
ການນຳພັກ – ລັດ ແຂວງຜົ້ງສາລີ ວາງກະຕາດອກໄມ້ຢູ່ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ
ເນື່ອງໃນໂອກາດສະເຫີຼສະຫຼອງວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ ທີ່ເຕັມໄປດ້ວຍຄວາມເບີກບານມ່ວນຊືນນັ້ນ ໃນຕອນບ່າຍຂອງວັນທີ 30 ມັງກອນ ປີ 2026 ນີ້ການນຳພັກ-ລັດ ແຂວງຜົ້ງສາລີ ໄດ້ນຳເອົາກະຕາດອກໄມ້ ເຂົ້າວາງຢູ່ອະນຸສອນສະຖານປະທານ ໄກສອນ ພົມວິຫານ ຊຶ່ງນຳພາໂດຍ ທ່ານ ນາງ ພອນແກ້ວ ຄຸນສົມເຮືອງ ກຳມະການພັກແຂວງ, ປະທານສະຫະພັນກຳມະການແຂວງຜົ້ງສາລີ ເຂົ້າຮ່ວມມີບັນດາທ່ານມີຕາງໜ້າຈາກອົງການຈັດຄັ້ງມະຫາຊົນ ແລະ ອົງການພາຄີ ຕະຫລອດຮອດພະນັກງານພາຍໃນສະຫະພັນກຳມະການແຂວງເຂົ້າຮ່ວມ.

ທາງນີ້ກໍ່ເພືອສະແດງຄວາມເຄົາລົບຮັກ, ກະຕັນຍູ, ຮູ້ບຸນຄຸນຕໍ່ ປະທານ ໄກສອນ ພົມວິຫານ ຜູ້ນຳທີດີເດັ່ນ ແລະ ເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງຊາດ ຜູ້ຈັດຕັ້ງນຳພາ, ພາລະກິດປະຕິວັດອັນຍີ່ງໃຫ່ຍ ຂອງປະເທດເຮົາມາແຕ່ໄລຍະຕໍ່ສູ້ກູ້ຊາດຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ຍາດໄດ້ໄຊຊະນະຢ່າງສະຫງາງາມ, ສືບຕໍ່ນຳພາທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດປົກປັກຮັກສາປະເທດຊາດ ອັນແສນຮັກ, ນຳພາວາງແນວທາງປ່ຽນແປງໃໝ່ຮອບດ້ານ ທີ່ມີຫຼັກການຂອງພັກຢ່າງມີໄຊ ສ້າງປະຖົມປັດໄຈ, ສ້າງສັງຄົມນິຍົມກ້າວຂຶ້ນຢ່າງໜັກແໜ້ນ ປະທານ ໄກສອນ ພົມວິຫານ ສົມແລ້ວທີ່ເປັນລູກຜູ້ປະເສີດ ແລະ ເປັນແບບຢ່າງອັນໃສແຈ້ງ ໃຫ້ແກ່ທົ່ວພັກ, ທົ່ວລັດ ແລະ ປວງຊົນລາວທັງຊາດ ມານະໂອກາດທີມີຄວາມໝາຍສຳຄັນຍີ່ງ ເພືອສະແດງຄວາມລົບຮັກ ຮູ້ບຸນຄຸນ ແລະ ຈົດຈຳລໍ້າລຶກຊື່ສຽງຮຽງນາມ ຄຸນງາມຄວາມດີ ຜົນງານອັນໃຫ່ຍຫຼວງຂອງ ປະທານ ໄກສອນ ພົມວິຫານ ທີແສນເຄົາລົບຮັກ.

ຂ່າວ: ຍີນໄຊ