
ການນໍາພັກ-ລັດເມືອງຂວາ ແຂວງຜົ້ງສາລີ ໄດ້ເຂົ້າ ວາງກະຕ່າດອກໄມ້ຕໍ່ໜ້າອານຸສາລີປະທານໄກສອນ ພົມວິຫານ
ໃນຕອນເຊົ້າຂອງວັນທີ 20 ມັງກອນ 2026 ນີ້ ເວລາ 7 ໂມງ 45 ນາທີ ການນໍາຂອງເມືອງ ນໍາໂດຍ ທ່ານ ສອນສະໜຸກ ສີສຸລາດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍຄະນະ, ມີຄະນະນຳກອງບັນຊາການທະຫານເມືອງ, ກອງບັນຊາການປ້ອງກັນຄວາມສະຫງົບເມືອງ, ບັນດາຫ້ອງການອ້ອມຂ້າງເມືອງ ໄດ້ເຂົ້າວາງ ວາງກະຕ່າດອກໄມ້ທີ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ 20/1/1949-20/1/2026 ຄົບຮອບ 77 ປີ.

ການວາງ ກະຕ່າດອກໄມ້ໃນຄັ້ງນີ້ ເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ ຂອງປະທານໄກສອນ ພົມວິຫານ ທີ່ໄດ້ເສຍສະຫຼະເຫື່ອແຮງ, ສຸມສະຕິປັນຍາ ເຂົ້າໃນການນຳພາ-ຊີ້ນໍາ ພາລະກິດປະຕິວັດ, ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດຂອງລາວ ທີ່ເສຍສະຫຼະຊີວິດ,ເລືອດເນື້ອເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ຈົນສາມາດຍາດ ໄດ້ໄຊຊະນະ ແລະ ປະກາດເອກະລາດ, ສະຖາປະນາ ເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

ຂ່າວ: ສອນໄຊ ແສງມະນີ