ກອງບັນຊາການທະຫານ ແຂວງຜົ້ງສາລີ
ດຳເນີນກອງປະຊູມເຜີຍແຜ່ເອກະສານ ສຶກສາການເມືອງ-ແນວຄິດ ສຳລັບສະມາຊິກພັກ ພະນັກງານ ເພື່ອດຳເນີນຊີວິດການເມືອງໃນທົ່ວພັກ
ວັນທີ 15 ພຶດສະພາ 2025 ນີ້, ກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມວຽກງານການເມືອງແນວຄິດສໍາລັບພະນັກງານສະມາຊິກພັກ ເພື່ອດໍາເນີນຊີວິດການເມືອງໃນທົ່ວພັກ, ໂດຍການເປັນປະທານ ຂອງ ສະຫາຍ ປອ ໄຊນະຄອນ ອິນທະວົງ ຮອງເລຂາພັກແຂວງ ຮອງເຈົ້າແຂວງຜົ້ງສາລີ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ຮອງປະທານ ປກຊ-ປກສ ແຂວງ, ເຂົ້າຮ່ວມມີ ສະຫາຍ ພັນເອກ ວິໄລ ແພງສົມເຮືອງ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງຜົ້ງສາລີ, ມີຄະນະປະຈໍາພັກ-ຄະນະພັກກອງບັນຊາການທະຫານແຂວງ, ພະນັກງານທີມງານຂັ້ນແຂວງ, ພະນັກງານສະມາຊິກພັກສົມບູນ, ສໍາຮອງອົງການ 5 ຫ້ອງ ແລະ ກົມກອງອ້ອມຂ້າງເຂົ້າຮ່ວມ.
ສະຫາຍ ນາງ ພອນສະຫວັນ ສັກຕິຄຸນ ຫົວໜ້າຄະນະໂຄສະນາອົມຮົມແຂວງ ໄດ້ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 10 ສະໄໝທີ XI, ເພື່ອເຮັດໃຫ້ວຽກງານຈຸດສຸມທີ່ວາງໄວ້ໄດ້ຮັບການຈັດຕັ້ງປະຕິບັດ ແລະ ປະກົດຜົນເປັນຈິງ, ເປັນຕົ້ນແມ່ນການຕີລາຄາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄົບຄະນະຄັ້ງທີ 9 ຂອງຄະນະບໍລິຫານງານພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານປະຈໍາປີ 2024 ແລະ ທິດທາງ 2025, ຕິດພັນກັບການຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂເສດຖະກິດການເງິນ, ສະເພາະວຽກງານ ປກຊ-ປກສ ຈະໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ທີຄວາມຮັບຮູ້ເຂົ້າໃຈຕໍ່ມູນເຊື້ອຂອງພັກ, ຂອງກອງທັບ, ຕໍ່ລະບອບໃໝ່, ກໍ່ສ້າງ ແລະ ປັບປຸງສອງກໍາລັງໃຫ້ມີຄວາມປອດໃສ ໜັກແໜ້ນ ເຂັ້ມແຂງ, ມີລະບຽບວິໄນ, ມີຄວາມຈົງຮັກພັກດີຕໍ່ພັກ, ມີຄວາມເຂັ້ມແຂງດ້ານວິຊາສະເພາະ, ຕິດພັນກັບວາລະແຫ່ງຊາດວ່າດ້ວຍການຕ້ານ ແລະ ສະກັດກັ້ນບັນຫາຢາເສບຕິດ, ເປັນເຈົ້າການປະສານສົມທົບກັບເພື່ອມິດຍຸດທະສາດ ແລະ ພາກສ່ວນທີ່ກ່ຽວຂ້ອງຮັກສາຄວາມສະຫງົບຕາມບໍລິເວນຊາຍແດນໃຫ້ມີຄວາມສະຫງົບ ແລະ ເປັນລະຽບຮຽບຮ້ອຍ.
ໃນກອງປະຊຸມ ສະຫາຍ ປອ ໄຊນະຄອນ ອິນທະວົງ ປະທານກອງປະຊຸມ ໄດ້ເຜີຍແຜ່ມະຕິວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ, ເຊິ່ງໄດ້ຍົກໃຫ້ເຫັນສະພາບລວມ, ເຫດຜົນ ແລະ ຄວາມຈໍາເປັນຂອງການປັບປຸງກົງຈັກການຈັດຕັ້ງ, ເອກະສານສຶກສາອົບຮົມການເມືອງ-ແນວຄິດ 3 ບົດຄື: ຮໍ່າຮຽນເອົາແບບແຜນວິທີເຮັດວຽກ ແລະ ຄຸນສົມບັດສິນທໍາປະຕິວັດຂອງປະທານ ໄກສອນ ພົມວິຫານ, ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດຂອງພະນັກງານ, ສະມາຊິກພັກໃນເງື່ອນໄຂປັດຈຸບັນ ແລະ ມາດຕະຖານຂອງພະນັກງານສະມາຊິກພັກໃນເງື່ອນໄຂໃໝ່.
ຂ່າວ-ພາບ: ທອງສຸກ ຈັນຖະໜອມ