
ຄະນະໂຄສະນາອົບຂົມແຂວງຜົ້ງສາລີ ມອບຄອມພິວເຕີໂນດບຸກ ໃຫ້ຄະນະໂຄສະນາເມືອງບຸນເໜືອ
ໃນໂອກາດທີ່ທ່ານ ນາງ ພອນສະຫວັນ ສັກຕິຄູນ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມກອງປະຊຸມຄົ້ນຄວ້າ, ປຶກສາຫາລືກັບຄະນະປັບປຸງກົງຈັກຄະນະໂຄສະນາອົບຮົມເມືອງບຸນເໜືອ ໃນການປັບປຸງກົງຈັກ ແລະ ເອກະພາບດ້ານບຸກຄະລາກອນ ຂອງຄະນະໂຄສະນາອົບຮົມເມືອງບຸນເໜືອ ທ່ານໄດ້ຕາງໜ້າໃຫ້ຄະນະໂຄສະນາອົບຮົມແຂວງ ມອບຄອມພີວເຕີໂນດບຸກ 1 ເຄື່ອງ ລວມມູນຄ່າ 8.400.000 ກີບ ຊຶ່ງໄດ້ມາຈາກການປຸກລະດົມນຳບໍລິສັດ ໃຫ້ຄະນະໂຄສະນາອົບຮົມເມືອງບຸນເໜືອ ເພື່ອນໍາໃຊ້ເຂົ້າໃນວຽກງານ ຊຶ່ງຂຶ້ນຮັບໂດຍ ທ່ານ ສົມເພັດ ສີຫາລາດ ກຳມະການປະຈຳພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງບຸນເໜືອ, ມີຜູ້ຕາງໜ້າຈາກການນຳຂັ້ນເມືອງ, ຕະຫຼອດຮອດພະນັກງານຄະນະໂຄສະນາອົບຮົມເມືອງບຸນເໜືອເຂົ້າຮ່ວມເປັກສັກຂີພິຍານ.
ພາບ – ຂ່າວ : ຈັນເພັງ