບຮອງຢູ່ໃນກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງ ໃຫ້ປະກົດຜົນເປັນຈີງ.
![]() | ມື້ນີ້ | 44 |
![]() | ມື້ວານນີ້ | 245 |
![]() | ອາທິດນີ້ | 487 |
![]() | ເດືອນນີ້ | 1274 |
![]() | ທັງໝົດ | 339261 |