ກອງປະຊຸມປຶກສາຫາລື ເພື່ອຂໍນະໂຍບາຍພິເສດກ່ຽວກັບໂຄງການພັດທະນາໃຫ້ແກ່ແຂວງຜົ້ງສາລີ

ກອງປະຊຸມປຶກສາຫາລື ເພື່ອຂໍນະໂຍບາຍພິເສດກ່ຽວກັບໂຄງການພັດທະນາໃຫ້ແກ່ແຂວງຜົ້ງສາລີ

     ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນ ວັນທີ 2 ພຶດສະພາ 2025 ທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ວິສອນ ລາວເມົາ ຮອງເຈົ້າແຂວງໆຜົ້ງສາລີ ຜູ້ຊີ້ນໍາວຽກງານເສດຖະກິດ ຂັ້ນແຂວງ, ມີບັນດາທ່ານຄະນະຮັບຜິດຊອບຄະນະສະເພາະກິດ ເພື່ອຂໍນະໂຍບາຍພິເສດກ່ຽວກັບໂຄງການພັດທະນາໃຫ້ແກ່ແຂວງຜົ້ງສາລີ ຂັ້ນແຂວງ, ຂັ້ນເມືອງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

     ໃນກອງປະຊຸມ ທ່ານ ທອງສຸກ ເປົາສຸລີ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ໄດ້ນຳສະເໜີຂໍ້ມູນເບື້ອງຕົ້ນ ເພື່ອຂໍນະໂຍບາຍພິເສດກ່ຽວກັບໂຄງການພັດທະນາໃຫ້ແກ່ແຂວງຜົ້ງສາລີ ເຊິ່ງຈຸດປະສົງ ແລະ ເຫດຜົນຄວາມຕ້ອງການຂອງແຂວງໃນການສະເໜີຈັດຕັ້ງປະຕິບັດ ນະໂຍບາຍພິເສດ ນັ້ນແມ່ນ ແຂວງຜົ້ງສາລີ ເປັນແຂວງທີ່ທຸກຍາກເນື້ອທີ່ກວມ 99% ເປັນພູດອຍ, ດ້ານພື້ນຖານໂຄງລ່າງຄົມມະນາຄົມຍັງພົບ ຄວາມຫຍຸ້ງຍາກ, ເສັ້ນທາງທ່ຽວໄດ້ 2 ດູ ມີພຽງ 335 ບ້ານ ກວມ 66,6% ຂອງຈໍານວນບ້ານທັງໝົດ, ນໍ້າກິນນໍ້າໃຊ້ ຫຼາຍບ້ານຍັງຂາດເຂີນບໍ່ທັນພຽງພໍ, ຄວາມທຸກຍາກຂອງປະຊາຊົນຍັງກວມອັດຕາສ່ວນສູງ, ຂັ້ນບ້ານຍັງກວມ 67,25% ແລະ ຄອບຄົວຍັງກວມ 55,02% ແລະ ຫຼາຍບ້ານຍັງບໍ່ທັນມີອາຊີບທີ່ຍືນຍົງ, ເຊິ່ງເປົ້າໝາຍຂອງການພັດທະນາ ເນື່ອງຈາກແຂວງຜົ້ງສາລີເປັນແຂວງທີ່ທຸກຍາກ ຖ້າທຽບໃສ່ 17 ແຂວງ, 1 ນະຄອນຫຼວງ, ແຂວງຜົ້ງສາລີ ເປັນແຂວງທີ່ທຸກຍາກກ່ວາໝູ່ໃນ ສປປ ລາວ, ຄວາມຕ້ອງການພັດທະນາຍັງຫຼາຍດ້ານບໍ່ສາມາດຕອບສະໜອງໄດ້ ເປັນຕົ້ນ: ໂຄງລ່າງພື້ນຖານດ້ານຄົມມະນາຄົມ, ໂຄງລ່າງການສຶກສາ, ສາທາລະນະສຸກ ແລະ ການຈັດສັນອາຊີບຄົງທີ່ໃຫ້ແກ່ປະຊາຊົນ, ລາຍຮັບຂອງແຂວງຖ້າທຽບໃສ່ລາຍຈ່າຍ ກວມ 20% ຂອງລາຍຈ່າຍທັງໝົດ, ນອກຈາກນັ້ນແມ່ນຄຸນດ່ຽງຈາກສູນກາງກວມ 80% ເປັນແຂວງທີ່ຂາດດຸນງົບປະມານສູງ ແລະ ລາຍຮັບຂອງ ແຂວງທຽບໃສ່ GDP ກວມ 2%, ອີງໃສ່ສະພາບຄວາມຫຍຸ້ງຍາກດັ່ງກ່າວທາງແຂວງ ໄດ້ກຳນົດ 6 ເປົ້າໝາຍ, 6 ທາງ ອອກ ແລະ 9 ແຜນງານ ເພື່ອເປັນທິດສູ້ຊົນເປົ້າໝາຍການພັດທະນາທີ່ໄດ້ກຳນົດໃນມະຕິຄັ້ງທີ XI ຂອງຄະນະບໍລິຫານ ງານພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX (2021-2025) ຂອງແຂວງ. ເຊິ່ງໃນເບື້ອງຕົ້ນແຂວງຜົ້ງສາລີ ໄດ້ກຳນົດ 10 ແຜນງານບູລິມະສິດ ແລະ 267 ໂຄງການ, ລວມມູນຄ່າທັງໝົດ 7,451,486.50 ລ້ານກີບ. ໄດ້ກຳນົດແຜນງານການພັດທະນາ ລວມມີ 10 ແຜນງານ; ການເຊື່ອມໂຍງ, ເຊື່ອມຈອດໄປສູ່ 4 ທາງອອກ (ພາຍໃນ ແລະ ຕ່າງປະເທດ) ລວມມີ 3 ໂຄງການ; ລວມມີ ມູນຄ່າ 1,918,885.17ລ້ານກີບ, ການພັດທະນາໂຄງລ່າງຊົນນະບົດ ແລະ ແກ້ໄຂຄວາມທຸກຍາກລວມມີ 249 ໂຄງການ, ມີມູນຄ່າ 5,513,601.33 ລ້ານກີບ, ສົ່ງເສີມການຜະລິດເປັນສິນຄ້າ, ຕິດພັນກັບການຈັດສັນອາຊີບຄົງທີ່, ລວມມີ 15 ໂຄງການ, ມີມູນຄ່າ 19,000.00 ລ້ານກີບ. ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄ້ວາປະກອຍຄຳຄິດຄຳເຫັນໃສ່ຂໍ້ມູນເບື້ອງຕົ້ນ ເພື່ອຂໍນະໂຍບາຍພິເສດກ່ຽວກັບໂຄງການພັດທະນາໃຫ້ແກ່ແຂວງຜົ້ງສາລີ ຢ່າງກົງໄປກົງມາ ເປັນຕົ້ນແມ່ນການກຳນົດບັນດາກິດຈະກຳ, ໂຄງການ ຂອງແຕ່ລະເມືອງ, ແຕ່ລະຂະແໜງການ ຂັ້ນແຂວງ, ໃຫ້ລະອຽດຈະແຈ້ງ ເພື່ອພ້ອມກັນເອກະພາບ ແລະ ສະເໜີຕໍ່ຄະນະຮັບຜິດຊອບຂັ້ນສູງກາງພິຈາລະນາຮັບຮອງ.

 

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet