ກຸ່ມແສນລາດ, ເມືອງຂວາ ເຜີຍແຜ່ເອກະສານ ສຶກສາການເມືອງ-ແນວຄິດ ສຳລັບສະມາຊິກພັກ ພະນັກງານ ເພື່ອດຳເນີນຊີວິດການເມືອງ ໃນທົ່ວພັກ ຂອງອົງຄະນະພັກເມືອງຂວາ ແຂວງຜົ້ງສາລີ

ກຸ່ມແສນລາດ, ເມືອງຂວາ ແຂວງຜົ້ງສາລີ

ເຜີຍແຜ່ເອກະສານ ສຶກສາການເມືອງ-ແນວຄິດ ສຳລັບສະມາຊິກພັກ ພະນັກງານ ເພື່ອດຳເນີນຊີວິດການເມືອງ ໃນທົ່ວພັກ.

      ກອງປະຊຸມໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 05 ພຶດສະພາ ປີ 2025 ທີຫ້ອງການກຸ່ມບ້ານ ແສນລາດ ເມືອງຂວາ ແຂວງຜົ້ງສາລີ ໂດຍ ການເປັນປະທານ ແລະ ເຜີຍແຜ່ຂອງ ສະຫາຍ ບຸນແກ້ວ ເລທິວັນ ກໍາມະການປະຈໍາພັກເມືອງ ຫົວຫນ້າຄະນະຈັດຕັ້ງເມືອງ ເຂົ້າຮ່ວມຮັບຟັງ ມີບັນດາ ສະຫາຍ ຄະນະພັກຮາກຖານກຸ່ມບ້ານ, ເລຂາ,ຮອງເລຂາ,ຄະນະໜ່ວຍພັກ,ສະມາຊິກພັກ,ປະຊົນພາຍໃນບ້ານແສນລາດ ເຂົ້າຮ່ວມທັງໝົດ 76 ສະຫາຍ, ຍິ່ງ 25 ສະຫາຍ.

     ໃນກອງປະຊຸມ ສະຫາຍ ທອງສະຫວັນ ວົງມະນີ ຮອງເລຂາໜ່ວຍພັກ-ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ສະເໜີຈຸດປະສົງ ແລະ ຜ່ານມະຕິ ຂອງຄະນະປະຈໍາພັກເມືອງ ສະບັບເລກທີ 05/ຄພມ,ລົງວັນທີ08 ເມສາ 2025 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບເຜີຍແຜ່ເຊື່ອມຊຶມ ແລະຜັນຂະຫຍາຍມະຕິ ຂອງສູນກາງພັກ,ມະຕິຂອງອົງຄະນະພັກ-ອົງການປົກຂອງແຂວງ ຫລັງຈາກນັ້ນຜູ້ເຂົ້າຮ່ວມໄດ້ຮັບຟັງການ ເຜີຍແຜ່ເຊື່ອມເອກະສານສຶກສາອົບຮົມການເມືອງ-ແນວຄິດລວມມີ 3 ບົດຄື: ຮໍ່າຮຽນເອົາແບບແຜນວິທີເຮັດວຽກ ແລະ ຄຸນສົມບັດຂອງປະທານໄກສອນພົມວິຫານ, ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ ຂອງພະນັກງານສະມາຊິກພັກ ໃນເງື່ອນໄຂປະຈຸບັນ, ມາດຖານຂອງພະນັກງານ, ສະມາຊິກພັກ ໃນເງື່ອນໄຂໃໝ່. ເຜີຍແຜ່ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝ ທີ Xl, ເຜີຍແຜ່ມະຕິ 03 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ເລກທີ 03/ຄບສພ,ລົງວັນທີ 12 ມີນາ 2025, ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລີຫານງານຂອງແຂວງ ຄັ້ງທີ 10 ສະໄໝ ທີ Xl, ເຜີຍແຜ່ ມະຕິ ກອງປະຊຸມຄົບຄະນະ ສະໄໝວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ Xl ສະບັບເລກທີ 02/ຄບສພ,ລົງວັນທີ 7 ມີນາ 2025, ທັງນີ້ກໍ່ເພືອສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ ຮັບຮູ້, ເຂົ້າໃຈ ແລະ ຮໍ່າຮຽນເອົາແບບແຜນວິທີເຮັດວຽກ ແລະ ຄຸນສົມບັດສິນທໍາປະຕິວັດອັນສູງສົົ່ງ ຂອງປະທານ ໄກສອນ ພົມວິຫານ ເພືອພ້ອມກັນຕັ້ງໜ້າຄົ້ນຄວ້າ, ສຶກສາຮໍ່າຮຽນ ເອົາເພິ່ນເປັນແບບຢ່າງ ເພືອຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນພະນັກງານ, ສະມາຊິກພັກ ຜູ້ດີເດັ່ນມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ທີໜັກແໜ້ນ. ເພືອສຶກສາອົບຮົມ ສະມາຊິກພັກ, ພະນັກງານ ໄດ້ຮັບຮູ້, ເຂົ້າໃຈ ມາດຕະຖານ ຂອງສະມາຊິກພັກ, ພະນັກງານ ເຊຶງແມ່ນສິ່ງທີ່ສໍາຄັນ ແລະ ຈໍາເປັນ ພ້ອມທັງແມ່ນປັດໄຈພື້ນຖານ ໃຫ້ແກ່ການເລືອກເຟັັ້ນເອົາພະນັກງານ, ສະມາຊິກພັກ ເຂົ້າໃນການສັບຊ້ອນ, ຈັດວາງ,ກໍ່ສ້າງ,ບໍາລຸງ ແລະ ທັງເປັນບ່ອນອີງໃຫ້ພະນັກງານ, ສະມາຊິກພັກ ໄດ້ຝຶກຝົນຫຼໍຫຼອມຕົນເອງ ດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ເພືອກ້າວຂຶ້ນເປັນພະນັກງານ, ສະມາຊິກພັກ ທີມີຄຸນນະພາບ, ເພືອເປັນການປຸກລະດົມຂະບວນການ ຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ໃນການບຸກບືນສູ້ຊົນຈັດຕັັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີແຫ່ງຊາດ ຄັ້ງທີ IX ແລະ ສອງວາລະແຫ່ງຊາດ ຕິດພັນກັບການສ້າງຜົນງານ ຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ ໃນປີ 2025 (ວັນສ້າງຕັັ້ງພັກປະຊາຊົນປະຕິວັດລາວ ຄົບ ຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ).

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet