Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131
ຄະນະໂຄສະນາອົບຮົມເມືອງບຸນໃຕ້ ປະກາດມອບໂອນວຽກງານສື່ມວນຊົນ ແລະ ບຸກຄະລາກອນ ຂອງຫ້ອງການຖະແຫຼ່ງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວເມືອງ ໄປຂຶ້ນກັບຄະນະໂຄສະນາອົບຮົມເມືອງ -

ຄະນະໂຄສະນາອົບຮົມເມືອງບຸນໃຕ້ ປະກາດມອບໂອນວຽກງານສື່ມວນຊົນ ແລະ ບຸກຄະລາກອນ ຂອງຫ້ອງການຖະແຫຼ່ງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວເມືອງ ໄປຂຶ້ນກັບຄະນະໂຄສະນາອົບຮົມເມືອງ

ຄະນະໂຄສະນາອົບຮົມເມືອງບຸນໃຕ້ປະກາດມອບໂອນວຽກງານສື່ມວນຊົນ ແລະ ບຸກຄະລາກອນ

ຂອງຫ້ອງການຖະແຫຼ່ງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວເມືອງ ໄປຂຶ້ນກັບຄະນະໂຄສະນາອົບຮົມເມືອງ

     ໃນຕອນເຊົ້າວັນທີ 03 ພະຈິກ 2025 ນີ້. ຄະນະໂຄສະນາອົບຮົມເມືອງບຸນໃຕ້ ໄດ້ຈັດພິທີ ປະກາດມອບໂອນວຽກງານສື່ມວນຊົນ ແລະ ບຸກຄະລາກອນ ຂອງຫ້ອງການຖະແຫຼ່ງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວເມືອງ ໄປຂຶ້ນກັບຄະນະໂຄສະນາອົບຮົມເມືອງ ພ້ອມປະກາດກົງຈັກການຈັດຕັ້ງຂອງຄະນະໂຄສະນາອົບຮົມເມືອງຂຶ້ນຢ່າງເປັນທາງການ. ໂດຍການເປັນປະທານ ຂອງ ທ່ານ ອຸ່ນແປງ ທຳມະໂນໄຊ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດ, ຫົວໜ້າຄະນະປັບປຸງກົງຈັກຂັ້ນເມືອງ. ມີທ່ານ ບຸນສຸລີ ໂລມາ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍທີມງານ, ມີຄະນະປັບປຸງກົງຈັກຂັ້ນເມືອງ, ພ້ອມດ້ວຍພະນັກງານຫ້ອງການຖະແຫຼ່ງຂ່າວ-ວັດທະນະທຳ ແລະທ່ອງທ່ຽວ ແລະ ຄະນະໂຄສະນາອົບຮົມເມືອງເຂົ້າຮ່ວມທັງໝົດ 21 ທ່ານ, ຍິງ 07 ທ່ານ.

ໃນພິທີ ທ່ານ ບຸນລອດ ພັນທະວົງ ຮັກສາການຫົວໜ້າຫ້ອງການຖະແຫຼ່ງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວໄດ້ຜ່ານບົດລາຍງານໂດຍຫຍໍ້ກ່ຽວກັບລະບົບກົງຈັກການຈັດຕັ້ງ ແລະ ການຈັດຕັ້ງປະຕິບັດວຽກງານວິຊາສະເພາະຮອບດ້ານໃນໄລຍະຜ່ານມາ ພ້ອມວາງທິດທາງແຜນການໃນຕໍ່ໜ້າ. ພ້ອມນັ້ນຍັງໄດ້ຜ່ານບົດບັນທຶກມອບຮັບວຽກງານສື່ມວນຊົນ ແລະ ອຸປະກອນຮັບໃຊ້ໄປຂຶ້ນກັບຄະນະໂຄສະນາອົບຮົມເມືອງ; ຄະນະດຽວກັນນັ້ນທ່ານ ນາງ ເພັດມະນີ ຈິດດາພອນ ຮັກສາການຫົວໜ້າຄະນະໂຄສະນາອົບຮົມເມືອງກໍໄດ້ຜ່ານບົດລາຍງານຫຍໍ້ຂອງຄະນະໂຄສະນາອົບຮົມ; ຈາກນັ້ນ,ທ່ານ ຄຳພັນ ຈັນປະເສີດ ຮອງຫົວໜ້າຄະນະຈັດຕັ້ງເມືອງໄດ້ຜ່ານມະຕິຂອງຄະນະປະຈຳພັກເມືອງວ່າດ້ວຍການຍຸບ 04 ໜ່ວຍງານ, ເປັນ 03 ໜ່ວຍງານ. ຈາກນັ້ນ ກໍໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຫົວໜ້າໜ່ວຍງານ, ຮອງຫົວໜ້າໜ່ວຍງານ ຂອງຄະນະໂຄສະນາອົບຮົມເມືອງອີກດ້ວຍ.

ໃນຕອນທ້າຍຂອງພິທີ ທ່ານ ອຸ່ນແປງ ທໍາມະໂນໄຊ  ຮອງເລຂາພັກເມືອງ  ປະທານກວດກາພັກ-ລັດເມືອງ ຜູ້ຊີ້ນໍາວຽກງານພັກພະນັກງານ ທັງເປັນຫົວໜ້າຄະນະປັບປຸງກົງຈັກຂັ້ນເມືອງ ໄດ້ມີຄຳເຫັນໂອ້ລົມຕໍ່ພິທີວ່າ ການປັບປຸງກົງຈັກການຈັດຕັ້ງໃນຄັ້ງນີ້ເປັນການປະຕິບັດຕາມແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກ-ລັດ ເພື່ອເຮັດໃຫ້ກົງຈັກລັດມີຄວາມເຂັ້ມແຂງ ແລະ ໜັກແໜ້ນກະທັດຫັດ ເປັນລະບົບເອກະພາບ ແກ້ໄຂຂອດຂັ້ນທີ່ຊ້ຳຊ້ອນ; ພ້ອມກັນນີ້ ຍັງໄດ້ເນັ້ນໜັກໃຫ້ຄະນະພັກ ກໍຄືພະນັກງານທີ່ໄດ້ໂຮມເຂົ້າກັນຈົ່ງມີຄວາມເຂື້ອໝັ້ນຕໍ່ການນຳພາຂອງພັກ, ເຊື່ອມຊຶມແນວທາງການເມືອງໃຫ້ມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ຖືເອົາແນວຄິດຄຸນສົມບັດ, ສິນທຳປະຕິວັດ ແລະ ແບບແຜນການດຳລົງຊີວິດທີ່ປອດໃສຂາວສະອາດ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜນ, ມີຄວາມຫ້າວຫັນໃນການປະຕິບັດໜ້າທີ່ ທີ່ໄດ້ຮັບການມອບໝາຍ ດ້ວຍຄວາມຮັບຜິດຊອບສູງ ແລະມີການປະສານສົມທົບຢ່າງກົມກຽວ ເພື່ອເຮັດໃຫ້ບັນດາວຽກງານໄດ້ສຳເລັດຕາມລະດັບຄາດໝາຍຢ່າງບໍ່ຢຸດຢັ້ງ.

ພາບ: ຂ່າວ ນາງ ບົວມະນີຄຳ ໄຊຍະວົງ

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet