ຄະນະໂຄສະນາອົບຮົມແຂວງຜົ້ງສາລີ
ສ້າງຂະບວນການອອກແຮງງານ ຂ່ຳນັບຮັບຕ້ອນວັນແມ່ຍິງສາກົນ ຄົບຮອບ 113 ປີ
ກຳມະບານຮາກຖານ ຄະນະໂຄສະນາອົບຮົມແຂວງ ຜົ້ງສາລີ
ສ້າງຂະບວນການອອກແຮງງານ ຂໍ່ານັບຮັບຕ້ອນ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 67 ປີ.
ໂດຍອີງຕາມ ແຈ້ງການຂອງສະຫະພັນກຳມບານແຂວງຜົ້ງສາລີ ສະບັບເລກທີ 4/ສກຂ, ລົງວັນທີ 23 ມັງກອນ 2023 ມາຕອນເຊົ້າຂອງວັນທີ 27 ມັງກອນ 2023 ນີ້ ກຳມະບານຮາກຖານ ຄະນະໂຄສະນາອົບຮົມແຂວງ ໄດ້ນຳພາສະມາຊິກກຳມະບານພາຍໃນໜ່ວຍ ສ້າງຂະບວນການອອກແຮງງານລວມຮ່ວມກັບກຳມະບານຮາກຖານສຳນັກງານພາຍໃນ ສຳນັກງານປົກຄອງແຂວງ (ຕຶກຫ້ອງວ່າການແຂວງ); ນອກຈາກຮ່ວມກັນອະນາໄມລວມແລ້ວ, ຍັງໄດ້ພ້ອມກັນອະນາໄມຕາມຂອບເຂດຄວາມຮັບຜິດຊອບທີ່ໄດ້ແບ່ງກັນຕື່ມອີກ ເພື່ອເປັນການຕ້ອນຮັບວັນສ້າງຕັ້ງ ສະຫະພັນກຳມະບານລາວ ຄົບຮອບ 67 ປີ (1 ກຸມພາ 1956-1 ກຸມພາ 2023) ທີ່ຈະມາເຖິງນີ້ ຊຶ່ງມີສະມາຊິກກຳມະບານເຂົ້າຮ່ວມທັງໝົດ 7 ສະຫາຍ, ຍິງ 3 ສະຫາຍ.
ແຂວງຜົ້ງສາລີ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ແລະ ວັນຊາດ ກູບາ ຄົບຮອບ 64 ປີ
ພິທີປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949 - 20 ມັງກອນ 2023) ແລະ ວັນຊາດ ສາທາລະນະລັດ ກູບາ ຄົບຮອບ 64 ປີ (1 ມັງກອນ 1959 – 1 ມັງກອນ 2023) ໄດ້ຈັດຂຶ້ນ ໃນວັນທີ 20 ມັງກອນ 2023 ຢູ່ຫ້ອງປະຊຸມຊັ້ນ 5 ຂອງຕຶກຫ້ອງວ່າການແຂວງ, ໂດຍພາຍໃຕ້ການເປັນປະທານ
ຄະນະໂຄສະນາອົບຮົມແຂວງຜົ້ງສາລີ ປະດັບຫຼຽນໄຊແຮງງານ ແລະ ມອບໃບຍ້ອງຍໍລັດຖະບານ
ໃຫ້ແກ່ພະນັກງານທີ່ມີຜົນງານດີເດັ່ນໃນໄລຍະ 5 ປີທີ່ຜ່ານມາ
ພິທີປະດັບຫຼຽນໄຊແຮງງານ ຊັ້ນ I ແລະ ມອບໃບຍ້ອງຍໍລັດຖະບານ ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມແຂວງຜົ້ງສາລີ ທີ່ມີຜົນງານດີເດັ່ນໃນໄລຍະ 5 ປີທີ່ຜ່ານມາ 2016 - 2020 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 29 ທັນວາ 2022 ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ໂດຍການເຂົ້າຮ່ວມຂອງທ່ານ ບົວທອງ ອຸແສງຄຳ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານພັກ-ພະນັກງງານຂັ້ນແຂງ, ມີທ່ານ ນາງ ຈັນມະນີ ນາມວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຜູ້ຕາງໜ້າຈາກພະແນກພາຍໃນແຂວງ, ຕະຫຼອດຮອດພະນັກ ງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ.
ໃນພິທີ ທ່ານ ສົມຈິດ ຫົງວີໄລຈິດ ຮອງຫົວໜ້າພະແນກພາຍໃນແຂວງ ໄດ້ຂຶ້ນຜ່ານລັດຖະດຳລັດຂອງປະທານປະເທດ ແຫ່ງ ສປປ ລາວ ວ່າດ້ວຍການປະດັບຫຼຽນໄຊແຮງງານ ຊັ້ນ I, ຊັ້ນ II ແລະ ຊັ້ນ III, ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການປະດັບຫຼຽນກາແຮງງານ ແລະ ມອບໃບຍ້ອງຍໍຂອງລັດຖະບານ ໃຫ້ແກ່ບຸກຄົນ, ກົມກອງລວມໝູ່, ບ້ານດີເດັ່ນ ທົ່ວແຂວງຜົ້ງສາລີ, ສຳລັບຂອງຄະນະໂຄສະນາອົບຮົມແຂວງປະກອບມີ ຫຼຽນໄຊແຮງງານຊັ້ນ I ບຸກຄົນ ຈໍານວນ 2 ທ່ານ, ຍິງ 1 ທ່ານ, ໃບຍ້ອງຍໍລັດຖະບານ ບຸກຄົນ ຈໍານວນ 12 ທ່ານ, ຍິງ 7 ທ່ານ. ໃຫ້ກຽດປະດັບຫຼຽນໄຊຊັ້ນ I ແລະ ມອບໃບຍ້ອງຍໍລັດຖະບານ ໂດຍແມ່ນ ທ່ານ ບົວທອງ ອຸແສງຄຳ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານພັກ-ພະນັກ ງານຂັ້ນແຂງ ແລະ ຂຶ້ນຮັບໂດຍແມ່ນພາກສ່ວນທີ່ກ່ຽວຂ້ອງຕາມລຳດັບ.
ໃນໂອກາດນີ້, ທ່ານ ບົວທອງ ອຸ່ແສງຄຳ ຮອງເລຂາພັກແຂວງ ໄດ້ມີຄຳເຫັນໂອ້ລົມ ຊຶ່ງກ່ອນອື່ນທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍມາຍັງພະນັກງານລັດຖະກອນພາຍໃນຄະນະໂຄສະນາອົບຮົມແຂວງ ທີ່ມີຜົນງານດີເດັ່ນປະກອບສ່ວນດ້ານເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນຂະບວນແຂ່ງຂັນຮັກຊາດໃນໄລຍະທີ່ຜ່ານມາ. ຄຽງຄູ່ກັບຜົນງານດັ່ງກ່າວ ທ່ານຍັງໄດ້ຮຽກຮ້ອງໃຫ້ທຸກທ່ານຈົ່ງສືບຕໍ່ກຳແໜ້ນແນວທາງການປ່ຽນ ແປງໃໝ່ຂອງພັກ - ລັດ ໃນແຕ່ລະໄລຍະ, ສືບຕໍ່ພັດທະນາວຽກງານວີຊາສະເພາະໃຫ້ມີຄວາມກ້າວໜ້າ, ເອົາໃຈໃສ່ປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມກ້າວສີວິໄລຕະຫຼອດໄປ.
![]() | ມື້ນີ້ | 15 |
![]() | ມື້ວານນີ້ | 245 |
![]() | ອາທິດນີ້ | 458 |
![]() | ເດືອນນີ້ | 1245 |
![]() | ທັງໝົດ | 339232 |