Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131
ກອງປະຊຸມຄົບຄະນະບໍລິຫານງານພັກເມືອງໃໝ່ ເປີດກວ້າງ ຄັ້ງທີ 3 ສະໄໝທີ XV -

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງໃໝ່ ເປີດກວ້າງ ຄັ້ງທີ 3 ສະໄໝທີ XV

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງໃໝ່ ເປີດກວ້າງ ຄັ້ງທີ 3 ສະໄໝທີ XV

     ກອງປະຊຸມ ຄົບຄະນະບໍລິຫານງານພັກເມືອງ ເປີດກວ້າງ ຄັ້ງທີ 3 ສະໄໝທີ XV ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 16 ມີນາ 2026 ນີ້ ທີ່ສະໂມສອນຫຼັງໃໝ່ຂອງເມືອງ, ແຂວງຜົ້ງສາລີ ໂດຍການເປັນປະທານຂອງ ສະຫາຍ ພອນທະວີ ໄຊມົນຕີ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາສະຫາຍຮອງເລຂາພັກເມືອງ, ຫົວໜ້າຫ້ອງການ, ຮອງຫ້ອງການ, ເລຂາຄະນະພັກຮາກຖານກຸ່ມບ້ານ, ເລຂາພັກບ້ານ ເຂົ້າຮ່ວມທັງໝົດ 55 ສະຫາຍ, ຍິງ 11 ສະຫາຍ.

     ໃນໂອກາດດັ່ງກ່າວ, ສະຫາຍ ພອນທະວີ ໄຊມົນຕີ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມເຊິ່ງສະຫາຍໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ໄດ້ດໍາເນີນໃນທ່າມກາງບັນຍາກາດທີ່ທົ່ວພັກທົ່ວລັດທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນມີຄວາມພາກພູມໃຈຕໍ່ຜົນສຳເລັດການເລືອກຕັ້ງຜູ້ແທນສະມາຊິກສະພາແຫ່ງຊາດຊຸດທີX ແລະ ຜູ້ແທນສະມາຊິກສະພາປະຊາຊົນແຂວງຊຸດທີV ຢ່າງເປັນຂະບວນຟົດຟື້ນ ຊຶ່ງຜົນສຳເລັດດັ່ງກ່າວເຕັມໄປດ້ວຍເນື້ອໃນອັນສຳຄັນທີ່ເປັນການສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນເຂົ້າສູ່ລວງເລິກ, ສ້າງທ່ວງທ່າ ແລະ ພື້ນຖານອັນໜັກແໜ້ນໃຫ້ແກ່ການນໍາພາປະເທດຊາດ ພົ້ນຈາກຄວາມທຸກຍາກ ຄວາມດ້ອຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ; ເປັນກອງປະຊຸມ ທີ່ມີຄວາມໝາຍສຳຄັນ, ມີລັກສະນະບຸກທະລຸ, ເປີດກວ້າງຈິນຕະນາການ ໃນການນໍາພາຊີ້ນໍາ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ; ສ້າງຄວາມຮັບຮູ້ເຂົ້າໃຈ ແລະ ຄວາມເປັນເອກະພາບສູງພາຍໃນຄະນະບໍລິຫານງານພັກ ຕໍ່ແຜນວຽກລະບອບແບບແຜນນໍາພາ-ຊີ້ນໍາ, ຄວາມຮັບຜິດຊອບການເມືອງ ຂອງຄະນະບໍລິຫານງານພັກເມືອງ ແລະສະຫາຍຍັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍຄະນະພັກ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງ, ສຸມສະຕິປັນຍາຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນຢ່າງມີຈຸດສຸມ, ເນັ້ນໃສ່ການແກ້ໄຂບັນຫາ ແລະ ການຊອກທາງອອກທີ່ສາມາດປະຕິບັດໄດ້. ກອງປະຊຸມຄັ້ງນີ້ ບັນດາສະຫາຍຜູ້ແທນຈະໄດ້ຮັບຟັງຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຄະນະບໍລິຫານງານພັກເມືອງ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026ບົດລາຍງານຜົນສຳເລັດຂອງກອງປະຊຸມອົງການປົກ
ຄອງເມືອງ ຄັ້ງທີ 2 ຊຸດທີ IV, ສະຫຼຸບຕີລາຄາການນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດວຽກງານຮອບດ້ານ ປີ 2025 ແລະ ທິດທາງແຜນການ ປີ 2026, ບົດລາຍງານຄວາມພ້ອມໃນການກະກຽມການສ້າງຕາແສງ 5 ຕາແສງໃນທົ່ວເມືອງບົດລາຍງານການຈັດຕັ້ງປະຕິບັດຄາດໝາຍ (SDG) ຂົງເຂດວັດທະນະທຳ-ສັງຄົມ ໃນສົກຮຽນ 2025-2026ບົດລາຍງານການຈັດຕັ້ງປະຕິບັດ ບັນດາບ້ານນາມມະຍົດ  ແລະ ທິດທາງແຜນການ2026, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026,ຮ່າງສະຫຼຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາເສດຖະກິດ-ການເງິນ; ການສະກັດກັ້ນ ແລະ  ແກ້ໄຂບັນຫາຢາເສບຕິດ, ບົດລາຍງານການຈັດຕັ້ງປະຕິບັດແຜນຫງົບປະມານແຫ່ງລັດ ປະຈຳປີ 2025 ແລະ ແຜນຄາດຄະເນ ປີ 2026, ສະຫຼຸບການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນະຊົນນະບົດ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026; ພ້ອມດຽວກັນນັ້ນ ຍັງໄດ້ຍົກໃຫ້ເຫັນບັນຫາດ້ານອ່ອນຂໍ້ຄົງຄ້າງ ທີ່ເປັນອຸປະສັກຈໍານວນໜຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ. ຈາກນັ້ນ ບັນດາຜູ້ແທນກໍ່ໄດ້ພ້ອມກັນປະກອບຄຳຄິດຄຳເຫັນຕາມຄຳຖາມເຈາະຈີ້ມຂອງປະທານກອງປະຊຸມ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າມີຄວາມເປັນເອກະ ພາບ, ຖືກ ຕ້ອງ, ສອດຄ່ອງ ແລະ ແທດເຖິງ. ມາໃນຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ແລະ ມີຄໍາເຫັນຊີ້ນໍາຈາກ ສະຫາຍ ພອນທະວີ ໄຊມົນຕີ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ  ເຊິ່ງກ່ອນອື່ນສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນໍາພາ-ຊີ້ນຳຂອງຄະນະພັກແຕ່ລະຂັ້ນທີ່ໄດ້ນຳພາສະມາຊິກພັກ, ພະນັກງານປະຕິບັດໜ້າທີ່ຂອງຕົນຢ່າງຕັ້ງໜ້າ ແລະ ໄດ້ຮັບຜົນສຳເລັດ  ພ້ອມທັງຮຽກຮ້ອງໃຫ້ຄະນະພັກທຸກຂັ້ນ ຕ້ອງສືບຕໍ່ເອົາໃຈໃສ່ເຮັດວຽກງານ
ສຶກສາອົບຮົມການເມືອງ-ແນວຄິດ ດ້ວຍຫຼາຍຮູບຫຼາຍວິທີ, ຍົກສູງຄຸນທາດການເມືອງໃຫ້ໜັກແໜ້ນ, ເພື່ອເຮັດໃຫ້ພະນັກງານສະມາຊິກພັກເຂົ້າໃຈ ແລະ ປະຕິບັດຕາມລະບຽບກົດໜາຍຂອງລັດ, ມະຕິຂອງຂັ້ນເທີງ ພ້ອມກັນນໍາເອົາເນື້ອໃນກອງປະຊຸມຄັ້ງນີ້ໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານແຕ່ລະຂົງເຂດໃຫ້ປະກົດຜົນເປັນຈິງ ແລະ ສຶບຕໍ່ແກ້ໄຂດ້ານອ່ອນຂໍ້ຄົງຄ້າງຕັ້ງໜ້າປະກອບສ່ວນເຂົ້າໃນການສະກັດກັ້ນແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂື້ນໃນຖັນແຖວພະນັກງານ, ສະມາຊິກພັກ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.
ພາບ ຂ່າວ: ວັນວິໄລ

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet