ກອງປະຊຸມທາບທາມບຸກຄະລາກອນ ຄະນະບໍລິຫານງານພັກເມືອງບຸນໃຕ້, ແຂວງຜົ້ງສາລີ ສະໄໝທີ VIl ຮອບທີ 2

ກອງປະຊຸມທາບທາມບຸກຄະລາກອນ ຄະນະບໍລິຫານງານພັກເມືອງບຸນໃຕ້, ແຂວງຜົ້ງສາລີ ສະໄໝທີ VIl ຮອບທີ 2

      ກອງປະຊຸມ​ທາບ​ທາມບຸກຄະລາກອນ ​ຄະ​ນະ​ບໍ​ລິ​ຫານງານພັກເມືອງບຸນໃຕ້, ແຂວງ ຜົ້ງສາລີ ສະໄ​ໝ​ທີ VI​l  ​ຮອບ​ທີ 2 ໄດ້​ຈັດຂຶ້ນຢ່າງ​ເປັນ​ທາງ​ການ ໃນວັນທີ 27 ມັງກອນ 2025 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການຫຼັງເກົ່າ ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ເປັນ​ປະ​ທານ ຂອງ ສະຫາຍ ​ສັນຕິ ແກ້ວຍະສານ ກຳມະການ​ປະ​ຈຳ​ພັກ​ແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ຮອງຫົວໜ້າຄະນະປັບປຸງບຸກຄະລາກອນຂັ້ນແຂວງ ເຂົ້າ​ຮ່ວມ​ມີທ່ານ ທອງ​ສິງ ອິນ​ທະ​ແສງ ​ເລ​ຂາ​ພັກ​ເມືອງ, ເຈົ້າ​ເມືອງ​ບຸນ​ໃຕ້, ມີບັນດາສະຫາຍ ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຄະນະພັກຮາກຖານກຸ່ມ, ເລ​ຂາ-ຮອງ​ເລ​ຂາ, ຄະ​ນະ​ໜ່ວຍ​ພັກ​ສຳ​ນັກ​ງານ​ອົງ​ການ, ຫົວ​ໜ້າ, ຮອງ​ຫົວ​ໜ້າ​ຫ້ອງ​ການ, ໂຮງຮຽນ-ໂຮງໝໍ, ເລ​ຂາ, ຮອງ​ເລ​ຂາ, ຄະ​ນະ​ພັກ​ຂັ້ນ​ບ້ານ​ໃນ​ທົ່​ວ​ເມືອງ​ບຸນ​ໃຕ້​ເຂົ້າ​ຮ່ວມ​ຈຳ​ນວນ 231 ທ່ານ, ຍິງ 31 ທ່ານ, ສາ​ມະ​ຊິກ​ພັກ 231 ສະ​ຫາຍ, ຍິງ 31 ສະ​ຫາຍ.

       ໃນ​ກອງ​ປະ​ຊຸມ ທ່ານ ນາງ ສຸກ​ສະ​ຫວັນ ສຸ​ລີ​ຄຳ ຄະ​ນະ​ປະ​ຈຳ​ພັກ​ເມືອງ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ເມືອງ, ຮອງຫົວໜ້າຄະນະປັບປຸງກົງຈັກ​ຂັ້ນເມືອງ, ໄດ້​ສະ​ເໜ​ີ​ຈຸດ​ປະ​ສົງເປົ້າໝາຍໃນກກອງປະຊຸມທາບທາມບຸກຄະລະກອນວ່າ ເພື່ອ​ປະ​ກອນ​ເຂົ້າ​ໃນ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກ​ເມືອງ​ສະ​ໄໝ​ທີ 7 ຈາກນັ້ນ ທ່ານ ສະຫາຍ ​ສັນຕິ ແກ້ວຍະສານ ກຳມະການປະ​ຈຳ​ພັກ​ແຂວງ ຫົວໜ້າຄະນະຈັດຕັ້ງແຂວງຮອງຫົວໜ້າຄະນະປັບປຸງບຸກຄະລາກອນຂັ້ນແຂວງ ປະ​ທານກອງ​ປະ​ຊຸມ​ ໄດ້​ມີ​ຄຳ​ເຫັນ ແລະ ຊີ້​ນຳ​ກອງ​ປະ​ຊຸມ​ວ່າ: ກອງປະຊຸມ​ທາບ​ທາມບຸກຄະລາ​ຄະ​ນະ​ບໍ​ລິ​ຫານງານພັກ ເຊິ່ງ​ເປັນ​ກອງ​ປະ​ຊຸມ​ທີ​ມີ​ ​​ຄວາມ​ໝາຍຄວາມ​ສຳ​ຄັນ ເພື່ອ​ເປັນການ​ຄັດ​ເລືອກ​ບຸກ​ຄະ​ລາ​ກອນ​ທີ່​ມີ​ມາດ​ຖານ​ເງື່ອນ​ໄຂ ເຂົ້າ​ໃນ​ການ​ຄູ້ມ​ຄອງນຳ​ພາ​ການ​ປະ​ຕິ​ບັດ ວຽກ​ງານ​ຕາມ​ແນວ​ທາງ​ປ່ຽນ​ແປງ​ໃໝ່​ໃນ​ແຕ່​ລະ​ໄລ​ຍະ ແລະ​ໄດ້​ຊີ້​ແຈ້ງ, ອະ​ທີ​ບາຍ​ບາດ​ກ້າວ ການ​ດຳ​ເນີນກອງ​ປະ​ຊຸມ ໃຫ້​ເປົ້າ​ໝາຍ​ທີ່​ເຂົ້າ​ຮ່ວມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງນັ້ນ​ ໂດຍ​ເໜັ້ນ​ໃຫ້​ຜູ້​​ແທນ​ແຕ່​ລະ​ຂັ້ນ ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ ຈົ່ງ​ພິ​ຈະ​ລະ​ນາ​ຢ່າງ​ຮອບ​ດ້ານ​ໃນ​ການ​ໃຊ້​ສິດ​ຄັດ​ເລືອກ, ຕ້ອງ​ມີ​ການ​ແຈກ​ແຍກ​ເບິ່ງ​ທັດ​ສະ​ນະ​ຄວາມ​ຮູ້, ຄວາມ​ສາ​ມາດ, ມີ​ຄຸນ​ສົມ​ບັດ​ສິນ​ທຳ​ທຳ​ປະ​ຕິ​ວັດ, ມີ​ແບບ​ແຜນ​ວິ​ທີ​ເຮັດ​ວຽກ​ທີ່​ດີ, ປະ​ຕິ​ບັດ​ລັກ​ການ​ລວມ​ສູນ​ປະ​ຊາ​ທິ​ປະ​ໄຕ, ເຮັດ​ສຳ​ເລັດ​ໝ້າ​ການ​ເມືອງ​ຂອງ​ຕົນ ທີ່​ການ​ຈັດ​ຕັ້ງ​ຂັ້ນ​ເທິງມອບ​ໝາຍ​ໃຫ້ ແນ່​ໃສ່​ເຮັດ​ການ​ຄັດ​ເລືອກ ຄະ​ນະ​ບ​ໍ​ລິ​ຫານ​ງານ​ຊຸດນີ້​ດຳ​ເນີ​ນ​ໄປ ຢ່າງ​ຖຶກ​ຕ້ອງ​ລະ​ບຽບ​ພັກ ແລະ ໃຫ້​ມີ​ຜົນ​ສຳ​ເລັດ​ຕາມ​ລາດັບ​ຄາດ​ໝາຍ.

       ຈາກນັ້ນ, ທ່ານ ໂລ​ອະ​ຢິງ  ຮອງ​ປະ​ທານກວດ​ກາ​ແຂວງ ຄະ​ນະ​ປັບ​ປຸງບຸກ​ຄະ​ລະ​ກອນ​ຂັ້ນ​ແຂວງ ໄດ້​ຜ່ານ​ມະ​ຕິ​ຕົກ​ລົງ​ຂອງ​ຄະ​ນະ​ປະ​ຈຳ​ພັກ​ແຂວງ ໃນ​ນັ້ນ​ໄດ້​ແຕ່ງ​ຕັ້ງ​ພະ​ນັກ​ງານ​ດຳ​ລົງ​ຕຳ​ແໜ່ງ​ບໍ​ລິ​ຫານ ສະ​ບັບ​ເລກ​ທີ 11/ຂ​ຜ​ລ ລົງ​ວັນ​ທີ 08 ມັງ​ກອນ 2025 ເຈົ້າ​ແຂວງ​ຕົກ​ລົງ ແຕ່ງ​ຕັ້ງທ່ານ ທອງ​ສິງ ອິນ​ທະ​ແສງ ວ່າ​ການ​​ແທນເຕົ້າເມືອງ ເປັນເຈົ້າ​ເມືອງ​ບຸນ​ໃຕ້; ຈາກນັ້ນ​ທ່ານເຈົ້າ​ເມືອງ​ ໄດ້​​ຂື້ນ​ຜ່ານບົດ​ລາຍ​ງານ​ 2 ພາກ ແລະ  ທ່ານ ບຸນແພງ ​ລາວລີ ໄດ້​ຂຶ້ນ​ຜ່ານ​ແຜນ​​ພັດ​ທະ​ນາເສດ​​ຖະ​ກິດ-​ສັງ​ຄົມ ແລະ​ທ່ານ ສົມ​ຈິດ ໄດ້​ຂຶ້ນ​ຜ່ານບົດ​ສຳ​ຫຼວດ​ການ​ນຳ​ພາ​ລວມ, ຈາກນັ້ນ​ຜູ້​ແທນ​ທີ່​ມາ​ຈາກ​ແຕ່​ລະ​ພາກ​ສ່ວນ​ກໍ​ໄດ້​ປະ​ກອບ​ຄຳ​​ຄິດເຫັນ​ໃສ່​ບັນ​ດາ​ເອ​ກະ​ສານ​ເພື່ອ​ແນ​ໃສ​ເຮັດ​ໃຫ້​ສົມ​ບູນ​ຂຶ້ນ, ຄະ​ນະ​ຮັບ​ຜິດ​ຊອບກອງ​ປະ​ຊຸມ​ຂັ້ນ​ແຂວງ ​ກໍ່​ໄດ້​ຂື້ນ​ສະ​ເໜີ​ບັນ​ດາມະ​ຕິ, ເຊື່ອມ​ຊຶມ​ເອ​ກະ​ສານ​ກ່ຽວ​ກັບ​ຄວາມ​ເຂົ້າ​ໃຈ​ການ​ດຳ​ເນີນກອງ​ປະ​ຊຸມ 3 ຂັ້ນ​ ແລະ ບັນ​ດາ​ມາດ​ເງື່ອນ​ໄຂ​ລວມ ແລະ ສະ​ເພາະ ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກ​ເມືອງ ຕາມ​ມະ​ຕິ 030/ກມ​ສ​ພ, ລົງ​ວັນ​ທີ 30 ມັງ​ກອນ 2018. ຈາກນັ້ນ, ຜູ້​ແທນກອງ​ປະ​ຊຸມ ກໍ່​ໄດ້​ໃຊ້​ສິດ​ຂອງ​ຕົນ​ປ່ອນ​ບັດ​ທາບ​ທາມ ສະ​ໝັກ​ເລືອກ​ຕັ້ງ ເຂົ້າ​ໃນ​ຄະ​ນະ​ບ​ລິ​ຫານ​ງານ​ພັກ​ເມືອງ ສະໄ​ໝ​ທີ VI​l  ​ຮອບ​ທີ 2 ຕາມ​ລະ​ບຽບ ຫຼັກ​ການ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ​ສູງ. ກອງປະຊຸມໄດ້ດໍາເນີນໄປເປັນເວລາ 1 ຕອນ ບັນລຸຜົນສໍາເລັດຕາມລະດັບ ຄາດໝາຍ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet