ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ເມືອງບຸນເໜືອ ແຂວງຜົ້ງສາລີ ຄັ້ງທີ IX

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ເມືອງບຸນເໜືອ ແຂວງຜົ້ງສາລີ ຄັ້ງທີ IX

     ໃນວັນທີ 10 ກຸມພາ 2025 ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ເມືອງບຸນເໜືອ ແຂວງຜົ້ງສາລີ ຄັ້ງທີ IX ໄດ້ໄຂຂຶ້ນຢ່າງເປັນທາງ ການ ແລະ ໄດ້ດຳເນີນມາເຖິງວັນທີ 11 ກຸມພາ 2025. ກອງປະຊຸມ ສະຫາຍ ບຸນພອນ ວິລະກຽດ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານມາດຖານ, ເງື່ອນໄຂຜູ້ທີ່ຈະສະໝັກເລືອກຕັ້ງ, ຜ່ານມະຕິຮັບຮອງບຸກຄະລາກອນຈະສະໝັກເລືອກຕັ້ງຄະນະພັກຊຸດໃໝ່ ແລະ ຜ່ານມາດຖານເງື່ອນໄຂຜູ້ແທນໄປເຂົ້າຮ່ວມກອງປະຊຸມໃຫຍ່ຄະນະພັກຂັ້ນເທິງ ຊຶ່ງເປັນການປະຕິບັດຕາມລະບຽບຫລັກການຈັດຕັ້ງນຳພາຂອງພັກ, ຮັບປະກັນການຈັດຕັ້ງປະຕິບັດວຽກງານໃຫ້ມີຄວາມເຂັ້ມແຂງ ເປັນບ່ອນອີງໃຫ້ແກ່ການເລືອກເຟັ້ນບຸກຄະລາກອນຜູ້ທີ່ມີຜົນງານດີເດັ່ນ ປະກອບເຂົ້າໃນຄະນະພັກຊຸດໃໝ່ ໃຫ້ຖືກຕ້ອງຕາມມາດຖານ ເງື່ອນໄຂທີ່ໄດ້ກຳນົດໄວ້ ໃນກົດລະບຽບຂອງພັກ.

     ຈາກນັ້ນ ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ດຳເນີນການປ່ອນບັດຄັດເລືອກເອົາຄະນະບໍລິຫານງານເມືອງບຸນເໜືອ ຊຸດໃໝ່ ຊຶ່ງມີຜູ້ສະໝັກເລືອກຕັ້ງທັງໝົດ 32 ສະຫາຍ, ຍິງ 6 ສະຫາຍ, ເລືອກເອົາ 27 ສະຫາຍ, ຍິງ 4 ສະຫາຍ ມີລາຍຊື່ດັ່ງນີ້:

  1. ສະຫາຍ ສົມພາບ ດາລາຈັກ
  2. ສະຫາຍ ວີສັນ ວົງນະຄອນ
  3. ສະຫາຍ ບຸນລຳ ທຳມະໃຈ
  4. ສະຫາຍ ນ. ບົວໄຂ ໃຈວົງ
  5. ສະຫາຍ ວັນໄຊ ໄຊຍະວົງ
  6. ສະຫາຍ ໄຊລັງ ຄຳຜາສຸກ
  7. ສະຫາຍ ພັທ ປອ ຖາວອນ ຈິດຕະນົນ
  8. ສະຫາຍ ຄຳ ສຸວົງ
  9. ສະຫາຍ ສົມເພັດ ສີຫາລາດ
  10. ສະຫາຍ ຄຳຈັນ ແກ້ວລາວກີນ
  11. ສະຫາຍ ນ. ສາວເພັງ ສຸລີນໄຊ
  12. ສະຫາຍ ນ. ບົວສະໄໝ ລີລາວົງ
  13. ສະຫາຍ ສົມເລີດ ໄຊກອງ
  14. ສະຫາຍ ນ. ວັນຄຳ ນະຄອນສຸກ
  15. ສະຫາຍ ພັທ ບຸນຈັນ ທະໄລຄຳ
  16. ສະຫາຍ ຈັນເພັດ ສົມຟອນ
  17. ສະຫາຍ ຄຳຕັນ ນາມແສງ
  18. ສະຫາຍ ບຸນໄຊ ປັນອ່ອນ
  19. ສະຫາຍ ອຸທະພອນ ໂສໃຈວົງ
  20. ສະຫາຍ ແສງເພັດ ສຸລີວັນ
  21. ສະຫາຍ ຈາຊໍ ສົມສຸກ
  22. ສະຫາຍ ມ້າວສານ ອິນນາມ
  23. ສະຫາຍ ຄຳແປງ ແກ້ວວົງຈັນ
  24. ສະຫາຍ ສົມເພັດ ຄຸນສີຮູ່ງ
  25. ສະຫາຍ ໜໍ່ຕ້າວ ແກ້ວຄຳດາ
  26. ສະຫາຍ ຄຳສຸກ ໄຊຍະແສງ
  27. ສະຫາຍ ສົມສະຫວ່າງ

ພ້ອມນັ້ນ ຜູ້ແທນກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສຳຮອງ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຜົ້ງສາລີ ຄັ້ງທີ XII ທີ່ຈະໄຂຂຶ້ນໃນຕໍ່ໜ້າ, ຜູ້ແທນສົມບູນ ຈຳນວນ 27ສະຫາຍ, ຍິງ 4 ສະຫາຍ, ຜູ້ແທນສຳຮອງ 5 ສະຫາຍ, ຍີງ 2 ສະຫາຍ ແລະ ກອງປະຊຸມຄັ້ງປະຖົມມະລຶກ ໄດ້ພິຈາລະນາຮັບຮອງເອົາການແຕ່ງຕັ້ງຄະນະປະຈຳພັກເມືອງ ຈຳນວນ 9 ສະຫາຍ, ຍິງ 1 ສະຫາຍມີລາຍຊື່ດັ່ງນີ້:

  1. ສະຫາຍ ສົມພາບ ດາລາຈັກ
  2. ສະຫາຍ ວີສັນ ວົງນະຄອນ
  3. ສະຫາຍ ບຸນລຳ ທຳມະໃຈ
  4. ສະຫາຍ ນ. ບົວໄຂ ໃຈວົງ
  5. ສະຫາຍ ວັນໄຊ ໄຊຍະວົງ
  6. ສະຫາຍ ໄຊລັງ ຄຳຜາສຸກ
  7. ສະຫາຍ ພັທ ປອ ຖາວອນ ຈິດຕະນົນ
  8. ສະຫາຍ ຄຳ ສຸວົງ
  9. ສະຫາຍ ສົມເພັດ ສີຫາລາດ

ກອງປະຊຸມໄດ້ຮັບຮອງ ເລຂາ, ຮອງເລຂາ ຄະນະບໍລິຫານງານພັກເມືອງຄື: ສະຫາຍ ສົມພາບ ດາລາຈັກ ເປັນເລຂາຄະນະບໍລິຫານງານພັກເມືອງບຸນເໜືອ, ສະຫາຍ ວີສັນ ວົງນະຄອນ ແລະ ສະຫາຍ ວັນໄຊ ໄຊຍະວົງ ເປັນຮອງເລຂາພັກເມືອງ, ຮັບຮອງເອົາປະທານ ແລະ ຮອງປະທານຄະນະກວດກາພັກເມືອງຄື: ສະຫາຍ ວັນໄຊ ໄຊຍະວົງ ເປັນປະທານຄະນະກວດກາພັກ, ສະຫາຍ ນາງ ວົງແສງ ເພັດຊະວົງ ແລະ ສະຫາຍ ມ້າວສານ ອິນນາມ ເປັນຮອງປະທານ ຄະນະກວດກາພັກ ຊຸດໃໝ່. ພ້ອມດຽວກັນນີ້ ໄດ້ມີການອ່ານສານອວຍພອນ ແລະ ກ້ອນກຳລັງປະຊາຊົນບັນດາເຜົ່າ ເຂົ້າອວຍພອນຜົນສຳເລັດກອງປະຊຸມໃຫຍ່ ທີ່ດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ສຳເລັດຕາມຈຸດປະສົງ ລະດັບຄາດໝາຍທີ່ວາງໄວ້.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet