ຄະນະໂຄສະນາອົບຮົມເມືອງ ບຸນໃຕ້
ປາຖະກະຖາ ເລົ່າຄືນມູນເຊື້ອ 02 ວັນປະຫວັດສາດ ປະຈຳເດືອນ ກັນຍາ 2025
ພິທີດັ່ງກ່າວ ໄດ້ຈັດຕອນເຊົ້າຂອງວັນທີ 09 ກັນຍາ 2025 ນີ້ ນະທີ່ສະໂມສອນໃຫຍ່ຂອງເມືອງບຸນໃຕ້ ໂດຍການເປັນປະທານຂອງທ່ານ ອູ່ນແປງ ທຳມະໂນໄຊ ຮອງເລຂາພັກເມືອງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ, ເຂົ້າຮ່ວມໃນພິທີ ມີບັນດາທ່ານ ກຳມະການໃນຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ປະທານ-ຮອງປະທານ ອົງການຈັດຕັ້ງມະຫາຊົນ, ຄະນະພັກ-ຄະນະບັນຊາ ປກສ-ປກຊ, ເລຂານາຍບ້ານ;ສະມຊິກນັກຣົບເກົ່າພາຍໃນເມືອງ; ຕະຫຼອດຮອດພະນັກງານ – ລັດຖະກອນ ອ້ອມຂ້າງເມືອງເຂົ້າຮ່ວມທັງໝົດ 184 ຄົນ, ຍິງ 30 ຄົນ, ສະມາຊິກພັກ 172 ສະຫາຍ, ຍິງ 25 ສະຫາຍ.
ໃນພິທີ ທ່ານ ບຸນສີ ໃຈຍະພົມມາ ປະທານສະຫະພັນນັກຣົບເກົ່າ ໄດ້ຂຶ້ນຜ່ານ ວັນສ້າງສະຫະພັນນັກຣົບເກົ່າແຫ່ງຊາດລາວ ຄົບຮອບ 23 ປີ ( 09 ກັນຍາ 2002 – 09 ກັນຍາ 2025 ) ເຊິ່ງທ່ານໄດ້ເລົ່າຄືນກ່ຽວກັບຄວາມເປັນມາພາຍຫຼັງປົດປ່ອຍປະເທດຊາດຂອງວັນດັ່ງກ່າວ ແຕ່ລະໄລຍະຂອງການປະຕິວັດຊຶ່ງໃນໄລຍະປີ 1976 – 1977 ຂື້ນກັບກະຊ່ວງພາຍໃນ ເຊິ່ງເອີ້ນວ່າ: ກະຊວງພາຍໃນ ນັກຣົບເກົ່າ ແລະ ສະຫວັດດີການສັງຄົມ; ໄລຍະປີ 1977-1986; ແມ່ນປະກອບເຂົ້າຢູ່ຄະນະກຳມະການໃນສະຫວັດດີການສັງຄົມ ແລະນັກນັກຣົບເກົ່າແຫ່ງຊາດລາວ ປີ 1986-1991 ອົງການນັກຣົບເກົ່າຂຶ້ນກັບກະຊວງສາທາລະນະສຸກ ແລະ ສະຫວັດດີການສັງຄົມ; ປີ 1991-2001 ອົງການນັກຣົບເກົ່າແມ່ນຂີື້ນກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ; ໄລຍະໃໝ່ຮອດປີ 2002 ສະຫະພັນນັກຣົບເກົ່າແຫ່ງຊາດລາວໄດ້ຮັບການແຕ່ງຕັ້ງຂຶ້ນຢ່າງເປັນທາງການ ໂດຍກົມການເມືອງສູນກາງພັກໄດ້ອອກມະຕິສະບັບເລກທີ 68/ກມສພ, ລົງວັນທີ 09 ກັນຍາ 2002 ເຖິປະຈຸບັນ.
ຈາກນັ້ນ, ທ່ານ ອູ່ນແປງ ທຳມະໂນໄຊ ຮອງເລຂາພັກເມືອງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ ທັງເປັນປະທານພິທີ ທ່ານໄດ້ກ່າວເຖິງສະພາບແວດລ້ອມຂອງການກຳເນີດ ແລະ ຄວາມໝາຍຄວາມສໍາຄັນ ຈາກນັ້ນທ່ານໄດ້ຂຶ້ນຜ່ານ ວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ ( 02 ກັນຍາ 1945 – 02 ກັນຍາ 2025 ) ຕື່ມອິກ. ໃນພິທີຍັງໄດ້ຜ່ານຂໍ້ຕົກລົງມອບໃບຍ້ອງຍໍຜົນງານ 5 ປີ ຂອງແຂວງ ແລະ ເມືອງ ສະບັບເລກທີ 33/ສນຫລ ລົງວັນທີ 24 ມັງກອນ 2025 ພິທີປາຖະກະຖາ ດັ່ງກ່າວນີ້ໄດ້ໃຊ້ເວລາ 1 ຕອນ ແລະອັດລົງດ້ວຍຜົນສຳເລັດຢ່າງຈົບງາມ.