ລັດຖະບານກຳນົດ 11 ໜ້າວຽກປະຕິບັດເດືອນ ມີນາ 2021
ວັນທີ 25 ກຸມພາ 2021 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ; ມີທ່ານ
ພັນຄຳ ວິພາວັນ, ຮອງປະທານປະເທດ, ບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ.
ສໍາລັບວຽກຈຸດສຸມ ປະຈໍາເດືອນ ມີນາ 2021, ກອງປະຊຸມ ໄດ້ຊີ້ນຳໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນກ່ຽວຂ້ອງ ສຸມໃສ່ຈັດຕັ້ງປະຕິບັດ ດັ່ງນີ້:
1. ສືບຕໍ່ຮັກສາສະຖຽນລະພາບ ທາງດ້ານການເມືອງ ໃຫ້ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ສະກັດກັ້ນບັນດາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໂດຍຈໍາກັດ ແລະ ຕີຖອຍ ສິ່ງທີ່ບໍ່ດີເຫຼົ່ານັ້ນ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ຄວາມປອດໄພໃຫ້ແກ່ປະຊາຊົນ.
2. ສືບຕໍ່ຕິດຕາມຢ່າງໃກ້ຊິດ ສະພາບການພາກພື້ນ ແລະ ສາກົນ ໂດຍມີການວິເຄາະວິໃຈເລິກເຊິ່ງ ກ່ຽວກັບຄວາມສ່ຽງ ແລະ ທ່າອ່ຽງຜົນກະທົບທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມຕໍ່ປະເທດເຮົາ ສືບຕໍ່ສ້າງສະພາບແວດລ້ອມອັນເອື້ອອໍານວຍໃຫ້ແກ່ການຮ່ວມມືກັບພາກພື້ນ ແລະ ສາກົນ.
3. ທຸກຂະແໜງການ ແລະ ທ້ອງຖິ່ນ ໃຫ້ສືບຕໍ່ຕິດຕາມການຈັດເກັບລາຍຮັບ ໃຫ້ໄດ້ຕາມແຜນການ ແລະ ທັນເວລາ ດ້ວຍມາດຕະການຕ່າງໆ ຢ່າງຄົບຊຸດ.
4. ສືບຕໍ່ປຸກລະດົມຂົນຂວາຍການລົງທຶນດ້ວຍຫຼາຍຮູບການ, ປັບປຸງແກ້ໄຂບັນຫາສິ່ງກີດຂວາງຕ່າງໆ ເພື່ອສ້າງເງື່ອນ ໄຂສະດວກ ໃຫ້ແກ່ນັກລົງທຶນ ແລະ ຍົກສູງປະສິດທິພາບການບໍລິການປະຕູດຽວ.
5. ສືບຕໍ່ຄຸ້ມຄອງ ແລະ ຮັກສາສະຖຽນລະພາບດ້ານເງິນຕາ ໃຫ້ມີຄວາມໝັ້ນທ່ຽງ, ເໜັງຕີງໃນລະດັບທີ່ກໍານົດໄວ້.
6. ສືບຕໍ່ເອົາໃຈໃສ່ຕິດຕາມຄຸ້ມຄອງລາຄາສິນຄ້າ ເພື່ອບໍ່ໃຫ້ຜູ້ປະກອບການ, ພໍ່ຄ້າຊາວຂາຍ ສວຍໂອກາດຂຶ້ນລາຄາສິນຄ້າ, ພ້ອມທັງເອົາໃຈໃສ່ຕິດຕາມຊຸກຍູ້ ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs).
7. ຮີບຮ້ອນແກ້ໄຂບັນດາອຸປະສັກໃນການຂົນສົ່ງ-ຈໍລະຈອນສິນຄ້າ ຢູ່ພາຍໃນປະເທດ ແລະ ຢູ່ຕາມດ່ານຕ່າງໆ ໂດຍຄົ້ນຄວ້າຫຼາຍວິທີແກ້ໄຂແບບປະສົມປະສານກັນ ຕາມສະພາບຕົວຈິງ ຂອງແຕ່ລະບ່ອນ ເຮັດແນວໃດ ບໍ່ໃຫ້ສິນຄ້າອັ່ງອໍ ແລະ ເສຍຄຸນນະພາບ ຍ້ອນອຸປະສັກໃນການຂົນສົ່ງ.
8. ໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ກະຊວງສາທາລະນະສຸກ ເພີ່ມທະວີການຄຸ້ມຄອງ, ການຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດມາດຕະການປ້ອງກັນການແຜ່ເຊື້ອ ແລະ ຕິດເຊື້ອພະຍາດໂຄວິດ-19.
9. ສືບຕໍ່ຕິດຕາມເຝົ້າລະວັງການປ່ຽນແປງດິນຟ້າອາກາດ ເພື່ອປະຊາສໍາພັນໃຫ້ປະຊາຊົນໄດ້ຮັບຮູ້ຂໍ້ມູນຂ່າວສານ.
10. ໃຫ້ບັນດາກະຊວງ-ອົງການ ແລະ ອົງການປົກຄອງທ້ອງຖິ່ນ ເອົາໃຈໃສ່ປະຕິບັດ ຄໍາສັ່ງເລກທີ 09/ນຍ ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດ ຢ່າງເອົາຈິງເອົາຈັງ.
11. ສືບຕໍ່ກະກຽມເນື້ອໃນເອກະສານ ທີ່ລັດຖະບານຈະໄດ້ລາຍງານຕໍ່ກອງປະ ຊຸມສະພາແຫ່ງຊາດ ຄັ້ງປະຖົມມະລຶກ ທີ່ຈະມາເຖິງໃຫ້ມີເນື້ອໃນຮັດກຸມ ເພື່ອໃຫ້ກອງປະຊຸມພິຈາລະນາຮັບຮອງໄດ້;
ໃນຕອນທ້າຍ, ກອງປະຊຸມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ພະນັກງານ, ລັດຖະກອນ, ກຳມະກອນ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປະຊາຊົນລາວບັນດາເຜົ່າ, ຊັ້ນຄົນ, ສາສະໜາດ ຄົນຕ່າງດ້າວ ແລະ ຜູ້ບໍ່ມີສັນຊາດທີ່ດຳລົງຊີວິດຢູ່ ສປປ ລາວ ກໍ່ຄືພີ່ນ້ອງເຊື້ອຊາດລາວ ທີ່ຢູ່ຕ່າງປະເທດ ທີ່ໄດ້ສະໜັບສະໜູນ, ເປັນກຳລັງແຮງໃຫ້ລັດຖະ ບານ ຊຸດທີ VIII ຈັດຕັ້ງປະຕິບັດດໜ້າທີ່ວຽກງານ ຕະຫຼອດ 5 ປີ ຜ່ານມາ. ພ້ອມກັນນີ້ ສະແດງຄວາມຂອບໃຈຕໍ່ບັນ ດາປະເທດເພື່ອນມິດ, ປະເທດອາຊຽນ, ບັນດາປະເທດໃນໂລກ ແລະ ອົງການຈັດຕັ້ງສາກົນຕ່າງໆທີ່ໄດ້ໃຫ້ການຊ່ວຍ ເຫຼືອ, ຮ່ວມມື ແລະ ສະໜັບສະໜູນລັດຖະບານຊຸດທີ VIII ຕະຫຼອດມາ.
![]() | ມື້ນີ້ | 18 |
![]() | ມື້ວານນີ້ | 245 |
![]() | ອາທິດນີ້ | 461 |
![]() | ເດືອນນີ້ | 1248 |
![]() | ທັງໝົດ | 339235 |