Warning: Cannot modify header information - headers already sent by (output started at /home/ptpslgov/public_html/index.php:5) in /home/ptpslgov/public_html/wp-includes/feed-rss2.php on line 8
Lưu trữ ການເຄື່ອນໄຫວຂອງຄະນະໂຄສະນາອົບຮົມແຂວງ - https://ptpsl.gov.la Thu, 07 Mar 2024 04:17:49 +0000 en-US hourly 1 https://wordpress.org/?v=6.5.3 https://ptpsl.gov.la/wp-content/uploads/2024/01/cropped-ແນທທ-32x32.jpg Lưu trữ ການເຄື່ອນໄຫວຂອງຄະນະໂຄສະນາອົບຮົມແຂວງ - https://ptpsl.gov.la 32 32 ຄະນະໂຄສະນາອົບຮົມແຂວງ ຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ໃຫ້ຄະນະພັກ, ຄະນະປົກຄອງບ້ານ ແລະ ການຈັດຕັ້ງບ້ານ ຢູ່ຈຸດສຸມການສ້າງຕົວເມືອງນ້ອຍບ້ານຢໍ້, ເມືອງບຸນເໜືອ, ແຂວງຜົ້ງສາລີ https://ptpsl.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99%e0%ba%b2%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%bb%81%e0%ba%82%e0%ba%a7%e0%ba%87-%e0%ba%9d%e0%ba%b6/ https://ptpsl.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99%e0%ba%b2%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%bb%81%e0%ba%82%e0%ba%a7%e0%ba%87-%e0%ba%9d%e0%ba%b6/#respond Tue, 05 Mar 2024 04:10:29 +0000 https://ptpsl.gov.la/?p=4263 ຄະນະໂຄສະນາອົບຮົມແຂວງ ຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ໃຫ້ຄະນະພັກ, ຄະ ນະປົກຄອງບ້ານ ແລະ ການຈັດຕັ້ງບ້ານ ຢູ່ຈຸດສຸມການສ້າງຕົວເມືອງນ້ອຍບ້ານຢໍ້, ເມືອງບຸນເໜືອ, ແຂວງຜົ້ງສາລີ      ໃນ​ໄລຍະ​ຫວ່າງວັນ​ທີ 29 ກຸມພາ-01 ມີນາ ປີ 2024 ຜ່ານມານີ້, ຄະນະໂຄສະນາອົບຮົມແຂວງ ສົມທົບກັບຄະນະໂຄສະນາອົບຮົມເມືອງບຸນເໜືອໄດ້ຈັດ​ຝຶກ​ອົບຮົມ​ຄວາມ​ຮູ້​ພື້ນຖານ​ດ້ານ​ການ​ເມືອງ-ການ​ປົກຄອງ​ ແລະ ການສ້າງບ້ານພັດທະນາໃຫ້​ຄະນະ​ພັກ​, ຄະນະປົກຄອງບ້ານ ແລະ ການຈັດຕັ້ງບ້ານ ຢູ່ຈຸດສຸມການສ້າງຕົວເມືອງນ້ອຍບ້ານຢໍ້, ເມືອງບຸນເໜືອ, ແຂວງຜົ້ງສາລີ. ໃຫ້ກຽດເຂົ້າຮ່ວມໃນພິທີມີຄວາມໝາຍຄວາມສໍາຄັນນີ້, ມີ ສະຫາຍ ນາງ ຈັນມະນີ ນາມວົງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຫົວໜ້າຄະນະໂຄສະນາອົບຮົມເມືອງ, ຄະນະໂຄສະນາອົອຮົມແຂວງ-ທີມງານແຂວງ ພ້ອມດ້ວຍເລຂາຄະນະພັກຮາກຖານເລຂາໜ່ວຍພັກ-ຮອງເລຂາໜ່ວຍນາຍບ້ານ, ສະມາຊິກພັກ, ນາຍບ້ານ, ຮອງນາຍບ້ານ, ຫົວໜ້າໜ່ວຍງານຂອງບ້ານ, ປະທານແນວໂຮມ, ສະຫະພັນນັກຮົບເກົ່າ, ຫົວ ໜ້າ-ເລຂາອົງການຈັດຕັ້ງມະຫາຊົນ, ພະນັກງານກຸ່ມ, ຄູອາຈານ ແລະ ແພດໝໍ ທີ່ເປັນຫຼັກແຫຼ່ງ ...

Bài viết ຄະນະໂຄສະນາອົບຮົມແຂວງ ຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ໃຫ້ຄະນະພັກ, ຄະນະປົກຄອງບ້ານ ແລະ ການຈັດຕັ້ງບ້ານ ຢູ່ຈຸດສຸມການສ້າງຕົວເມືອງນ້ອຍບ້ານຢໍ້, ເມືອງບຸນເໜືອ, ແຂວງຜົ້ງສາລີ đã xuất hiện đầu tiên vào ngày .

]]>

ຄະນະໂຄສະນາອົບຮົມແຂວງ

ຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ໃຫ້ຄະນະພັກ, ຄະ ນະປົກຄອງບ້ານ ແລະ ການຈັດຕັ້ງບ້ານ ຢູ່ຈຸດສຸມການສ້າງຕົວເມືອງນ້ອຍບ້ານຢໍ້, ເມືອງບຸນເໜືອ, ແຂວງຜົ້ງສາລີ

     ໃນ​ໄລຍະ​ຫວ່າງວັນ​ທີ 29 ກຸມພາ-01 ມີນາ ປີ 2024 ຜ່ານມານີ້, ຄະນະໂຄສະນາອົບຮົມແຂວງ ສົມທົບກັບຄະນະໂຄສະນາອົບຮົມເມືອງບຸນເໜືອໄດ້ຈັດ​ຝຶກ​ອົບຮົມ​ຄວາມ​ຮູ້​ພື້ນຖານ​ດ້ານ​ການ​ເມືອງ-ການ​ປົກຄອງ​ ແລະ ການສ້າງບ້ານພັດທະນາໃຫ້​ຄະນະ​ພັກ​, ຄະນະປົກຄອງບ້ານ ແລະ ການຈັດຕັ້ງບ້ານ ຢູ່ຈຸດສຸມການສ້າງຕົວເມືອງນ້ອຍບ້ານຢໍ້, ເມືອງບຸນເໜືອ, ແຂວງຜົ້ງສາລີ. ໃຫ້ກຽດເຂົ້າຮ່ວມໃນພິທີມີຄວາມໝາຍຄວາມສໍາຄັນນີ້, ມີ ສະຫາຍ ນາງ ຈັນມະນີ ນາມວົງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຫົວໜ້າຄະນະໂຄສະນາອົບຮົມເມືອງ, ຄະນະໂຄສະນາອົອຮົມແຂວງ-ທີມງານແຂວງ ພ້ອມດ້ວຍເລຂາຄະນະພັກຮາກຖານເລຂາໜ່ວຍພັກ-ຮອງເລຂາໜ່ວຍນາຍບ້ານ, ສະມາຊິກພັກ, ນາຍບ້ານ, ຮອງນາຍບ້ານ, ຫົວໜ້າໜ່ວຍງານຂອງບ້ານ, ປະທານແນວໂຮມ, ສະຫະພັນນັກຮົບເກົ່າ, ຫົວ ໜ້າ-ເລຂາອົງການຈັດຕັ້ງມະຫາຊົນ, ພະນັກງານກຸ່ມ, ຄູອາຈານ ແລະ ແພດໝໍ ທີ່ເປັນຫຼັກແຫຼ່ງ ຢູ່ໃນບ້ານ ມີຜູ້ເຂົ້າຮ່ວມທັງໝົດ 32 ສະຫາຍ, ຍິງ 12 ສະຫາຍ.

    ໃນ​ພິທີ​ດັ່ງກ່າວ ສະຫາຍ ນາງ ຈັນມະນີ ນາມວົງ ກຳມະການ​ພັກ​ແຂວງ ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ແຂວງ​ໄດ້​ຂຶ້ນ​ກ່າວ​ໄຂ​ກອງປະຊຸມ​ຝຶກ​ອົບຮົມ​ຄວາມ​ຮູ້​ພື້ນຖານ​ດ້ານ​ການ​ເມືອງ-ການ​ປົກຄອງ​ ແລະ ການສ້າງບ້ານພັດທະ ນາໃຫ້​ຄະນະ​ພັກ​, ຄະນະປົກຄອງບ້ານ ແລະ ການຈັດຕັ້ງບ້ານ ຢູ່ຈຸດສຸມການສ້າງຕົວເມືອງນ້ອຍບ້ານຢໍ້ຢ່າງ​ເປັນ​ທັງ​ການ.

     ສະຫາຍໄດ້​ແໜ້ນ​ໃຫ້​ບັນດານັກ​ສຳ​ມະ​ນາກ​ອນ​ໃຫ້​ຮັບ​ຮູ້​ເຂົ້າ​ໃຈ​ຈຸດ ປະສົງ ກອງປະຊຸມ​ຝຶກ​ອົບຮົມ​ຄວາມ​ຮູ້​ພື້ນຖານ​ດ້ານ​ການ​ເມືອງ-ການ​ປົກຄອງ​ ແລະ ການສ້າງບ້ານພັດທະນາໃຫ້​ຄະນະ​ພັກ​, ຄະນະປົກຄອງບ້ານ ແລະ ການຈັດຕັ້ງບ້ານ ຢູ່ຈຸດສຸມການສ້າງຕົວເມືອງນ້ອຍບ້ານຢໍ້ຄັ້ງນີ້  ເພື່ອປະຕິບັດ ຕາມ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​​​ປະຕິບັດ​ຕາມ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງອົງຄະນະພັກແຂວງ, ມະຕິ​ເລກ ທີ 097/ກມສພ, ລົງ​ວັນ​ທີ 18 ກຸມພາ 2020 ວ່າ​ດ້ວຍ​ການ​ການເພີ່ມທະວີການຊີ້ນໍາຕໍ່ວຽກງານພັດທະນາຊົນນະ ບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ກໍຄືຂໍ້ ຕົກລົງຂອງເຈົ້າແຂວງ ສະບັບເລກທີ 3486/ຈຂ, ລົງວັນທີ 30 ສິງຫາ 2021 ວ່າດ້ວຍການຮັບຮອງຈຸດສຸມພັດທະນາທີ່ເປັນບູລິມະສິດ ຕາມຂໍ້ຕົກລົງເລກທີ 65/ນຍ, ເພື່ອສຸມໃສ່ຈັດຕັ້ງປະຕິບັດ ໃນໄລຍະ 5 ປີ 2021-2025 ຂອງແຂວງຜົ້ງສາລີ ​ໃຫ້​ປະກົດ​ຜົນ​ເປັນ​ຈິ່ງ​ນັ້ນ​; ຄະນະ​ໄດ້ນໍາເອົາ​ເອກະສານ​ ​ ​ອົບຮົມ​ຄວາມ​ຮູ້​ພື້ນຖານ​ດ້ານ​ການ​ເມືອງ-ການ​ປົກຄອງ ​ແລະ ການ​ສ້າງ​ບ້ານ​ພັດທະນາຕາມ 4 ​ເນື້ອ​ໃນ 4 ຄາດໝາຍ​ ມີ 5 ບົດໄປສຶກສາຄົ້ນຄວ້າຄື:

ບົດທີ 1. ຊາດລາວ, ຄົນລາວ ແລະ ມູນເຊື້ອອັນສະຫງ່າລາສີຂອງປະຊາຊົນລາວ.

ບົດທີ 2: ລະບົບການເມືອງ ແລະ ການປົກຄອງ ຢູ ສປປ ລາວ.

ບົດທີ 3: ຍົກສູງຄວາມສາມາດນໍາພາຂອງໜ່ວຍພັກບ້ານ, ສ້າງໜ່ວຍພັກບ້ານ, ສ້າງໜ່ວຍພັກປອດໃສ,  ເຂັ້ມແຂງ, ໜັກແໜ້ນ.

ບົດທີ 4: ການສ້າງບ້ານພັດທະນາ.

ບົດທີ 5: ການແກ້ໄຂຄວາມທຸກຍາກ ດ້ວຍການຜະລິດເປັນສິນຄ້າ.

     ຜ່ານຈາກການຝຶກອົບຮົມຄັ້ງ​ນີ້​ ບັນດາ​ສະຫາຍນັກສຳມະນາກອນ ມີຄວາມຕັ້ງໃຈຟັງການບັນຍາຍເອກະສານ ແລະ ມີທັດສະນະຢັ້ງຢືນວ່າເອກະສານເຫຼົ່ານີ້ສອດຄ່ອງກັບເງື້ອນໄຂການສ້າງບ້ານພັດທະນາ ​ແລະ ຫຼາຍສະຫາຍກໍ່ມີຄວາມສົນໃຈຕັ້ງບັນຫາຂຶ້ນມາເພື່ອສົນທະນາແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ, ນັກສຳມະນາກອນໄດ້ສະແດງຄວາມພໍໃຈທີ່ທາງຄະນະໂຄສະນາອົບຮົມແຂວງ ໄດ້ສຸມທຶນຮອນໄປເປີດຝຶກອົບຮົມໃຫ້ອົງການປົກຄອງບ້ານ, ເລຂາຄະນະພັກຮາກຖານກຸ່ມບ້ານ ທັງສ້າງໂອກາດແລກປ່ຽນບົດຮຽນນຳກັນອີກດ້ວຍ.

     ພິທີກອງປະຊຸມ​ຝຶກ​ອົບຮົມ​ຄວາມ​ຮູ້​ພື້ນຖານ​ດ້ານ​ການ​ເມືອງ-ການ​ປົກຄອງ​ ແລະ ການສ້າງບ້ານພັດທະນາໃຫ້​ຄະນະ​ພັກ​, ຄະນະປົກຄອງບ້ານ ແລະ ການຈັດຕັ້ງບ້ານ ຢູ່ຈຸດສຸມການສ້າງຕົວເມືອງນ້ອຍບ້ານຢໍ້​ຄັ້ງ​ນີ້​ໄດ້​ດຳ​ເນີນ​ມາ​ເປັນ​ເວລາ 2 ວັນ​ເຕັມ ​ແລະ ອັດ​ລົງ​ດ້ວຍ​ຜົນສຳ​ເລັດ​ຕາມ​ຈຸດປະ​ສົງ.

Bài viết ຄະນະໂຄສະນາອົບຮົມແຂວງ ຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ໃຫ້ຄະນະພັກ, ຄະນະປົກຄອງບ້ານ ແລະ ການຈັດຕັ້ງບ້ານ ຢູ່ຈຸດສຸມການສ້າງຕົວເມືອງນ້ອຍບ້ານຢໍ້, ເມືອງບຸນເໜືອ, ແຂວງຜົ້ງສາລີ đã xuất hiện đầu tiên vào ngày .

]]>
https://ptpsl.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99%e0%ba%b2%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%bb%81%e0%ba%82%e0%ba%a7%e0%ba%87-%e0%ba%9d%e0%ba%b6/feed/ 0
ໜ່ວຍພັກຄະນະໂຄສະນາອົບຮົມແຂວງຜົ້ງສາລີ ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ IV ປະຈໍາປີ 2022 https://ptpsl.gov.la/%e0%bb%9c%e0%bb%88%e0%ba%a7%e0%ba%8d%e0%ba%9e%e0%ba%b1%e0%ba%81%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99%e0%ba%b2%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb/ https://ptpsl.gov.la/%e0%bb%9c%e0%bb%88%e0%ba%a7%e0%ba%8d%e0%ba%9e%e0%ba%b1%e0%ba%81%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99%e0%ba%b2%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb/#respond Wed, 14 Feb 2024 06:24:38 +0000 https://ptpsl.gov.la/?p=4203 ໜ່ວຍພັກຄະນະໂຄສະນາອົບຮົມແຂວງຜົ້ງສາລີ ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ IV ປະຈໍາປີ 2022      ພິທີມອບ-ຮັບໃບຢັ້ງຍືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ IV ປະຈໍາປີ 2022 ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງຜົ້ງສາລີ  ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 8 ກຸມພາ 2024 ຜ່ານມານີ້ ຢູ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ບົວທອງ ອຸແສງຄຳ, ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານພັກ – ພະນັກງານຂັ້ນແຂວງ, ມີສະຫາຍ ນາງ ຈັນມະນີ ນາມວົງ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຜູ້ຕາງໜ້າຄະນະຈັດຕັ້ງແຂວງ, ກວດກາແຂວງ, ຕະຫຼອດຮອດສະມາຊິກພັກພາຍໃນໜ່ວຍພັກເຂົ້າຮ່ວມ.      ໃນພິທີສະຫາຍ ນາງ ຈັນມະນີ ນາມວົງ ກຳມະການພັກແຂວງ ເລຂາໝ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ຂຶ້ນຜ່ານບົດສະຫຼູບການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ແລະ ...

Bài viết ໜ່ວຍພັກຄະນະໂຄສະນາອົບຮົມແຂວງຜົ້ງສາລີ ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ IV ປະຈໍາປີ 2022 đã xuất hiện đầu tiên vào ngày .

]]>

ໜ່ວຍພັກຄະນະໂຄສະນາອົບຮົມແຂວງຜົ້ງສາລີ

ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ IV ປະຈໍາປີ 2022

     ພິທີມອບ-ຮັບໃບຢັ້ງຍືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ IV ປະຈໍາປີ 2022 ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງຜົ້ງສາລີ  ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 8 ກຸມພາ 2024 ຜ່ານມານີ້ ຢູ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ບົວທອງ ອຸແສງຄຳ, ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານພັກ – ພະນັກງານຂັ້ນແຂວງ, ມີສະຫາຍ ນາງ ຈັນມະນີ ນາມວົງ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຜູ້ຕາງໜ້າຄະນະຈັດຕັ້ງແຂວງ, ກວດກາແຂວງ, ຕະຫຼອດຮອດສະມາຊິກພັກພາຍໃນໜ່ວຍພັກເຂົ້າຮ່ວມ.

     ໃນພິທີສະຫາຍ ນາງ ຈັນມະນີ ນາມວົງ ກຳມະການພັກແຂວງ ເລຂາໝ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ຂຶ້ນຜ່ານບົດສະຫຼູບການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ແລະ ຜ່ານທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນຕໍ່ໜ້າ. ຊຶ່ງສະຫາຍໄດ້ຍົກໃຫ້ເຫັນຜົນງານດ້ານຕັ້ງໜ້າ ໃນການຊີ້ນຳໆພາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຈຸດອ່ອນຂໍ້ຄົງຂ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ ໃນໄລ ຍະທີ່ຜ່ານມາ ແລະ ຍັງໃຫ້ຮູ້ວ່າປັດຈຸບັນ ພາຍໃນໜ່ວຍພັກມີສະມາຊິກພັກທັງໝົດ 16 ສະຫາຍ, ຍີງ 9 ສະຫາຍ. ຈາກນັ້ນ ສະຫາຍ ນາງ ແປງ ໄຊຍະວັນ ຮອງຫົວ ໜ້າຂະແໜງພັກ, ຄະນະຈັດຕັ້ງແຂວງ ກໍ່ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ສະບັບເລກທີ 534/ຄພຂ ລົງວັນທີ 29 ສິງຫາ 2023 ວ່າດ້ວຍການຕົກລົງມອບໃບຢັ້ງຢືນໃຫ້ໜວ່ຍພັກ ຄະນະໂຄສະນາອົບຮົມແຂວງຜົ້ງສາລີ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ແລະ ເປັນກຽດຂຶ້ນມອບໃບຢັ້ງຢືນໂດຍ ສະຫາຍ ບົວທອງ ອຸແສງຄຳ, ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານພັກ – ພະນັກງານຂັ້ນແຂວງ ແລະ ຕາງໜ້າໃຫ້ແກ່ໜ່ວຍພັກຂຶ້ນຮັບໂດຍ ສະຫາຍ ນາງ ຈັນມະນີ ນາມວົງ ກຳມະການພັກແຂວງ ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ.

    ຈາກນັ້ນ ສະຫາຍ ບຸນສຸລີ ໂລມາ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງຄະນະຊີ້ນຳການແຂ່ງຂັນຍ້ອງ ຍໍ, ຮັກຊາດ ແລະ ພັດທະນາ ສະບັບເລກທີ 16/ຄຊຂຍ ລົງວັນທີ 19 ມິຖຸນາ 2023 ວ່າດ້ວຍການແຂ່ງຂັນຍ້ອງຍໍ, ຮັກຊາດ ແລະ ພັດທະນາ ແຂວງຜົ້ງສາລີ ປະຈຳປີ 2022 ເຊິ່ງມີຈຳນວນລວມທັງໝົດ 5.714 ທ່ານ, ຍິງ 1.680 ທ່ານ, ສະເພາະຂອງຄະນະໂຄສະນາອົບຮົມແຂວງມີ 16 ທ່ານ, ຍິງ, 9 ທ່ານ. ເປັນກຽດຂຶ້ນມອບໃບຍ້ອງຍໍໂດຍ ສະຫາຍ ບົວທອງ ອຸແສງຄຳ ແລະ ຂຶ້ນຮັບໂດຍ ພະນັກງານ-ລັດຖະກອນພາຍໃນຄະນະໂຄສະນາອົບຮົມແຂວງ ຕາມລຳດັບ.

      ໃນໂອກາດທີມີຄວາມໜາຍຄວາມສໍາຄັນນັ້ນຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ບົວທອງ ອຸແສງຄຳ, ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານພັກ – ພະນັກ ງານຂັ້ນແຂວງ ເຊິ່ງກ່ອນອື່ນສະຫາຍ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕິລາສູງຕໍ່ຜົນສໍາເລັດການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ ແລະ ໜັກແໜ້ນໃນຄັ້ງນີ້ ພ້ອມນີ້ ສະຫາຍຍັງໄດ້ຮຽກຮ້ອງມາຍັງຄະນະໜ່ວຍພັກສືບຕໍ່ຊີ້ນຳໆພາການເມືອງແນວຄິດໃຫ້ຖັນແຖວສະມາຊີກພັກຢ່າງຕໍ່ເນື່ອງລຽນຕິດ, ສະມາຊິກພັກແຕ່ ລະສະຫາຍຕ້ອງເປັນເຈົ້າການໃນການພັດທະນາກົມກອງ, ພັດທະນາຕົນເອງດ້ວຍຄວາມເປັນແບບຢ່າງນໍາໜ້າ, ເຊື່ອໜັ້ນຕໍ່ການນຳພາຂອງພັກ, ມີນໍ້າໃຈເສຍສະຫຼະເພື່ອພັກ, ເພື່ອປະເທດຊາດ ແລະ ເພື່ອປະຊາຊົນ, ສືບຕໍ່ເຊື່ອມຊືມບັນດາເອກະສານຕ່າງໆໃຫ້ແກ່ສະມາຊິກພັກເປັນແຕ່ລະໄລຍະ, ເອົາໃຈໃສ່ໂຄສະນາແນວທາງນະໂຍ ບາຍຂອງພັກ, ລະບຽບກົດໝາຍຂອງລັດໃຫ້ພາກລັດ, ເອກະຊົນ ແລະ ທົ່ວສັງຄົມເຂົ້າໃຈຢ່າງເລີກເຊີ່ງ ແລະ ທົ່ວເຖີ່ງ, ຈົ່ງພ້ອມກັນເຕົ້າໂຮມຄວາມສາມັກຄີພາຍໃນໜ່ວຍພັກໃຫ້ເປັນປືກແຜນ ແລະ ສືບຕໍ່ຮັກສາມູນເຊື້ອໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນໃຫ້ໜັ້ນຄົງຕະຫຼອດໄປ.

Bài viết ໜ່ວຍພັກຄະນະໂຄສະນາອົບຮົມແຂວງຜົ້ງສາລີ ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ IV ປະຈໍາປີ 2022 đã xuất hiện đầu tiên vào ngày .

]]>
https://ptpsl.gov.la/%e0%bb%9c%e0%bb%88%e0%ba%a7%e0%ba%8d%e0%ba%9e%e0%ba%b1%e0%ba%81%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99%e0%ba%b2%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb/feed/ 0
ຄະນະໂຄສະນາອົບຮົມແຂວງ ປະຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ວັນເກີດຂອງປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ທີ່ໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງຜົ້ງສາລີ https://ptpsl.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99%e0%ba%b2%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%bb%81%e0%ba%82%e0%ba%a7%e0%ba%87-%e0%ba%9b%e0%ba%b0/ https://ptpsl.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99%e0%ba%b2%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%bb%81%e0%ba%82%e0%ba%a7%e0%ba%87-%e0%ba%9b%e0%ba%b0/#respond Thu, 11 Jan 2024 07:13:45 +0000 https://ptpsl.gov.la/?p=4100 ຕອນເຊົ້າຂອງວັນທີ 9 ມັງກອນ 2024 ນີ້ ຢູ່ທີຫ້ອງປະຊຸມຂອງໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງຜົ້ງສາລີ ທາງຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໄດ້ຈັດໃຫ້ມີພິທີປະຖະກະຖາ ເລົ່າມູນເຊື້ອວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 75 ປີ ( 20 ມັງກອນ 1949-20 ມັງກອນ 2024 ) ແລະ ວັນລະນຶກວັນເກີດຂອງປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ( 8 ກຸມພາ 1924-8 ກຸມພາ 2024 )  ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ຈັນມະນີ ນາມວົງ ກຳມະການພັກແຂວງ, ຫົວໜ້າໂຄສະນາອົບຮົມແຂວງ ເປັນກຽດເຂົ້າຮ່ວມຂອງທ່ານ ທອງໄຊອ່ອນ ເຈັນເຈັ່ນນາມ ຄະນະພັກຮາກຖານ, ຮອງເລຂາໜ່ວຍພັກ, ຜູ້ອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງຜົ້ງສາລີ, ມີບັນ ດາຄູອາຈານ, ພະສົງສຳມະເນນ ຕະຫຼອດຮອດນັກສຶກສາພາຍໃນໂຮງຮຽນ ເຂົ້າຮ່ວມທັງໝົດ 122 ສະຫາຍ, ຍິງ 67 ...

Bài viết ຄະນະໂຄສະນາອົບຮົມແຂວງ ປະຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ວັນເກີດຂອງປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ທີ່ໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງຜົ້ງສາລີ đã xuất hiện đầu tiên vào ngày .

]]>
ຕອນເຊົ້າຂອງວັນທີ 9 ມັງກອນ 2024 ນີ້ ຢູ່ທີຫ້ອງປະຊຸມຂອງໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງຜົ້ງສາລີ ທາງຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໄດ້ຈັດໃຫ້ມີພິທີປະຖະກະຖາ ເລົ່າມູນເຊື້ອວັນສ້າງຕັ້ງ

ກອງທັບປະຊາຊົນລາວ ຄົບຮອບ 75 ປີ ( 20 ມັງກອນ 1949-20 ມັງກອນ 2024 ) ແລະ ວັນລະນຶກວັນເກີດຂອງປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ( 8 ກຸມພາ 1924-8 ກຸມພາ 2024 )  ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ຈັນມະນີ ນາມວົງ ກຳມະການພັກແຂວງ, ຫົວໜ້າໂຄສະນາອົບຮົມແຂວງ ເປັນກຽດເຂົ້າຮ່ວມຂອງທ່ານ ທອງໄຊອ່ອນ ເຈັນເຈັ່ນນາມ ຄະນະພັກຮາກຖານ, ຮອງເລຂາໜ່ວຍພັກ, ຜູ້ອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງຜົ້ງສາລີ, ມີບັນ ດາຄູອາຈານ, ພະສົງສຳມະເນນ ຕະຫຼອດຮອດນັກສຶກສາພາຍໃນໂຮງຮຽນ ເຂົ້າຮ່ວມທັງໝົດ 122 ສະຫາຍ, ຍິງ 67 ສະຫາຍ.

ໃນພິທີທ່ານ ນາງ ຈັນມະນີ ນາມວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ເລົ່າມູນເຊື້ອວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 75 ປີ ( 20 ມັງກອນ 1949-20 ມັງກອນ 2024 ) ແລະ ວັນລະນຶກວັນເກີດຂອງປະທ່ານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ( 8 ກຸມພາ 1924-8 ກຸມພາ 2024 )  ທ່ານເປັນຜູ້ນຳຮຸ້ນທຳອິດຂອງການປະຕິວັດລາວ ໄດ້ຮ່ວມກັບຜູ້ນຳຄົນອື່ນໆ ຂະບວນການຕໍ່ສູ້ປົດປ່ອຍປະເທດຊາດ ອອກຈາກແອກປົກຄອງຂອງຈັກກະພັດຕ່າງດ້າວ ກໍ່ຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມເຕີບໃຫ່ຍຂະຫຍາຍຕົວເພຶ່ອກ້າວຂື້ນສັງຄົມນິຍົມດັ່ງກ່າວ ໃນພິທີຍັງໄດ້ມີກິດຈະກຳຖາມຕອບກ່ຽວກັບຊີວິດ ແລະ ການເຄື່ອນໄຫວຂອງປະທານຄຳໄຕ ສີພັນດອນ ຢ່າງເປັນຂະບວນການຟົດຟື້ນ.

Bài viết ຄະນະໂຄສະນາອົບຮົມແຂວງ ປະຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ວັນເກີດຂອງປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ທີ່ໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງຜົ້ງສາລີ đã xuất hiện đầu tiên vào ngày .

]]>
https://ptpsl.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99%e0%ba%b2%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%bb%81%e0%ba%82%e0%ba%a7%e0%ba%87-%e0%ba%9b%e0%ba%b0/feed/ 0
ຄະນະໂຄສະນາອົບຮົມແຂວງ ຜົ້ງສາລີ ປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ວັນເກີດປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ທີ່ໂຮງຮຽນກິນນອນຊົນເຜົ່າແຂວງ https://ptpsl.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99%e0%ba%b2%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%bb%81%e0%ba%82%e0%ba%a7%e0%ba%87-%e0%ba%9c%e0%ba%bb/ https://ptpsl.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99%e0%ba%b2%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%bb%81%e0%ba%82%e0%ba%a7%e0%ba%87-%e0%ba%9c%e0%ba%bb/#respond Thu, 11 Jan 2024 07:11:39 +0000 https://ptpsl.gov.la/?p=4097 ຕອນເຊົ້າວັນທີ 09 ມັງກອນ 2024 ນີ້ ຢູ່ສະໂມສອນໂຮງຮຽນກີນນອນຊົນເຜົ່າແຂວງ ຜົ້ງສາລີ ໄດ້ຈັດໃຫ້ມີພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ  ( 20 ມັງກອນ 1949 – 20 ມັງກອນ 2024 ) ແລະ ວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ( 8 ກຸມພາ 1924 – 8 ກຸມພາ 2023 ). ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ນາງ ຈັນມະນີ ນາມວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ. ມີບັນດາຄູອາຈານ, ຕະຫຼອດຮອດນ້ອງນັກຮຽນ ພາຍໃນໂຮງຮຽນກີນນອນຊົນເຜົ່າແຂວງເຂົ້າຮ່ວມ 146 ຄົນ ຍິງ 81 ຄົນ. ໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ທ່ານນາງ ຈັນມະນີ ນາມວົງ ...

Bài viết ຄະນະໂຄສະນາອົບຮົມແຂວງ ຜົ້ງສາລີ ປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ວັນເກີດປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ທີ່ໂຮງຮຽນກິນນອນຊົນເຜົ່າແຂວງ đã xuất hiện đầu tiên vào ngày .

]]>
ຕອນເຊົ້າວັນທີ 09 ມັງກອນ 2024 ນີ້ ຢູ່ສະໂມສອນໂຮງຮຽນກີນນອນຊົນເຜົ່າແຂວງ ຜົ້ງສາລີ ໄດ້ຈັດໃຫ້ມີພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ  ( 20 ມັງກອນ 1949 – 20 ມັງກອນ 2024 ) ແລະ ວັນເກີດ

ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ( 8 ກຸມພາ 1924 – 8 ກຸມພາ 2023 ). ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ນາງ ຈັນມະນີ ນາມວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ. ມີບັນດາຄູອາຈານ, ຕະຫຼອດຮອດນ້ອງນັກຮຽນ ພາຍໃນໂຮງຮຽນກີນນອນຊົນເຜົ່າແຂວງເຂົ້າຮ່ວມ 146 ຄົນ ຍິງ 81 ຄົນ.

ໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ທ່ານນາງ ຈັນມະນີ ນາມວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໄດ້ຂຶ້ນເລົ່າມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ  ( 20 ມັງກອນ 1949 – 20 ມັງກອນ 2024 ) ແລະ ວັນເກີດປະ ທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ( 8 ກຸມພາ 1924 – 8 ກຸມພາ 2024 ) ຊຶ່ງທ່ານໃຫ້ຮູ້ວ່າ ຊາດລາວແມ່ນຊາດໜຶ່ງທີ່ມີປະຫວັດສາດອັນຍາວນານນັບຫຼາຍພັນປີ, ປະຊາຊົນລາວບັນດາເຜົ່າມີນໍ້າໃຈຮັກຊາດອັນດູດຕື່ມ, ມີຄວາມສາມັກຄີເປັນປຶກແຜ່ນ,ມີຄວາມດຸໝັ່ນຂະຫຍັນພຽນ ແລະ ມູນເຊື້ອ ພິລະອາດຫານຕໍ່ສູ້ບໍ່ຍອມຈຳນົນສັດຕູເພື່ອປົກປັກຮັກສາຄວາມເປັນເອກະລາດ ແລະ ອິດສະຫຼະພາບແຫ່ງ ຊາດໄວ້ໃຫ້ໝັ້ນຄົງ; ພາຍຫຼັງເຈົ້າຟ້າງຸ່ມນທ້ອນໂຮມປະເທດລາວເປັນອະນາຈັກລາວລ້ານຊ້າງ ໃນສະຕະວັດທີ 14 ແລະ ໃນສະຕະວັດທີ 16 ຖືກສັກດິນາຕ່າງດ້າວເຂົ້າມາຮຸກຮານເອົາເປັນຫົວເມືອງສ່ວຍແກ່ພວກເຂົາ; ມາ ຮອດທ້າຍສະຕະວັດທີ 19 ຫາຕົ້ນສະຕະວັດທີ 20 ພວກລ່າເມືອງຂຶ້ນຝຣັ່ງໄດ້ເຂົ້າມາຮຸກຮານ ແລະ ຢຶດຄອງ ປະເທດລາວ 2 ຄັ້ງ. ຄັ້ງທີໜຶ່ງ: ແຕ່ປີ 1893 – 1945, ຄັ້ງທີສອງ: ແຕ່ປີ 1946 – 1954.

ຕະຫຼອດໄລຍະເວລາ ທີ່ຈັກກະພັດຝຣັ່ງປົກຄອງລາວເຮົານັ້ນ, ປະຊາຊົນລາວບັນດາເຜົ່າ ສຸດທີ່ທຸກຍາກລຳບາກ, ບໍ່ມີສິດເສລີພາບ, ຍິ່ງໄປກວ່ານັ້ນປະຊາຊົນຍັງປະເຊີນກັບໄພອຶດຫິວ, ກຶກໜັງສື, ໂລກລະບາດ ແລະ ໄພສັງຄົມເກີດຂຶ້ນຢ່າງ ໜັກໜ່ວງ; ຍ້ອນທົນ ຕໍ່ການກົດຂີ່ຂູດຮີດ ຂອງພວກຈັກກະພັດບໍ່ໄດ້ ປະຊາຊົນລາວບັນດາເຜົ່າ ຈິ່ງລູກຂຶ້ນ ຕໍ່ສູ້, ເດັ່ນກວ່າໝູ່ແມ່ນ ຂະບວນການຕໍ່ສູ້ ຂອງພໍ່ກະດວດ, ອົງແກ້ວ – ອົງກົມມະດຳ, ເຈົ້າຟ້າເມືອງສິງ, ເຈົ້າຟ້າ ປັດໃຈ ແລະ ອື່ນໆ, ແຕ່ວ່າຂະບວນການຕໍ່ສູ້ດັ່ງກ່າວບໍ່ໄດ້ຮັບໄຊຊະນະ ຍ້ອນບັດໃຈຕົ້ນຕໍແມ່ນບໍ່ມີພັກນຳພາ.ວັນທີ 03 ກຸມພາ 1930 ພັກກອມມູນິດອິນດູຈີນໄດ້ຮັບການສ້າງຕັ້ງຂຶ້ນ ໂດຍແມ່ນ ປະທານ ໂຮ່ຈີ ມິນ ເປັນຜູ້ນໍາພາ, ນັບແຕ່ນັ້ນມາ, ຂະບວນການຕໍ່ສູ້ ຂອງປະຊາຊົນ 3 ຊາດອິນດູຈີນກໍ່ໄດ້ຮັບແສງສະຫວ່າງ ການນໍາພາ ຂອງພັກ, ເຮັດໃຫ້ການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ ຂອງປະຊາຊົນ 3 ຊາດອິນດູຈີນນັບມື້ນັບ ແຂງແຮງ ແລະ ໄດ້ຮັບໄຊຊະນະຢ່າງຕໍ່ເນື່ອງ. ແລະເອກະສານປາຖະກະຖາລະນຶກວັນເກີດຂອງປະທ່ານ ຄຳໄຕ ສີພັນດອນຄົບຮອບ ຮອບ 100 ປີປະທານ ຄຳໄຕ ສີພັນດອນ ແມ່ນໜຶ່ງໃນບັນດາຜູ້ນຳຮຸ່ນທໍາອິດຂອງການປະຕິວັດລາວ ໄດ້ຮ່ວມກັບ ຜູ້ນໍາຄົນອື່ນໆ ນໍາພາພາລະກິດການຕໍ່ສູ້ປົດປ່ອຍປະເທດຊາດ ອອກຈາກແອກປົກຄອງຂອງຈັກກະພັດຕ່າງ ດ້າວ ກໍ່ຄື ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ.ເພິ່ນເປັນຜູ້ນຳທີ່ມີນໍ້າໃຈຮັກຊາດອັນສູງສົ່ງ, ເສຍສະຫຼະທຸກສິ່ງທຸກຢ່າງ ອຸທິດສະຕິປັນຍາ ແລະ ກຳລັງວັງຊາຢ່າງບໍ່ຮູ້ອິດຮູ້ເມື່ອຍ ຄຽງບ່າຄຽງໄຫຼ່ກັບປະ ທານ ໄກສອນ ພົມວິຫານ ແລະ ຜູ້ນຳຄົນອື່ນໆ ຈັດຕັ້ງນຳພາຂະບວນການປະຕິວັດໄດ້ເຕີບໃຫຍ່ຂະຫຍາຍ ຕົວ ແລະ ຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ ແລະ ຍາດໄດ້ຜົນສຳເລັດຢ່າງມີໄຊ ແລະ ພາປະເທດຊາດກ້າວຂຶ້ນສູ່ ຈຸດໝາຍສັງຄົມນິຍົມເທື່ອລະກ້າວຢ່າງໜັກແໜ້ນ. ປະທານ ຄຳໄຕ ສີພັນດອນ ຍາມໃດກໍ່ໄດ້ຮັບຄວາມນັບ ຖືຮັກແພງ ແລະ ເຊື່ອໝັ້ນໄວ້ວາງໃຈຈາກໝູ່ຄະນະ ກໍ່ຄື ພະນັກງານນັກຮົບ ແລະ ປະຊາຊົນລາວບັນດາເຜົ່າ, ປະທານ ຄຳໄຕ ສີພັນດອນ ໄດ້ຮັບມອບໝາຍຫຼາຍໜ້າທີ່ສໍາຄັນເປັນລໍາດັບມາ. ຈາກຜູ້ແທນລັດຖະບານລາວ ອິດສະຫຼະປະຈຳເຂດໃຕ້ລາວ, ເປັນປະທານຄະນະກຳມະການຕໍ່ຕ້ານເຂດກາງ, ເປັນກໍາມະການສູງກາງແນວ ລາວອິດສະຫຼະ ແລະ ແນວລາວຮັກຊາດ, ເປັນກຳມະການສູນກາງພັກ; ໄດ້ຮັບການປະຕິບັດຊັ້ນພົນເອກ ແລະ ເປັນຜູ້ບັນຊາການສູງສຸດກອງທັບປົດປ່ອຍປະຊາຊົນລາວ ແລະ ກອງທັບປະຊາຊົນລາວໃນເວລາຕໍ່ມາ, ເປັນ ກຳມະການກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ, ເປັນຮອງນາຍົກລັດຖະມົນຕີ, ເປັນລັດຖະ ມົນຕີກະຊວງປ້ອງກັນປະເທດ, ເປັນນາຍົກລັດຖະມົນຕີ ແລະ ເປັນຜູ້ນຳສູງສຸດຂອງພັກ ແລະ ລັດເຮົາ.

ເນື່ອງໃນໂອກາດວັນເກີດຂອງ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ (8 ກຸມພາ 1924-8 ກຸມພາ 2023), ພວກເຮົາພ້ອມກັນຈັດຕັ້ງການປາຖະກະຖາ ເພື່ອລະນຶກເຖິງຄຸນງາມຄວາມດີຂອງເພີ່ນ ທີ່ມີ ຕໍ່ປະເທດຊາດ ແນໃສ່ຮຽນຮູ້ ແລະ ນໍາເອົາແບບຢ່າງທີ່ດີຂອງເພິ່ນໝູນໃຊ້ເຂົ້າໃນການຈັດຕັ້ງ, ເຄື່ອນໄຫວ ແລະ ການດຳລົງຊີວິດຂອງພະນັກງານ, ສະມາຊິກພັກ, ປະຊາຊົນ ແລະ ຊັ້ນຄົນຕ່າງໆ ເພື່ອສືບຕໍ່ພັດທະນາ ປະເທດຊາດ ກ້າວຂຶ້ນຕາມອຸດົມການຂອງພັກ ຢ່າງມີໄຊ. ໂອກາດດຽວກັນນີ້. ຍັງໄດ້ຈັດກິດຈະກຳ ຖາມ-ຕອບ. ວັນລະນຶກວັນເກີດຂອງປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ. ໃຫ້ກັບຄູອາຈານ ແລະ ນ້ອງນັກຮຽນ ຕື່ມອີກ.

Bài viết ຄະນະໂຄສະນາອົບຮົມແຂວງ ຜົ້ງສາລີ ປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ວັນເກີດປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ທີ່ໂຮງຮຽນກິນນອນຊົນເຜົ່າແຂວງ đã xuất hiện đầu tiên vào ngày .

]]>
https://ptpsl.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99%e0%ba%b2%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%bb%81%e0%ba%82%e0%ba%a7%e0%ba%87-%e0%ba%9c%e0%ba%bb/feed/ 0