ຊົມເຊີຍວັນສ້າງຕັ້ງຄະນະໂຄສະນາອົບຮົມຜົ້ງສາລີ                                                                                                ຂ່ ຳ ນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງຜົ້ງສາລີຢ່າງສຸດໃຈ !

ທ່ານ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງຢູ່ ເມືອງ ຍອດອູ

ທ່ານ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ

ປະທານສູນກາງແນວລາວສ້າງຊາດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງຢູ່ ເມືອງ ຍອດອູ

     ໃນຕອນບ່າຍຂອງວັນທີ 15 ທັນວາ 2022 ນີ້ ທ່ານ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະໄດ້ເດີນທາງມາເຄື່ອນໄຫວຢ້ຽມຢາມ, ເຮັດວຽກ ແລະ ຊີ້ນຳວຽກງານແນວລາວສ້າງຊາດຢູ່ ເມືອງຍອດອູ ແຂວງຜົ້ງສາລີ ມີບັນດາ

ທ່ານຄະນະກຳມະການແນວລາວສ້າງຊາດເມືອງ ຕະຫຼອດຮອດພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມຢ່າງພ້ອມພຽງ.

     ຊຶ່ງການມາຢ້ຽມຢາມ ແລະ ເຮັດວຽກຂອງທ່ານໃນຄັ້ງນີ້ ທ່ານ ປອ ສິນລະວົງ ຄຸດໄພທູນ ພ້ອມດ້ວຍຄະນະກໍ່ໄດ້ຮັບຟັງການລາຍງານໂດຍຫຍໍ້ຈາກທ່ານ ນາງ ແສງລອດ ຈັນດາ ກຳມະການປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ ເຊິ່ງທ່ານໄດ້ລາຍງານບາງຜົນງານພົ້ນເດັ່ນໃນການຈັດຕັ້ງປະຕິບັດວຽກງານແນວລາວສ້າງຊາດເມືອງ ໃນ 1 ປີ 2022 ຜ່ານມາກໍ່ຄື ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງແນວລາວສ້າງຊາດ, ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງແນວລາວສ້າງຊາດແຂວງຜົ້ງສາລີ ແລະ ມະຕິມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງແນວລາວສ້າງຊາດເມືອງ ໄປຄຽງຄູ່ກັບການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂົງເຂດຄວາມຮັບຜິດຊອບຂອງແນວລາວສ້າງຊາດເມືອງເປັນໄດ້ຢ່າງດີ ແລະ ມີຫຼາຍຜົນງານພົ້ນເດັ່ນປະກອບສ່ວນເຮັດໃຫ້ເມືອງມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງ, ເຊື້ອໝັ້ນຕໍ່ການນຳພາຂອງພັກ, ຫຼຸດຜ່ອນຫາງສຽງຂອງສັງຄົມທີ່ມີຕໍ່ການນຳພາຂອງພັກ, ປຸກລະດົມໃຫ້ພໍ່ແມ່ປະຊາຊົນມີຄວາມຕື່ນຕົວປະກອບສ່ວນເຂົ້າໃນການປະຕິບັດ 2 ວາລະແຫ່ງຊາດ, ປະຕິບັດແນວທາງຂອງພັກ,ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາຊີວິດການເປັນຢູ່ໃຫ້ນັບມື້ດີຂື້ນເລື້ອຍໆ. ໃນໂອກາດນີ້ ທ່ານ ນາງ ແສງລອດ ຈັນດາ ກຳມະການປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ ຍັງໄດ້ຍົກໃຫ້ເຫັນດ້ານຄົງຄ້າງ, ວິທີການແກ້ໄຂໃນຕໍ່ໜ້າ ແລະ ຂໍ້ສະເໜີຈຳນວນໜຶ່ງແລະປ່ຽນກັບຄະນະທີ່ມາຈາກສູນກາງ.

     ມາໃນຕອນທ້າຍກໍ່ໄດ້ຮັບຟັງການໂອ້ລົມຈາກທ່ານ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ເພື່ອເປັນທິດຊີ້ນຳໃນການຈັດຕັ້ງປະຕິບັດວຽກງານຂອງແນວລາວສ້າງຊາດໃນຕໍ່ໜ້າໃຫ້ມີຜົນສຳເລັດ.

ຂ່າວໃໝ່

ວິດີໂອ

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ສະຖິຕິຜູ້ເຂົ້າຊົມ:

313122
ມື້ນີ້ມື້ນີ້68
ມື້ວານນີ້ມື້ວານນີ້85
ອາທິດນີ້ອາທິດນີ້1803
ເດືອນນີ້ເດືອນນີ້7642
ທັງໝົດທັງໝົດ313122

ກິດຈະກຳ