ກອງບັນຊາການ ປກສ ແຂວງຜົ້ງສາລີ ດຳເນີນກອງປະຊູມເຜີຍແຜ່ເອກະສານ ສຶກສາການເມືອງ-ແນວຄິດ ສຳລັບສະມາຊິກພັກ ພະນັກງານ ເພື່ອດຳເນີນຊີວິດການເມືອງໃນທົ່ວພັກ

ກອງບັນຊາການ ປກສ ແຂວງຜົ້ງສາລີ

ດຳເນີນກອງປະຊູມເຜີຍແຜ່ເອກະສານ ສຶກສາການເມືອງ-ແນວຄິດ ສຳລັບສະມາຊິກພັກ ພະນັກງານ ເພື່ອດຳເນີນຊີວິດການເມືອງໃນທົ່ວພັກ

      ໃນຕອນເຊົ້າຂອງຂອງວັນທີ 13 ພຶດສະພາ ປີ 2025 ນີ້ ນະທີສະໂມສອນຂອງ ກອງບັນສາການ ປກສ ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານສຶກສາອົບຮົມການເມືອງ-ແນວຄິດ ສຳລັບພະນັກງານ, ສະມາຊິກພັກ ເພືອດຳເນີນຊີວິດການເມືອງໃນທົ່ວພັກ ຢູ່ກອງບັນຊາການ ປກສ ແຂວງຜົ້ງສາລີ ໂດຍການເປັນປະທານ ເຜີຍແຜ່ເອກະສານຂອງ ສະຫາຍ ປອ ໄຊນະຄອນ ອິນທະວົງ ຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ຮອງປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງຜົ້ງສາລີ,ເຂົ້າຮ່ວມເຜີຍແຜ່ເອກະຊົນ ມີສະຫາຍ ນາງ ວັນເຮືອງ ສໍດາລາ ຮອງຫົວໜ້າຄະນະໂຄສະ ນາອົບຮົມແຂວງຜົ້ງສາລີ,ເຂົ້າຮ່ວມຮັບຟັງ ມີຄະນະພັກ,ຄະນະພະແນກ, ຄະນະບັນຊາ ຕະຫລອດຮອດພະນັກງານນັກຮົບພາຍໃນ ປກສ ແຂວງຜົ້ງສາລີ ແຕ່ຊັ້ນຮ້ອຍໂທຂຶ້ນໄປເຂົ້າຮ່ວມ.

     ໃນກອງປະຊຸມ ສະຫາຍ ນາງ ວັນເຮືອງ ສໍດາລາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ສະເໜີຈຸດ ປະສົງ ຂອງການເຜີຍແຜ່ເອກະສານ ຈາກນັ້ນ ສະຫາຍ ປອ ໄຊນະຄອນ ອິນທະວົງ ຮອງເລຂາພັກແຂວງ, ຮອງເຈົ້າ ແຂວງ ໄດ້ມີຄຳເຫັນ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການ ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງ ມະຕິກອງປະ ຊຸມຄົບຄະນະຄັ້ງທີ 10 ຂອງຄະນະບໍລີຫານງານພັກແຂວງສະໄໝ ທີ Xl,ເຜີຍແຜ່ ມະຕິ ວ່າດ້ວຍການປັບປຸງກົງຈັກການຈັດຕັັ້ງ ເລກທີ 03/ຄບສພ,ລົງວັນທີ 12 ມີນາ 2025, ເຜີຍແຜ່ມະຕິກອງປະຊຸມ ອົງການປົກຄອງແຂວງ ຄັ້ງ ທີ 9 ສະ ໄໝທີ lX ແລະ ເອກະສານ ສຶກສາອົບຮົມການເມືອງ-ແນວຄິດ ສຳລັບ ພະນັກງານ, ສະມາຊິກພັກ ເພື່ອດຳເນີນຊີວິດການເມືອງໃນທົ່ວພັກ,  ແນະນໍາ ຂອງຄະນະໂຄສະນາອົບຮົມສູນກາງພັກ ກ່ຽວກັບການນໍາໃຊ້ເອກະສານສຶກສາອົບຮົມການເມ ອງ-ແນວຄິດ ສໍາລັບສະມາຊິກພັກ, ພະນັກງານ ເພືອດໍາເນີນຊີວິດການເມືອງ ໃນທົົ່ວພັກ ສະບັບເລກທຼີ 310/ຄອສພ ລົງວັນທຼີ 15 ຕຸລາ 2024.

ທາງນີ້ກໍ່ເພືອສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ ຮັບຮູ້, ເຂົ້າໃຈ ແລະ ຮໍໍ່າຮຽນເອົາແບບແຜນວິທີເຮັດວຽກ ແລະ ຄຸນສົມບັດສິນທໍາປະຕິວັດສູງສົງ ຂອງປະທານ ໄກສອນ ພົມວິຫານ ເພື່ອພ້ອມກັນ ຕັັ້ງໜ້າຄົ້ນຄວ້າ, ສຶກສາຮໍໍ່າຮຽນ ເອົາເພິນເປັນແບບຢ່າງ ເພືອຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນພະນັກງານ, ສະມາຊິກພັກ ຜູ້ທີດຼີເດັ່ນ ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ທີ່ໜັກແໜ້ນ, ເພື່ອສຶກສາອົບຮົມສະມາຊິກພັກ, ພະນັກງານ ໄດ້ຮັບຮູ້, ເຂົ້າໃຈມາດຕະຖານ ຂອງສະມາຊິກພັກ,ພະນັກງານ ຊຶງແມ່ນສິງທີ່ສໍາຄັນ ແລະ ຈໍາເປັນ ພ້ອມທັງແມ່ນປັດໄຈພື້ນນຖານ ໃຫ້ແກ່ການເລືອກເຟັ້ນເອົາພະນັກງານ, ສະມາຊິກພັກ ເຂົ້າໃນການສັບຊ້ອນ, ຈັດວາງ, ກໍ່ສ້າງ, ບໍາລຸງ ແລະ ທັງເປັນບ່ອນອິງໃຫ້ພະນັກງານ,ສະມາຊິກພັກ ໄດ້ຝຶກຝົນຫຼໍ່ຫຼອມຕົນເອງ ດ້ານຄຸນທາດການເມືອງ, ຄຸນສົມ ບັດສິນທໍາປະຕິວັດ ເພືອກ້າວຂຶັນເປັນພະນັກງານ, ສະມາຊິກພັກ ທີມີຄຸນນະພາບ, ເພືອເປັນການປຸກລະດົມຂະບວນການ ຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ໃນການບຸກບືນສູ້ຊົນຈັດຕັັງປະຕິບັດມະຕິກອງປະຊຸມໃຫຍ່ ຄັັງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ5 ປີແຫ່ງຊາດ ຄັັງທີ IX ແລະ ສອງວາລະແຫ່ງຊາດ ຕິດພັນກັບການສ້າງຜົນງານ ຂໍໍ່ານັບຮັບຕ້ອນ 3 ວັນປະຫວັດສາດ ໃນປີ 2025 ວັນສ້າງຕັັງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວຄົບຮອບ 50 ປີແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.

ຂ່າວ:ຍີນໄຊ ສີບຸນເຮືອງ

 

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet