Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131
ຄະນະຜູ້ແທນຄະນະໂຄສະນາອົບຮົມແຂວງຜົ້ງສາລີ ຮ່ວມພົບປະລະຫວ່າງ 3 ແຂວງພາກເໜືອລາວ ແລະ ແຂວງ ດຽນບ່ຽນ ແຫ່ງ ສສ ຫວຽດນາມ -

ຄະນະຜູ້ແທນຄະນະໂຄສະນາອົບຮົມແຂວງຜົ້ງສາລີ ຮ່ວມພົບປະລະຫວ່າງ 3 ແຂວງພາກເໜືອລາວ ແລະ ແຂວງ ດຽນບ່ຽນ ແຫ່ງ ສສ ຫວຽດນາມ

ຄະນະຜູ້ແທນຄະນະໂຄສະນາອົບຮົມແຂວງຜົ້ງສາລີ

ຮ່ວມພົບປະລະຫວ່າງ 3 ແຂວງພາກເໜືອລາວ ແລະ ແຂວງ ດຽນບ່ຽນ ແຫ່ງ ສສ ຫວຽດນາມ

     ໃນຕອນບ່າຍຂອງວັນທີ່ 17ທັນວາ 2025 ນີ້ ຄະນະຜູ້ແທນຄະນະໂຄສະນາອົບຮົມແຂວງຜົ້ງສາລີ ນຳໂດຍສະຫາຍ ນາງ ພອນສະຫວັນ ສັກຕິຄຸນ ກຳມະ ການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ ພ້ອມຄະນະ ແລະ ຄະນະຜູ້ແທນຄະນະໂຄສະນາອົບຮົມ ແຂວງອຸດົມໄຊ, ຫຼວງພະບາງ ໄດ້ເຂົ້າຮ່ວມພິທີພົບປະແລກປ່ຽນບົດຮຽນລະຫວ່າງ3ແຂວງພາກເໜືອລາວ ຜົ້ງສາລີ,ອຸດົມໄຊແລະຫຼວງພຣະບາງ ກັບ ຄະນະໂຄສະນາສຶກສາແລະຂົນຂວາຍປະຊາຊົນຄະນະພັກແຂວງແຂວງດຽນບຽນ ທີ່ສະໂມສອນຮ້ານອາຫານດອກບານແຂວງດຽນບຽນເຈົ້າພາບ.

     ໃນພິທີສະຫາຍ ວື່ອາ ບັ່ງ ກຳມະການປະຈຳພັກແຂວງ,ຫົວໜ້າຄະນະໂຄສະນາສືກສາ ແລະຂົນຂວາຍປະຊາຊົນຄະນະພັກແຂວງດຽນບຽນ ໄດ້ມີຄຳເຫັນກ່າວເປີດ ເຊີງບາງຕອນສະຫາຍກ່າວວ່າ:ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດແລະການຮ່ວມມືຮອບດ້ານຫວຽດນາມ-ລາວທີປະທານໂຮຈີມິນ ແລະ ປະທານ ໄກສອນ ພົມວິຫານທີເຄົາລົບຮັກ ແລະ ບັນດາການນຳປະຕິວັດຂອງສອງຊາດກໍ່ຕັ້ງຂື້ນແລະເພີ່ມພູນຄູນສ້າງ ດ້ວຍຄວາມບຸກບືນຮັກສາ ເສີມຂະຫຍາຍຂອງບັນດາຮຸ້ນຄົນຜູ້ສືບທອດມັນໄດ້ເປັນມໍລະດົກທີລ້ຳຄ່າ,ເປັນສິ່ງທີຫາຍາກໃນໂລກ.ພ້ອມນີ້ສະຫາຍຍັງລາຍງານໂດຍຫຍໍ້ສະພາບການພັດທະນາເສດຖະກິດ-ສັງຄົມ,ວຽກງານປ້ອງກັນຊາດ,ປ້ອງກັນຄວາມສະຫງົບຂອງແຂວງດຽນບຽນໃນໄລຍະທີຜ່ານມາ, ຂໍ້ມູນການເຄື່ອນໄຫວຂອງຄະນະໂຄສະນາສືກສາແລະຂົນຂວາຍປະຊາຊົນຄະນະພັກແຂວງດຽນບຽນ ແລະ ຕີລາຄາຜົນໄດ້ຮັບໃນການຈັດຕັ້ງປະຕິບັດເນື້ອໃນບົດບັນທືກທີ່ໄດ້ເຊັນຮ່ວມກັນໂດຍທັງສອງຝ່າຍໄດ້ແລກປ່ຽນບົດຮຽນໃນການເຄື່ອນໄຫວຂອງວຽກງານໂຄສະນາສືກສາແລະໂຄສະນາອົບຮົມຂອງແຕ່ລະຝ່າຍ,ຈັດກອງປະຊຸມພົບປະແລກປ່ຽນບົດຮຽນຮ່ວມກັນ2ປີຕໍ່ຄັ້ງໂດຍພັດປ່ຽນກັນເປັນເຈົ້າພາບ.
     ຈາກນັ້ນ, ສະຫາຍ ນາງ ພອນສະຫວັນສັກຕິຄຸນ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໄດ້ມີຄຳເຫັນຕໍ່ພິທີຊຶ່ງສະຫາຍໄດ້ລາຍງານສະພາບຈຸດພິເສດ,ການພັດທະນາເສດຖະກິດ-ສັງຄົມ ແລະວຽກງານໂຄສະນາອົບຮົມ ຂອງແຂວງຜົ້ງສາລີ. ຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໃນໄລຍະຜ່ານມາປະກອບມີ 4 ຂະແໜງ ມາຮອດວັນທີ 13 ກໍລະກົດ 2025 ໄດ້ມີການໂຮມກົງຈັກການຈັດຕັ້ງ ໂດຍໂອນວຽກງານສື່ມວນຊົນ ຈາກພະແນກຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ມາຂຶ້ນກັບຄະນະໂຄສະນາອົບຮົມແຂວງ ຕາມທິດຊີ້ນໍາສູນກາງ, ມາຮອດປັດຈຸບັນຄະນະໂຄສະນາອົບຮົມແຂວງ ມີ 5 ຂະແໜງຄື: ຂະແໜງບໍລິຫານ; ຂະແໜງອົບຮົມ; ຂະແໜງໂຄສະນາ; ຂະແໜງສັງລວມ ແລະ ຂໍ້ມູນຂ່າວສານ; ຂະແໜງສື່ມວນຊົນ, ມີພະນັກງານທັງໝົດ 31 ສະຫາຍ, ຍິງ 16 ສະຫາຍ,ຂັ້ນເມືອງມີຄະນະໂຄສະນາອົບຮົມເມືອງໃນ 7 ເມືອງ ມີພະນັກງານທັງໝົດ 51 ສະຫາຍ, ຍິງ 22 ສະຫາຍ.
     ໃນປີ 2025 ມີຜົນສໍາເລັດໃນແຕ່ລະດ້ານຄື:ວຽກງານບໍລິຫານໄດ້ເປັນເສນາທິການໃຫ້ແກ່ຄະນະໂຄສະນາອົບຮົມແຂວງ ໃນການອໍານວຍຄວາມສະດວກວຽກງານຮອບດ້ານພາຍໃນຄະນະໂຄສະນາອົບຮົມແຂວງ, ໃນນັ້ນ: ໄດ້ເປັນເຈົ້າການໃນການຄົ້ນຄວ້າປັບປຸງການຈໍລະຈອນເອກະສານດ້ວຍການສ້າງກິດສໍາພັນ ເພື່ອຮັບປະກັນບໍ່ໃຫ້ເອກະສານຕົກເຮ່ຍເສຍຫາຍ ແລະ ມີຄວາມສະດວກ, ວ່ອງໄວດີກວ່າເກົ່າ; ວຽກງານອົບຮົມ:ວຽກງານອົບຮົມອັນພົ້ນເດັ່ນ: ໄດ້ສໍາເລັດການເຜີຍແຜ່ເຊື່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານ-ສະມາຊິກພັກ ໃນທົ່ວແຂວງ ກ່ອນດໍາເນີນກອງປະຊຸມໃຫຍ່ ສາມຂັ້ນຂອງພັກ ມີຜູ້ເຂົ້າຮ່ວມທັງໝົດ 4,343 ສະຫາຍ, ຍິງ 1.343 ສະຫາຍ. ນອກຈາກນັ້ນ ກໍໄດ້ເປີດຮຽນເອກະສານສະໜັບສະໜູນມະຫາຊົນກ້າວໜ້າເຂົ້າພັກໃນທົ່ວແຂວງ; ວຽກງານໂຄສະນາ:ໄດ້ສໍາເລັດລົງຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາໃຫ້ຄະນະພັກ, ພະນັກງານຫຼັກແຫຼ່ງຢູ່ເມືອງໃໝ່ ມີຜູ້ເຂົ້າຮ່ວມທັງໝົດ 33 ສະຫາຍ, ຍິງ 7 ສະຫາຍ ແລະ ໄດ້ຈັດຕັ້ງການໂຄສະນາ-ປາຖະກະຖາ ວັນບຸນສໍາຄັນຕ່າງໆຂອງພັກ, ຂອງຊາດ ແລະ ຂອງບັນດາປະເທດເພື່ອນມິດສາກົນ ປະຈໍາແຕ່ລະເດືອນ ລວມທັງໝົດໄດ້ 30 ຄັ້ງ ມີ 32 ເອກະສານ ເປັນຕົ້ນ: ວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 70 ປີ, ວັນສ້າງຕັ້ງສາຍພົວພັນການທູດລາວ – ຫວຽດນາມ ຄົບຮອບ 63 ປີ, ວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ, ວັນສ້າງຕັ້ງພັກປະຊາຊົົນ ປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ ຢູ່ໃນທົົ່ວແຂວງ ເຕັມໄປດ້ວຍເນື້ອໃນເລິກເຊິ່ງ ແລະ ມີຄວາມສໍາຄັນ;ວຽກງານສັງລວມ ແລະ ຂໍ້ມູນຂ່າວສານ:ໄດ້ເປັນເຈົ້າການໃນການຕິດຕາມ ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ລາຍງານຕໍ່ຄະນະປະຈໍາພັກແຂວງ ເພື່ອຫາວິທີການແກ້ໄຂບັນດາທີ່ເກີດຂຶ້ນ ຢ່າງທັນການ;ວຽກງານສື່ມວນຊົນ:ໄດ້ເອົາໃຈໃສ່ລົງເຄື່ອນໄຫວເກັບກໍາຂ່າວ,ບົດ ມາອອກທາງສື່ອອນລາຍ ຂອງແຂວງ ແລະ ສົ່ງໃຫ້ສື່ຕ່າງໆ ຂອງສູນກາງ, ເວັບໄຊ້ຂອງຄະນະໂຄສະນາອົບຮົມສູນກາງພັກຫຼາຍຄັ້ງ. ໂອກາດນີ້ສະຫາຍຍັງໄດ້ມີຄຳເຫັນແລກປ່ຽນບາງບັນຫາ ເປັນຕົ້ນແມ່ນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຄະນະໂຄສະນາສຶກສາ ແລະ ຂົນຂວາຍພັກ ແຂວງດຽນບ່ຽນ ໃນການເປັນເສນາທິການໃຫ້ແກ່ຄະນະພັກແຂວງ ໃນໄລຍະຜ່ານມາ, ການເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ຕໍ່ປະຊາຊົນທີ່ຢູ່ລຽບຕາມຊາຍແດນ ແລະ ຕໍ່ປະຊາຊົນຢູ່ຮາກຖານເຂດຊົນນະບົດຫ່າງໄກສອກຫຼີກ, ວຽກງານສື່ມວນຊົນ ຂອງຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນຄະນະພັກແຂວງດຽນບ່ຽນ ໃນດ້ານຂໍ້ສະດວກ, ຂໍ້ຫຍຸ້ງຍາກແລະວິທີການຈັດຕັ້ງປະຕິບັດວຽກງານ.
     ການພົບປະຄັ້ງນີ້ສອງຝ່າຍເຫັນດີສືບຕໍ່ຍູ້ແຮງວຽກງານໂຄສະນາສືກສາກ່ຽວກັບມູນເຊື້ອໄມຕີຈິດມິດຕະພາບອັນຍີ່ງໃຫຍ່,ຄວາມສາມັກຄີພິເສດ ແລະການຮ່ວມຮອບດ້ານ,ສືບຕໍ່ຮວ່ມມືແລກປ່ຽນຂໍ້ມູນຂ່າວສານ,ປະສົບການແລະການປະສານສົມທົບໃນຂົງເຂດການເຄື່ອນໄຫວໂຄສະນາສືກສາ,ໂຄສະນາອົບຮົມ, ຍູ້ແຮງການໂຄສະນາໝາກຜົນຈັດຕັ້ງປະຕິບັດບົດບັນທືກຄວາມເຂົ້າໃຈ, ສະໜອງເອກະສານດ້ານວິຊາສະເພາະໃນການຄົ້ນຄວ້າ,ອ້າງອີງ,ຮ່ຳຮຽນ,ແລກປ່ຽນປະສົບການໃນວຽກງານ, ແລກປ່ຽນວຽກງານຫາງສຽງສັງຄົມ,ຕໍ່ສູ້,ຕອບໂຕ້ກັບບັນດາຫາງສຽງບິດເບືອນຂອງບັນດາອິດທິກຳລັງປໍລະປັກທາງໄຊເບີໃນການຫຼອກລວງ,ໃສ່ຮ້າຍປ້າຍສີຄວາມສາມັກຄີມິດຕະພາບລາວ-ຫວຽດນາມລະຫວ່າງ3ແຂວງພາກເໜືອລາວ ແລະ ແຂວງດຽນບ່ຽນ, ເຫັນດີເປັນເອກະພາບກັນຈັດກອງປະຊຸມພົບປະຄັ້ງຕໍ່ໄປແມ່ນແຂວງອຸດົມໄຊ ຈະເປັນເຈົ້າພາບ ຈັດຂຶ້ນໃນປີ 2027.
     ການພົບປະຄັ້ງນີ້ຕາງໜ້າຄະນະຜູ້ແທນແຂວງຜົ້ງສາລີ, ອຸດົມໄຊ, ຫຼວງພຣະບາງ ແລະ ແຂວງດຽນບ່ຽນ ຍັງໄດ້ເຊັນບົດບັນທືກຊ່ວຍຈຳການຮ່ວມມືນຳກັນ.
ຂ່າວ+ພາບ: ສົມຄິດ

 

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet