Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131
ຄະນະຜູ້ແທນຄະນະໂຄສະນາອົບຮົມແຂວງຜົ້ງສາລີ ຢ້ຽມຢາມຮ່ອງຮອຍປະຫວັດສາດບັ້ນຮົບດຽນບຽນຟູ ສສ ຫວຽດນາມ -

ຄະນະຜູ້ແທນຄະນະໂຄສະນາອົບຮົມແຂວງຜົ້ງສາລີ ຢ້ຽມຢາມຮ່ອງຮອຍປະຫວັດສາດບັ້ນຮົບດຽນບຽນຟູ ສສ ຫວຽດນາມ

ຄະນະຜູ້ແທນຄະນະໂຄສະນາອົບຮົມແຂວງຜົ້ງສາລີ

ຢ້ຽມຢາມຮ່ອງຮອຍປະຫວັດສາດບັ້ນຮົບດຽນບຽນຟູ ສສ ຫວຽດນາມ

     ໃນໂອກາດທີ່ຄະນະຜູ້ແທນຄະນະໂຄສະນາອົບຮົມແຂວງຜົ້ງສາລີ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງດຽນບຽນ ແຫ່ງ ສສ ຫວຽດນາມນັ້ນ. ຕອນເຊົ້າຂອງວັນທີ 17ທັນວາ 2025 ນີ້ ຄະນະຜູ້ແທນຄະນະໂຄສະນາອົບຮົມແຂວງຜົ້ງສາລີ ນຳໂດຍສະຫາຍ ນາງ ພອນສະຫວັນ ສັກຕິຄຸນ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ ພ້ອມຄະນະອີກ 9 ທ່ານ ແລະ ຄະນະຜູ້ແທນຄະນະໂຄສະນາອົບຮົມ ແຂວງອຸດົມໄຊ, ຫຼວງພະບາງ ຂອງ ສປປ ລາວ ແລະ​ ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ໄດ້ເຂົ້າຢ້ຽມຢາມຮ່ອງຮອຍປະຫວັດສາດບັ້ນຮົບດຽນບ່ຽນຟູ ສສ ຫວຽດນາມໂດຍໄດ້ເຂົ້າກາບໄຫວ້ຈູດທູບໄຫວ້ອາໄລນັກຮົບປະຕິວັດ ທີ່ເສຍຊີວິດໃນປາງສົງຄາມການຕໍ່ສູ້ກູ້ຊາດ ໃນສະໜາມຮົບດຽນບຽນຟູ ເຊີ່ງສະຖານທີ່ກາບໄຫວ້ ເພື່ອລະນຶກເຖິງໄຊຊະນະດ່ຽນບຽນຟູ ໃນວັນທີ 07 ພຶດສະພາ 1954 ແມ່ນໄຊຊະນະອັນສະຫງ່າລາສີຂອງກອງທັບ ແລະປະຊາຊົນຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ.
     ຊຶ່ງຢູ່ສະໜາມຮົບ ດ່ຽນບຽນຟູ, ພະນັກງານ, ນັກຮົບ, ພີ່ນ້ອງຮ່ວມຊາດຫຼາຍຄົນ ໄດ້ເສຍສະຫຼະຊີວິດຢ່າງເປັນຂະບວນຟົດຟື້ນ, ປູຊະນີຍະສະຖານນັກຮົບເສຍສະຫຼະຊີວິດເພື່ອຊາດ ສ່ວນຫຼາຍແມ່ນນອນຢູ່ບັນດາຖານທີ່ໝັ້ນ ຂອງບັນດາການສູ້ຮົບທີ່ເດັດດ່ຽວ ແລະໝັ້ນຄົງໃນປີ 1954, ໃນໄລຍະດຳເນີນບັ້ນຮົບດ່ຽນບຽນຟູ, ທະຫານກອງທັບຫວຽດນາມຫຼາຍຄົນໄດ້ເສຍສະຫຼະຊີວິດຢູ່ເທິງພູ ແມ່ນຈຸດນັດພົບທາງດ້ານຈິດໃຈອັນສັກສິດທີ່ສົມ ຄວນໄດ້ຮັບໄຊຊະນະ ແລະການເສຍສະຫຼະອັນໃຫຍ່ຫຼວງ ຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ໃນທົ່ວປະເທດຢູ່ສະໜາມຮົບ ດ່ຽນບຽນຟູ.
     ປັດຈຸບັນໄດ້ຮັບການປັບປຸງ-ກໍ່ສ້າງ ໃຫ້ເປັນບ່ອນສຶກສາ-ຄົ້ນຄວ້າ ແລະເສີມຂະຫຍາຍມູນເຊື້ອຮັກຊາດຂອງຊາວຫວຽດນາມ ໃນທຸກວັນນີ້ ແລະຮຸ່ນຫຼັງ, ທັງເປັນສະຖານທີ່ທ່ອງທ່ຽວທີ່ມີຄວາມໝາຍສຳລັບພະນັກງານ,​ປະຊາຊົນ ແລະ​ ນັກທ່ອງທ່ຽວ ເມື່ອມາຢ້ຽມຢາມເຂດປະຫວັດສາດດຽນບຽນຟູ.
ຂ່າວ+ພາບ: ສົມຄິດ

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet