
ກອງບັນຊາການທະຫານເມືອງຂວາ ປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ
ວັນທີ 20 ມັງກອນ 2026 ນີ້, ກອງບັນຊາການທະຫານ ເມືອງຂວາ ແຂວງຜົ້ງສາລີ ໄດ້ຈັດຕັ້ງພິທີປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ໂດຍການເປັນປະທານ ແລະ ປາຖະກະຖາ ທ່ານ ສອນສະໜຸກ ສີສຸລາດ ກໍາມະການພັກແຂວງ ເລຂາພັກເມືອງ, ມີທ່ານ ພັນໂທ ພອນຄໍາ ດາວປະປະເສີດ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງ, ມີບັນທ່ານກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງພັກ, ຫົວໜ້າຫ້ອງການ, ຄະນະພັກ-ຄະນະບັນຊາ, ພະນັກງານລັດຖະກອນຕະຫຼອດຮອດພະນັກງານ-ນັກຮົບເຂົ້າຮ່ວມ.

ໃນພິທີ ທ່ານ ພັນໂທ ອ່ອນຄໍາ ດາວປະເສີດ ໄດ້ຂຶ້ນຜ່ານປະຫວັດການເຄື່ອນໄຫວຂອງກອງບັນຊາການທະການເມືອງຂວາ ແລະ ຜ່ານບົດສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈໍາປີ 2025. ຈາກນັ້ນ, ທ່ານ ຄໍຳໄລ ສຸທິພອນ ປະທານຄະນະກໍາມະການປົກຄອງເມືອງ ໄດ້ປາຖະກະຖາວັນຊາດ ສາທາລະນະລັດ ກູບາ ຄົບຮອບ 67 ປີ ( 1 ມັງກອນ 1959- 1 ມັງກອນ 2026 ).
ໂອກາດນີ້, ທ່ານ ສອນສະໜຸກ ສີສຸລາດ ເລຂາພັກເມືອງ ໄດ້ຍົກໃຫ້ເຫັນເຖິງປະຫວັດມູນເຊື້ອການກຳເນີດເຕີບໃຫຍ່ຂະຫຍາຍຕົວ,ການຕໍ່ສູ້ກູ້ຊາດ ຂອງກອງທັບປະຊາຊົນລາວ ຕະຫຼອດໄລຍະ 77 ປີຜ່ານມາ, ກອງທັບປະຊາຊົນລາວ ທ່າມກາງປະເທດຊາດຖືກຈັກກະພັດຕ່າງດ້າວເຂົ້າມາຮຸກຮານຄອບຄອງ ໂດຍພາຍໃຕ້ການນຳພາຂອງພັກ, ປະຊາຊົນລາວບັນດາເຜົ່າໄດ້ລຸກຮື້ຂຶ້ນຕໍ່ສູ້ຕ້ານການຮຸກຮານໃນທົ່ວປະເທດ ກອງທັບລາວອິດສະຫຼະໄດ້ຮັບການປະກາດສ້າງຕັ້ງຂຶ້ນ ໂດຍໃຕ້ການນຳພາຂອງ ປະທານໄກ ສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ຊີ້ນຳບັນດາໂດຍກົງ ໄດ້ຕໍ່ສູ້ຕ້ານຈັດກະພັດຜູ້ຮຸກຮານທັງແບບເກົ່າ ແລະ ແບບໃໝ່ ເພື່ອປົກຮັກສາປະເທດຊາດ ດ້ວຍນໍ້າໃຈອັນເດັດດ່ຽວໜຽວແໜ້ນ ຕໍ່ສູ້ບໍ່ຍອມຈຳນົນຢ່າງອົງອາດກ້າຫານ ດ້ວຍຄວາມພິລະອາດຫານຂອງຜູ້ນຳ ແລະ ປະຊາຊົນລາວ, ເຊິ່ງສ່ອງແສງເຖິງຜົນງານອັນຍິ່ງໃຫຍ່ ແລະ ຄຸນສົມບັດສິນທຳປະຕິວັດອັນຜ່ອງໃສ, ຄວາມສະຫຼຽວສະຫຼາດ ທີ່ມີໄຫວພິກທີ່ຄ່ອງແຄ້ວ, ມີຄວາມມານະອົດທົນ, ເດັດດ່ຽວ, ເຂັ້ມແຂງ, ມີເຫດມີຜົນ, ເຮັດແທ້ທຳຈິງ, ມີຄວາມກ້າຫານ ແລະ ຄວາມເສຍສະຫຼະອັນສູງສົ່ງກັບພາລະກິດຕໍ່ສູ້ປົດປ່ອຍຊາດ ຂອງບັນດາທ່ານຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເຊິ່ງຍາມໃດພວກເພິ່ນກໍ່ໄດ້ຍົກສູງຜົນປະໂຫຍດສ່ວນ ລວມຂອງຊາດ, ຂອງປະຊາຊົນຫຼາຍກວ່າຜົນປະໂຫຍດສ່ວນຕົວ ແລະ ຄອບຄົວ, ມີນ້ຳໃຈຮັກຊາດຮັກລະບອບໃໝ່ອັນດູດດື່ມ ແລະ ອົງອາດກ້າຫານຕໍ່ສູ້ບໍ່ຍອມຈໍານົນ ຍອມເສຍສະຫຼະເພື່ອປະເທດຊາດ, ເພື່ອປະຊາຊົນ ໂດຍນຳພາປະຊາ ຊົນລາວບັນດາເຜົ່າ ຕໍ່ສູ້ກັບພວກສັດຕູຜູ້ມາຮຸກຮານ ຢ່າງບໍ່ຍອມຈຳນົນ, ສາມາດຂ້າມຜ່ານ ອຸປະສັກນາໆປະການຢ່າງລະອິດລະອ້ຽວ ຈົນສາມາດຍາດເອົາໄຊຊະນະອັນຍິ່ງໃຫຍ່, ຍາດໄດ້ເອກະລາດ ນໍາເອົາຄວາມອຸດົມ ສົມບູນຄູນສຸກມາສູ່ປະເທດຊາດລາວເຮົາຢ່າງສະຫງ່າຜ່າເຜີຍຂຶ້ນໃນວັນທີ 2 ທັນວາ 1975.
ການຈັດຕັ້ງປາຖະກະຖາໃນຄັ້ງນີ້ ເພື່ອແນໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານທົ່ວກົມກອງໃຫ້ຮັບຮູ້ເຊື່ອມຊຶມ, ກຳແໜ້ນຢ່າງເລິກເຊິ່ງກ່ຽວກັບທາດແທ້, ມູນເຊື້ອ, ຄຸນສົມບັດ-ສິນທຳປະຕິວັດ, ຄຸນງາມຄວາມດີຂອງກອງທັບປະຊາຊົນລາວ ກໍ່ຄືບັນດາຜູ້ນຳປະຕິວັດທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເພື່ອເປັນບົດຮຽນໃນການເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມກ້າວໜ້າ, ມີຜົນງານອັນໃໝ່ ແລະ ສ້າງໃຫ້ກົມກອງມີຄວາມເຂັ້ມແຂງ, ໜັກແໜ້ນເປັນກ້າວໆ, ພ້ອມທັງກຳແໜ້ນທາງດ້ານເນື້ອໃນຈິດໃຈໄດ້ຢ່າງເລິກເຊິ່ງ ເພື່ອພ້ອມກັນນຳເອົາມູນເຊື້ອອັນດີງາມຂອງກອງທັບປະຊາຊົນລາວ ນໍາໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານຕົວຈິງຂອງກົມກອງໃຫ້ເກີດດອກອອກຜົນດີຂຶ້ນເປັນກ້າວໆ.
ຂ່າວ: ສອນໄຊ ແສງມະນີ