
ຄະນະໂຄສະນາອົບຮົມເມືອງຍອດອູ ແຂວງຜົ້ງສາລີ
ປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ແລະ ວັນຊາດສາທາລະນະລັດກູບາ ຄົບຮອບ 67 ປີ
ໃນຕອນບ່າຍຂອງວັນທີ 19 ມັງກອນ 2026 ນີ້, ຄະນະໂຄສະນາອົບຮົມເມືອງຍອດອູ ແຂວງຜົ້ງສາລີ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77 ປີ (20 ມັງກອນ 1949-20 ມັງກອນ 2026) ແລະ ວັນຊາດສາທາລະນະລັດກູບາ ຄົບຮອບ 67 ປີ (1 ມັງກອນ 1959 – 1 ມັງກອນ 2026). ໂດຍການເປັນປະທານຂອງທ່ານ ທອງສີ ອິນຈັກ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ມີບັນດາທ່ານຄະນະປະຈຳພັກເມືອງ, ກໍມະການພັກເມືອງ ຄະນະພັກ-ຄະນະບັນຊາ, ຫົວໜ້າຫ້ອງການ – ຮອງຫ້ອງການ, ຕະຫຼອດຮອດນາຍ ແລະ ພົນທະຫານ, ພະນັກງານ-ລັດຖະກອນອ້ອມຂ້າງເຂົ້າຮ່ວມ.

ໃນພິທີທ່ານ ທອງສີ ອິນຈັກ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ໄດ້ເລົ່າຫວນຄືນເຖິງປະຫວັດການກໍາເນີດຂອງກອງທັບປະຊາຊົນລາວ, ຜົນງານ, ໄຊຊະນະ ແລະ ການເຕີບໃຫຍ່ຂະຫຍາຍຕົວ ໃນແຕ່ລະໄລຍະ ໂດຍສະເພາະໄລຍະດຳເນີນການປະຕິວັດຕໍ່ສູ້ປົດປ່ອຍຊາດ, ໄລຍະປະຕິບັດສອງໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໃນວັນທີ 20 ມັງກອນ 1949 ຢູ່ເຂດທີ່ໝັ້ນຖໍ້າແມ ເຂດລາວຮຸ່ງພຽງສາ ເມືອງຊຽງຄໍ້, ແຂວງຫົວພັນ ສະຫາຍ ໄກສອນ ພົມວິຫານ ໄດ້ປະກາດສ້າງຕັ້ງ “ກອງລາດຊະວົງ” ຂຶ້ນຢ່າງເປັນທາງການ ໂດຍແມ່ນສະຫາຍ ເພັດສະວົງ ເປັນຫົວໜ້າການທະຫານ, ສະຫາຍ ສີສະຫວາດ ແກ້ວບຸນພັນ ເປັນຫົວໜ້າການເມືອງ ແລະ ສະຫາຍ ຄໍາມູນ ເປັນຮອງຜູ້ບັນຊາການ, ໃນມື້ດຽວກັນນັ້ນ, ໂດຍພາຍໃຕ້ການນໍາພາອັນແທດເຖິງ ຂອງພັກກອມມູນິດອິນດູຈີນ ປະຈຳແຄວ້ນລາວ ໄດ້ຈັດຕັ້ງກອງປະຊຸມ ໂດຍເອົາສະຖານທີ່ກອງລາດຊະວົງເປັນບ່ອນປະຊຸມ ແລະ ໄດ້ປະກາດສ້າງຕັ້ງກອງທັບລາວອິດສະຫຼະຢ່າງເປັນທາງການ ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ເປັນຜູ້ບັນຊາໂດຍກົງ, ຖັດຈາກນັ້ນມາ ກໍໄດ້ປະກາດຮັບເອົາບັນດາກອງເອກະລາດອື່ນໆ ເຊັ່ນ: ກອງໄຊຈັກກະພັດ, ກອງຟ້າງຸ່ມ, ກອງປັດໄຈ ແລະ ກອງໄຊເຊດຖາ ໂຮມເຂົ້າເປັນກອງທັບລາວອິດສະ ຫຼະ, ນັບແຕ່ນັ້ນມາ ວັນທີ 20 ມັງກອນ 1949 ຈຶ່ງກາຍເປັນວັນປະຫວັດສາດແຫ່ງການສ້າງຕັ້ງ ກອງທັບປະຊາຊົນລາວ. ກອງທັບປະຊາຊົນລາວໄດ້ຜ່ານຍ່ານແຫ່ງການສ້າງຕັ້ງ, ສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວ ພາຍໃຕ້ການນຳພາອັນປີຊາສາມາດ ສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ກອງທັບປະຊາຊົນລາວ ໄດ້ຜ່ານຜ່າອຸປະສັກນາໆ ປະການ ບໍ່ຈັກວ່າເທົ່າໃດ ແລະ ເຕັມໄປດ້ວຍການເສຍສະຫຼະອັນໃຫຍ່ຫຼວງໃນພາລະກິດຕໍ່ສູ້ປົດປ່ອຍຊາດ ເຮັດສຳເລັດພາລະກິດປະຫວັດສາດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີໄຊ.

ຕະຫຼອດໄລຍະເວລາແຫ່ງການກຳເນີດ, ສູ້ຮົບມີໄຊເຕີບໃຫຍ່ຂະຫຍາຍຕົວ 77 ປີຜ່ານມາ ກອງທັບປະຊາຊົນລາວພວກເຮົາໄດ້ເຮັດສຳເລັດພາລະກິດອັນຍິ່ງໃຫຍ່,ສ້າງຜົນງານດີເດັ່ນ ແລະ ວິລະກຳອັນລໍ້າເລີດ ໄວ້ໃນໜ້າປະຫວັດສາດຢ່າງສົມກຽດ ກອງທັບຍາມໃດກໍນຳໜ້າທຸກວຽກງານ, ເດັດດ່ຽວຜ່ານຜ່າອຸປະສັກ ເຮັດສຳເລັດໜ້າທີ່ ຕີເອົາຊະນະສັດຕູທຸກໂຕ ສົມແລ້ວທີ່ເປັນກຳລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ ເປັນເຄື່ອງມືອັນແຫຼມຄົມຂອງພັກ ແລະ ເປັນກອງທັບວິລະຊົນຂອງຊາດລາວ. ການຈັດພິທີປາຖະກະຖາປີນີ້ພາຍໃຕ້ຄຳຂັວນໂຄສະນາປຸກລະດົມດັ່ງນີ້: 1. ນໍ້າໃຈວັນທີ 20 ມັງກອນ ໝັ້ນຍືນ, 2. ຊົມເຊີຍ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ຢ່າງສຸດໃຈ, 3. ບໍລິສຸດຕໍ່ຊາດຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ ມູນເຊື້ອປະຕິວັດ ສຳເລັດທຸກໜ້າທີ, 4. ທຸກສິ່ງທຸກຢ່າງ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ຈາກນັ້ນ ທ່ານ ແສງເມືອງ ພົມມະວົງ ກຳມະການປະຈຳພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ ຍັງໄດ້ເລົ່າເຖິງ ປະຫວັດຄວາມເປັນມາ, ມູນເຊື້ອຂອງສາທາລະນະລັດກູບາ, ຜົນສໍາເລັດໃນການພັດທະນາປະເທດຊາດຕາມທິດສັງຄົມນິຍົມຂອງກູບາ ລວມເຖິງການພົວພັນຮ່ວມມືລະຫວ່າງລາວ-ກູບາຕື່ມອີກ.
ໂອກາດນີ້, ທອງສີ ອິນຈັກ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ເນັ້ນ ໜັກໃຫ້ບັນທ່ານທຸກທ່ານ ຈົ່ງສືບຕໍ່ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ໃຫ້ສູງຂຶ້ນກວ່າເກົ່າ, ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ, ເຊື່ອມຊຶມບັນດາມະຕິຕ່າງໆ ຂອງພັກ-ລັດ, ຈົ່ງຝຶກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານ ແລະ ຊອກຮູ້ຮໍ່າຮຽນ, ດຸໝັ່ນຂະຫຍັນພຽນ, ເປັນແບບຢ່າງນໍາໜ້າໃຫ້ມະຫາຊົນໃນທຸກຂະບວນການວຽກງານ, ມີຄຸນທາດການເມືອງໜັກແໜ້ນ, ມີແບບແຜນວິທີເຮັດວຽກໃຫ້ທັນສະໄໝ ພ້ອມທັງຍົກສູງຕໍ່ໜ້າທີ່ວຽກງານທີ່ຮັບການມອບໝາຍ ໃຫ້ມີຜົນສໍາເລັດ ເພື່ອພ້ອມກັນປັບປຸງກໍ່ສ້າງກົມກອງ ໃຫ້ມີບາດກ້າວໃໝ່ ແລະ ເຕີບໃຫຍ່ຂະຫຍາຍຕົວຂຶ້ນເປັນກ້າວໆ.
ຂ່າວ-ພາບ: ໄລພອນ ສີສົມພອນ ໂຄສະນາອົບຮົມເມືອງຍອດອູ.