ແຂວງຜົ້ງສາລີ
ເຊື່ອມຊຶມ ແລະ ຜັນຂະຫຍາຍເອກະສານສໍາຄັນຂອງແຂວງ ຢູ່ກອງບັນຊາການ ປກຊ ແຂວງ
ໃນຕອນບ່າຍຂອງວັນທີ 20 ມີນາ 2023 ນີ້, ຢູ່ທີ່ກອງບັນຊາການ ປກຊ ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍ 3 ເອກະສານສໍາຄັນຂອງແຂວງຄື: ມະຕິກອງປະຊຸມຄົບຄະນະຄັ້ງທີ 6 ຂອງອົງຄະນະບໍລິຫານງານພັກແຂວງຊຸດທີ XI, ມະຕິກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວແຂວງຄັ້ງທີ II ແລະ ມະຕິກອງປະຊຸມ
ແຂວງຜົ້ງສາລີ ປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ
ຕອນບ່າຍຂອງວັນທີ 21 ມີນາ 2023 ນີ້, ຢູ່ຫ້ອງປະຊຸມຊັ້ນ 5 ຕຶກຫ້ອງວ່າການແຂວງ ທາງຄະນະໂຄສະນາອົບຮົມແຂວງໄດ້ຈັດໃຫ້ມີພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ຄື: ແຕ່ວັນທີ (22/ມີນາ/1955-22/ມີນາ/2023) ຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມ ແລະ ບັນຍາຍເອກະສານຂອງທ່ານ ຄຳຜອຍ ວັນນະສານ ກຳມະການ
ແຂວງຜົ້ງສາລີ
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມສຳຄັນຂອງແຂວງ ທີ່ເທດສະບານແຂວງ (ເມືອງບຸນເໝືອ).
ຕອນເຊົ້າວັນທີ 17 ມີນາ 2023 ນີ້ ນະທີ່ສະໂມສອນເມືອງບຸນເໜືອ ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະບໍລິຫານງານພັກແຂວງຊຸດທີ XI, ມະຕິກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວແຂວງ ຄັ້ງທີ II ແລະ ມະຕິກອງປະຊຸມ
ພະແນກການຂົງເຂດເສດຖະກິດຂັ້ນແຂວງເຊື່ອມຊຶມບັນດາມະຕິສຳຄັນຂອງແຂວງ
ຕອນເຊົ້າຂອງວັນທີ 16 ມີນາ 2023 ຢູ່ທີ່ສະໂມສອນເກົ່າຂອງແຂວງທີ່ເມືອງຜົ້ງສາລີ ທາງຄະນະໂຄສະນາອົບຮົມແຂວງ ໄດ້ຈັດໃຫ້ມີກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະ ຄັ້ງທີ 6 ຂອງຄະນະບໍລິຫານງານພັກແຂວງ ຊຸດທີ XI; ມະຕິກອງປະຊຸມວຽກງານການເມືອງ - ແນວຄິດ ທົ່ວແຂວງຜົ້ງສາລີ ຄັ້ງທີ II ແລະ ມະຕິກອງປະຊຸມ
ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຜົ້ງສາລີ
ໃນລະຫວ່າງວັນທີ 11-14 ມີນາ 2023 ນີ້ ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ຊຶ່ງນຳໂດຍທ່ານ ບົວວົງ ພົມພັກດີ ຮອງຫົວໜ້າກົມໂຄສະນາ ພ້ອມຄະນະ ໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຜົ້ງສາລີ ຊຶ່ງຈຸດປະສົງການມາເຮັດວຽກໃນຄັ້ງນີ້ ແມ່ນເພື່ອລົງເກັບກຳຂໍ້ມູນ ການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ໂດຍສະເພາະແມ່ນມະຕິ XI ຂອງພັກ, ການພັດທະນາເຂດຈຸດສຸມ, ບ້ານ ແລະ ກຸ່ມບ້ານພັດທະນາ ກໍຄືບຸກຄົນດີເດັ່ນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ກໍຄືການພັດທະນາຄອບຄົວ ແລະ ບັນຫາທີ່ພົ້ນເດັ່ນອື່ນໆ ເພື່ອມາຂຽນອອກວາລະສານໂຄສະນາ ພ້ອມທັງເກັບກຳສະພາບການນຳໃຊ້, ແຈກຢາຍ ແລະ ຄຸນປະໂຫຍດຂອງປື້ມວາລະສານໂຄສະນາ ຂອງຄະນະໂຄສະນາອົບຮົມສູນກາງພັກ ເພື່ອມີທິດປັບປຸງໃຫ້ດີຂຶ້ນເທື່ອລະກ້າວ.
ໃນການມາເຮັດວຽກຂອງກົມໂຄສະນາໃນຄັ້ງນີ້ ໄດ້ເຂົ້າພົບ ແລະ ລາຍງານຈຸດປະສົງຕໍ່ ທ່ານ ນ. ຈັນມະນີ ນາມວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມຄະນະ ແລະ ພະນັກງານຄະນະໂຄສະນາອົບຮົມແຂວງ ຫຼັງຈາກນັ້ນ, ທີມງານຂອງສູນກາງ ແລະ ຂອງແຂວງ ກໍໄດ້ລົງສຳພາດຄະນະພັກເມືອງໃໝ່, ເມືອງ ຂວາ ແລະ ລົງເກັບກຳຂໍ້ມູນຕົວຈິງກ່ຽວກັບບັນດາຕົວແບບຈຳນວນໜຶ່ງຢູ່ບາງບ້ານ ຂອງ 2 ເມືອງນຳອີກ.
![]() | ມື້ນີ້ | 43 |
![]() | ມື້ວານນີ້ | 245 |
![]() | ອາທິດນີ້ | 486 |
![]() | ເດືອນນີ້ | 1273 |
![]() | ທັງໝົດ | 339260 |