
ຄະນະຜູ້ແທນຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໄປຢ້ຽມຢາມ ແລະເຮັດວຽກຢູ່ແຂວງດຽນບ່ຽນ ສສ ຫວຽດນາມ
ໃນວັນທີ16ທັນວາ2025ນີ້ ຄະນະຜູ້ແທນຄະນະໂຄສະນາອົບຮົມແຂວງຜົ້ງສາລີ ນຳໂດຍສະຫາຍ ນາງ ພອນສະຫວັນ ສັກຕິຄຸນ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ ພ້ອມຄະນະອີກ 9 ທ່ານ ແລະ ຄະນະຜູ້ແທນຄະນະໂຄສະນາອົບຮົມ ແຂວງອຸດົມໄຊ, ຫຼວງພະບາງ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກຢູ່ແຂວງດຽນບຽນ ແຫ່ງສສ ຫວຽດນາມ. ໂດຍການອອກຕ້ອນຮັບຢ່າງອົບອຸ່ນຢູ່ທີ່ດ່ານສາກົນເຕິຍຈ່າງ ສສ ຫວຽດນາມ ຂອງສະຫາຍ ລີ່ລີ່ ຊ້າ ກຳມະການຄະນະພັກແຂວງ, ຮອງຫົວໜ້າຄະນະໂຄສະນາສືກສາ ແລະຂົນຂວາຍປະຊາຊົນຄະນະພັກແຂວງ ດຽນບ່ຽນ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ແລະ ໃຫ້ກຽດອອກຕ້ອນຮັບຢູ່ທີ່ໜ້າເຮືອນຮັບແຂກຂອງແຂວງ ໂດຍສະຫາຍ ວຶ່ອາ ບັ່ງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາສືກສາ ແລະ ຂົນຂວາຍປະຊາຊົນຄະນະພັກແຂວງ ດຽນບ່ຽນ ແຫ່ງ ສສ ຫວຽດນາມ ພ້ອມຄະນະ.

ການໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງດຽນບຽນ ຂອງຄະນະຜູ້ແທນຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໃນຄັ້ງນີ້ແມ່ນຈະດຳເນີນຮອດວັນວັນທີ 19 ທັນວາ ປີ 2025 ຈືຶ່ງຈະສຳເລັດ.
ໂດຍຄະນະຈະໄດ້ ເຂົ້າຢ້ຽມຢາມຂໍ່ານັບຄະນະປະຈຳພັກແຂວງດຽນບຽນ ທີ່ສູນຈັດກອງປະຊຸມ- ວັດທະນະທຳແຂວງສຳນັກງານຄະນະພັກແຂວງ, ໄປຢ້ຽມ ຢາມທ່ຽວຊົມຮ່ອງຮອຍປະວັດສາດໃນສະໜາມຮົບດຽນບຽນຟູ ແລະ ບັນດາກິດຈະກໍາວັດທະນະທໍາ, ສາດສະໜາຕາງໆ, ເຂົ້າຮ່ວມກອງປະຊຸມພົບປະແລກ ປ່ຽນບົດຮຽນກັບຄະນະໂຄສະນາສືກສາ ແລະຂົນຂວາຍປະຊາຊົນແຂວງດຽນບຽນ,ໄປຢ້ຽມຢາມທ່ຽວຊົມຮ່ອງຮອຍປະຫວັດສາດໃນສະໜາມວຮົບດຽນບ່ຽນຟູ ພູA1,ທ່ຽວຊົມອະນຸສາວະລີ,ຂຸມເດິກາດເຕິລີ,ພິພິດທະພັນ,ທ່ຽວຊົມຕະຫຼາດເມືອງແທງ, ໄປທັດສະນະຮູບການພັດທະນາເສດຖະກິດລ້ຽງກວາງທີ່ຕາແສງຊາມໝື້ນ.
ຂ່າວ:ສົມຄິດ