ຊົມເຊີຍວັນສ້າງຕັ້ງຄະນະໂຄສະນາອົບຮົມຜົ້ງສາລີ                                                                                                ຂ່ ຳ ນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງຜົ້ງສາລີຢ່າງສຸດໃຈ !

ຄະນະໂຄສະນາອົບຮົມແຂວງຜົ້ງສາລີ ຮ່ວມຂະບວນການປູກຕົ້ນໄມ້ຂອງແຂວງ ໃນວັນປູກຕົ້ນໄມ້ແຫ່ງຊາດ

ຄະນະໂຄສະນາອົບຮົມແຂວງຜົ້ງສາລີ

 ຮ່ວມຂະບວນການປູກຕົ້ນໄມ້ຂອງແຂວງ ໃນວັນປູກຕົ້ນໄມ້ແຫ່ງຊາດ

      ເພື່ອປະຕິບັດຕາມຄຳສັ່ງຂອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 2493, ລົງວັນທີ 23 ທັນວາ 2020 ວ່າດ້ວຍການເພີ່ມທະວີຄວາມຮັບປິດຊອບ

ສະກັດກັ້ນຕ້ານໄຟໄໝ້ປ່າ, ກະກຽມຜະລິດເບ້ຍໄມ້, ປູກໄມ້ ແລະ ຟື້ນຟູປ່າປີ 2021 ແລະ ແຈ້ງເຊີນ​ຂອງຫ້ອງວ່າການແຂວງ ສະບັບ​ເລກ​ທີ່​ 1649/ ຫວຂ.ຜລ, ລົງ​ວັນ​ມີ 28 ພຶດສະພາ 2021 ເຂົ້າຮ່ວມຂະບວນ ການປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມີຖຸນາ 2021 ຢູ່ເທດສະບານແຂວງໃໝ່ ທີ່ເມືອງບຸນເໜືອ ໂດຍມອບໃຫ້ບັນດາພະແນກການ, ອົງການ ແລະ ກອງບັນຊາການ ປກຊ-ປກສ ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ ທຸກທົ່ວໜ້າໃຫ້ເປັນເຈົ້າການໃນການປູກຕົ້ນໄມ້ໃຫ້ເປັນປ່າ ເພື່ອເປັນການຮັກສາສິ່ງແວດລ້ອມ ແລະ ຟື້ນຟູຊັບພະຍາກອນທຳມະຊາດໃຫ້ອຸດົມສົມບູນ ແລະ ທັງເປັນການປະຕິບັດນະໂຍບາຍພັດທະນາເສດຖະກິດຕາມທິດສີຂຽວຢືນຍົງ.

       ມາໃນຕອນເຊົ້າຂອງວັນທີ 1 ມີຖຸນາ 2021 ຜ່ານມານີ້ ທາງຄະນະຄະນະໂຄສະນາອົບຮົມແຂວງຜົ້ງສາລີ ກໍ່ໄດ້ປະກອນສ່ວນນຳຂະບວນການຂອງແຂວງ ເພື່ອປູກຕົ້ນໄມ້ໃຫ້ເປັນປ່າ ແລະ ໄດ້ປູກຕາມເນື້ອທີ່ການແບ່ງຂອງພະແນກກະສິກຳ ແລະ ປ່າໄມ້ແຂວງ ແບ່ງໃຫ້ຕາມຂອບເຂດຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ ເຊິ່ງໃນນີ້ຄະນະໂຄສະນາອົບຮົມແຂວງຂອງພວກໄດ້ຮັບເບ້ຍໄມ້ຈຳນວນ 54 ຕົ້ນ ເພື່ອນຳເອົາໄປປູກຕາມຄວາມຮັບຜິດຊອບ ເຊິ່ງນຳໂດຍທ່ານ ນ. ຈັນມະນີ ນາມວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ ພ້ອມດ້ວຍຄະນະ ແລະ ພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງລວມ 9 ຄົນ, ຍິງ 4 ຄົນ ແລະ ໄດ້ປູກຕົ້ນໄມ້ສຳເລັດຕາມການມອບໝາຍຂອງຄະນະຮັບຜິດຊອບ.

        ພາຍຫຼັງສຳເລັດການປູກຕົ້ນໄມ້ແລ້ວ; ທາງຄະນະໂຄສະນາອົບຮົມແຂວງ ກໍໄດ້ລາຍງານຜົນສຳເລັດໃຫ້ຄະນະຮັບຜິດຊອບ ເພື່ອຈະສະດວກໃນການກວດກາຄືນວ່າແຕ່ລະຕົ້ນແມ່ນປູກຄົບ ແລະ ຖືກຕ້ອງຕາມມາດຖານການປູກຕົ້ນໄມ້ທີ່ທາງພະນັກງານວິຊາການພະແນກກະສິກຳ ແລະ ປ່າໄມ້ແຂວງແນະນຳ.

ຂ່າວໃໝ່

ວິດີໂອ

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ສະຖິຕິຜູ້ເຂົ້າຊົມ:

339236
ມື້ນີ້ມື້ນີ້19
ມື້ວານນີ້ມື້ວານນີ້245
ອາທິດນີ້ອາທິດນີ້462
ເດືອນນີ້ເດືອນນີ້1249
ທັງໝົດທັງໝົດ339236

ກິດຈະກຳ