
ຄະນະຜູ້ແທນຄະນະໂຄສະນາອົບຮົມແຂວງຜົ້ງສາລີ ເຂົ້າພົບຮອງເລຂາພັກແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ
ໃນໂອກາດທີ່ຄະນະຜູ້ແທນຄະນະໂຄສະນາອົບຮົມແຂວງຜົ້ງສາລີ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງດຽນບຽນ ແຫ່ງ ສສ ຫວຽດນາມນັ້ນ. ຕອນເຊົ້າຂອງວັນທີ່ 17ທັນວາ 2025 ນີ້ ຄະນະຜູ້ແທນຄະນະຜູ້ແທນຄະນະໂຄສະນາອົບຮົມແຂວງຜົ້ງສາລີ ນຳໂດຍສະຫາຍ ນາງ ພອນສະຫວັນ ສັກຕິຄຸນ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ ພ້ອມຄະນະອີກ 9 ທ່ານ ແລະ ຄະນະຜູ້ແທນຄະນະໂຄສະນາອົບຮົມ ແຂວງອຸດົມໄຊ, ຫຼວງພະບາງ ໄດ້ເຂົ້າຢ້ຽມຂໍ່ານັບຄະນະປະຈຳພັກແຂວງດຽນບຽນ ທີ່ສູນຈັດກອງປະຊຸມ- ວັດທະນະທຳແຂວງ, ສຳນັກງານຄະນະພັກແຂວງ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຂອງສະຫາຍ ເລແທງໂດ່ ຮອງເລຂາພັກແຂວງດຽນບຽນ ແຫ່ງ ສສ ຫວຽດນາມພ້ອມຄະນະ.

ໂອກາດນີ້, ສະຫາຍຮອງເລຂາພັກແຂວງດຽນບຽນ ໄດ້ສະແດງຄວາມຍີນດີຕ້ອນຮັບຄະນະຜູ້ແທນຄະນະໂຄສະນາອົບຮົມ 3 ແຂວງຜົ້ງສາລີ, ອຸດົມໄຊ, ຫຼວງພະບາງ ຂອງ ສປປ ລາວ ດ້ວຍໄມຕີຈິດມິດຕະພາບແບບພິເສດອ້າຍນ້ອງລາວ-ຫວຽດນາມ ເວົ້າລວມ ເວົ້າສະເພາະ ແຂວງຜົ້ງສາລີ-ແຂວງດຽນບ່ຽນ, ພ້ອມທັງແຈ້ງໃຫຄະນະຜູ້ແທນຮັບຊາບກ່ຽວກັບສະພາບຈຸດພິເສດ, ການພັດທະນາເສດຖະກິດ-ສັງຄົມໂດຍຫຍໍ້ ໂດຍສະເພາະວຽກງານການໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຂອງແຂວງດຽນບ່ຽນໃຫ້ຮັບຊາບ.

ຈາກນັ້ນ, ສະຫາຍ ນາງ ມະນີຈັນ ວິໄລຈິດ ກຳມະການປະຈຳພັກແຂວງ,ຫົວໜ້າຄະນະໂຄສະນາອົບຮົມແຂວງອຸດົມໄຊໄດ້ຕາງໜ້າຄະນະຜູ້ແທນ 3 ແຂວງລາວ ໄດ້ກ່າວສະແດງຄວາມຂອບໃຈຕໍ່ຮອງເລຂາພັກແຂວງດຽນບຽນທີໃຫ້ການຕ້ອນຮັບຄະນະຜູ້ແທນຄະນະໂຄສະນາອົບຮົມແຂວງຜົ້ງສາລີ,ອຸດົມໄຊ, ຫຼວງພະບາງ. ພ້ອມທັງໄດ້ລາຍງານສະພາບຈຸດພິເສດ,ການພັດທະນາເສດຖະກິດ-ສັງຄົມ ແລະວຽກງານໂຄສະນາອົບຮົມ. ພ້ອມທັງແຈ້ງຈຸດປະສົງ ແລະ ວາລະການເຄື່ອນໄຫວຂອງຄະນະຜູ້ແທນແຂວງຜົ້ງສາລີ,ອຸດົມໄຊ, ຫຼວງພຣະບາງໃຫ້ຮອງເລຂາພັກແຂວງດຽນບຽນຮັບຊາບ.
ຂ່າວ+ພາບ: ສົມຄິດ