ຄະນະໂຄສະນາອົບຮົມເມືອງບຸນເໜືອ ເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າ
ພິທີເປີດຝຶກອົບຮົມ ໃຫ້ມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກ ພາຍໃນເມືອງບຸນເໜືອ ຂອງ 6 ເດືອນຕົ້ນປີ 2025. ໄດ້ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 25 ມິຖຸນາ 2025 ຄະນະໂຄສະນາອົບຮົມເມືອງບຸນເໜືອ ໄດ້ເປີດພິທີຝຶກອົບຮົມ ໃຫ້ມະຫາຊົນຜູ້ກ້າວໜ້າ ເຊິ່ງມີ 2 ຈຸດຄື: ຈຸດທີ 1 ໜ່ວຍພັກອ້ອມຂ້າງເມືອງ ແລະ ບ້ານເທດສະບານ; ຈຸດທີ 2 ຮາກຖານກຸ່ມນ້ຳລູ.
ໃຫ້ກຽດເປັນປະທານ ແລະ ເຜີຍແຜ່ເອກະສານອົບຮົມ ໂດຍ ສະຫາຍ ບຸນລັງ ຈິດຕະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ. ເຊິ່ງພິທີເປີດຝຶກອົບຮົມໃນທົ່ວເມືອງຄັ້ງນີ້ ລວມມີ 8 ໜ່ວຍພັກ, ເປົ້າໝາຍມະຫາຊົນຜູ້ກ້າວໜ້າ ລວມທັງໝົດ 16 ສະຫາຍ, ຍິງ 7 ສະຫາຍ. ໃນນີ້ມີມະຫາຊົນທີ່ເປັນພະນັກງານລວມ 11 ສະຫາຍ, ຍິງ 4 ສະຫາຍ; ປະຊາຊົນ 5 ສະຫາຍ, ຍິງ 3 ສະຫາຍ.
ມະຫາຊົນຜູ້ກ້າວໜ້າ ໄດ້ເອົາໃຈໃສ່ຄົ້ນຄວ້າ, ເຊື່ອມຊຶມເອກະສານອົບຮົມ ເພື່ອນຳໄປຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີມາດຖານ, ເງື່ອນ ໄຂ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກໄດ້ ແລະ ມອບໃບຢັ້ງຢືນໃຫ້ມະຫາຊົນຜູ້ກ້າວໜ້າ ທີ່ໄດ້ມາເຂົ້າຮ່ວມເຊື່ອມຊຶມເອກະສານໃນຄັ້ງນີ້ຈົນສຳເລັດ.