
ຄະນະກໍາມະການປົກຄອງເມືອງບຸນເໜືອ
ສະຫລຸບຕີລາຄາການເຄື່ອນໄຫວວຽກງານ ຄັ້ງທີ 2 ຊຸດທີ IV ປະຈໍາປີ 2025
ກອງປະຊຸມຄະນະກໍາມະການປົກຄອງເມືອງບຸນເໜືອ ແຂວງຜົ້ງສາລີ ເພື່ອສະຫລຸບຕີລາຄາການເຄື່ອນໄຫວວຽກງານ ຄັ້ງທີ 2 ຊຸດທີ IV ປະຈໍາປີ 2025 ແລະ ທິດທາງແຜນການປີ 2026 ຈັດຂຶ້ນໃນວັນທີ 20 ມັງກອນ 2026 ໂດຍການເປັນປະທານ ຂອງທ່ານ ວີສັນ ວົງນະຄອນ ປະທານຄະນະກໍາມະການປົກຄອງເມືອງ, ມີບັນດາຮອງເລຂາພັກເມືອງ, ຮອງປະທານ-ຄະນະກໍາມະການປົກຄອງເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ເລຂາຄະນະພັກຮາກຖານກຸ່ມ, ເລຂາພັກບ້ານເທດສະບານ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້, ເປັນກອງປະຊຸມຄັ້ງທີສອງ ຂອງຄະນະກຳມະການປົກຄອງທ້ອງຖິ່ນ, ຊຶ່ງເນື້ອໃນກອງປະຊຸມຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນ ດ້ວຍຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບສູງ ຂອງຄະນະກໍາມະການປົກຄອງເມືອງຕໍ່ຫົວຂໍ້ສໍາຄັນ ຄື: ຜ່ານນັດຕິດການທ່າແຂງ, ທ່າອ່ອນ ຂອງຄະນະກໍາມະການປົກຄອງເມືອງ ສຸດທີ IV ບົດຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມຄະນະກຳມະການປົກຄອງເມືອງຄັ້ງທີ 1 ຂຸດທີ IV ຜ່ານບົດສະຫຼຸບຕີລາຄາແຜນພັດທະນາເສດຖະກິດ – ສັງຄົມ ແລະ ບົດລາຍງານງົບປะມານປີ 2025 ແລະ ແຜນປີ 2026; ຜ່ານວາລະແຫ່ງຊາດວ່าການແກ້ໄຂຢາເສບຕິດ ແກ້ໄຂ 9 ໜໍ່ແໜງປະຈໍາປີ 2025; ຂໍ້ກຳນົດ, ລະບອບແບບແຜນວິທີເຮັດວຽກ ຂອງຄະນະກໍາມະການປົກຄອງເມືອງ ຊຸດທີ IV ແລະ ແຜນດຳເນີນງານຂອງຄະນະກຳມະການປົກຄອງເມືອງຊຸດທີ IV. ຈາກນັ້ນ ປະທານມີຄໍາຖາມເຈາະຈີ້ມໃຫ້ຜູ້ແທນກອງປະຊຸມປະກອບຄຳເຫັນ ເພື່ອໃຫ້ທຸກຂົງເຂດວຽກງານ ເຫັນໄດ້ດ້ານດີມີຜົນສໍາເລັດ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ຊອກຫາມາດຕະການ, ວິທີການ, ແບບແຜນການຄຸ້ມຄອງ- ນຳພາ ແລະ ວິທີທາງອອກອັນໃໝ່ໆ ເພື່ອກຳນົດວິໄສທັດທີ່ຖືກຕ້ອງກັບທ່າແຮງບົ່ມຊ້ອນ, ຈຸດພິເສດທີ່ຕັ້ງ ແລະ ກາລະໂອກາດຕ່າງໆແຕ່ລະຂະແໜງການ ຂອງເມືອງ ຢ່າງສົມເຫດສົມຜົນ ເພື່ອຍູ້ແຮງການພັດທະນາເສດຖະກິດ-ສັງຄົມ ຂອງເມືອງພວກເຮົາມີທ່ວງທ່າອັນໃໝ່ຢ່າງຕັ້ງໜ້າ ແລະ ໄດ້ຮັບຜົນສໍາເລັດ ເຮັດໃຫ້ການປະຕິບັດຄາດໝາຍການພັດທະນາ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນໄດ້ດຳເນີນຢ່າງຮອບດ້ານ ແລະ ໜັກແໜ້ນ, ຖືກຕ້ອງກັບທິດທາງລວມຂອງພັກ-ນະໂຍບາຍຂອງລັດເວົ້າລວມ, ເວົ້າສະເພາະແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2026 ໄດ້ກາຍເປັນຄວາມຮັບຜິດຊອບການເມືອງ ທີ່ກອງປະຊຸມພວກເຮົາໃນຄັ້ງນີ້, ຕ້ອງຄົ້ນຄວ້າພິຈາລະນາ ແລະ ລະດົມແນວຄວາມຄິດເຫັນຂອງທຸກພາກສ່ວນມີສ່ວນຮ່ວມຊອກທາງອອກໃຫ້ເຫັນແງ່ມູມຫຼາຍບັນຫາ ເພື່ອໃຫ້ກາຍເປັນກຳລັງແຮງສັງລວມໃນການພັກດັນເຮັດໃຫ້ສະພາບການພັດທະນາຢູ່ເມືອງບຸນເໜືອພວກເຮົາ ໃຫ້ນັບມື້ດີຂຶ້ນເທື່ອລະກ້າວ ແລະ ສາມາດບັນລຸເປົ້າເປັນກ້າວໆ.
ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ວີສັນ ວົງນະຄອນ ໄດ້ຍົກໃຫ້ເຫັນທີ່ຕັ້ງພາລະບົດບາດ, ຂອບສິດ ແລະ ໜ້າທີ່ຂອງຄະນະກໍາມະການປົກຄອງແຂວງ; ຍົກໃຫ້ເຫັນຄວາມໝາຍສໍາຄັນ ຂອງປີ 2025 ຊຶ່ງເປັນປີມ້ວນທ້າຍໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງແຂວງ, ຄັ້ງທີ IX ຂອງອົງຄະນະພັກເມືອງ ກໍຄື ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2021-2025) ແລະ ຄວາມໝາຍສໍາຄັນ ຂອງປີ 2026 ທີ່ເປັນປີເລີ່ມຕົ້ນໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2026-2030). ສະນັ້ນ, ສະເໜີໃຫ້ຜູ້ແທນກອງປະຊຸມ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງ ຂອງຕົນ, ສຸມສະຕິປັນຍາໃນການຄົ້ນຄວ້າ, ປະກອບຄຳເຫັນໃສ່ເນື້ອໃນຕ່າງໆ ໃຫ້ເລິກເຊິ່ງເຖິງຖອງ ເພື່ອກ້າວໄປເຖິງຄວາມເປັນເອກະພາບດ້ານທັດສະນະ ແລະ ພ້ອມກັນໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
ຂ່າວ-ພາບ: ນາງ ຈັນສະໝອນ ທິດໄຊຍະລາດ