ຄະນະໂຄສະນາອົບຮົມແຂວງຜົ້ງສາລີ
ເປີດຮຽນເອກະສານສະໜັບສະໜູນຂະຫຍາຍເຂົ້າພັກ ຊຸດ ທີ l ປີ 2025
ພິທີດັ່ງກ່າວໄດ້ຈັດຂື້ນໃນຕອນເຊົ້າຂອງ ວັນທີ 22 ເດືອນ ເມສາ ປີ 2025 ຢູ່ຫ້ອງປະຊຸມ ຂອງຄະນະໂຄສະນາອົບຮົມແຂວງຜົ້ງສາລີ ຊັ້ນທີ 3 ຕຶກສໍານັກງານປົກຄອແຂວງ, ໂດຍການເປັນປະທານ ແລະ ເຜີຍແຜ່ເອກະສານຮຽນສະໜັບສະໜຸນ ຂອງ ສະຫາຍ ນາງ ພອນສະຫວັນ ສັກຕິຄຸນ ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ຜົ້ງສາລີ, ເຂົ້າຮ່ວມໃນພິທີມີຄະນະຮັບຜິດຊອບ ແລະ ມີບັນດາສະຫາຍ ມະຫາຊົນຜູ້ກ້າວໜ້າທີຈະຂະຫຍາຍເຂົ້າພັກປະຊາຊົນ ປະຕິວັດລາວ ທີ່ມາຈາກຄະນະພັກຮາກຖານ, ໜ່ວຍພັກຮາກຖານອ້ອມຂ້າງແຂວງຜົ້ງສາລີ ຈຳນວນ 16 ສະຫາຍ, ຍິງ 7 ສະຫາຍ.
ໃນພິທີ ຄະນະຈັດຕັ້ງພິທີ ໄດ້ສະເໜີຈຸດປະສົງ ແລະ ໄດ້ຜ່ານມາຕີຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການອະນຸມັດເປີດຮຽນສະໜັບ ສະໜູນໃຫ້ມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກ ປະຊາຊົນປະຕິວັດລາວ ສະບັບເລກທີ 95/ຄພຂ,ລົງວັນທີ 13 ມີນາ 2025, ຈາກນັ້ນ ສະຫາຍ ນາງ ພອນສະຫວັນ ສັກຕິຄຸນ ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ, ໄດ້ມີຄຳເຫັນກ່າວເປີດພິທີ ພ້ອມທັງເຜີຍແຜ່ເອກະ ສານ ເປັນຕົ້ນແມ່ນເນື້ອໃນເອກະສານອົບຮົມ ມະຫາຊົນຜູ້ທີ່ຈະສະຫຍາຍເຂົ້າພັກ ມີ 13 ຄຳຖາມ-ຄຳຕອບ ຂອງພັກປະຊາຊົນ ປະຕິວັດລາວ. ທັງນີ້ກໍ່ເພື່ອເຮັດໃຫ້ມະຫາຊົນຜູ້ທີ່ຈະຂຫຍາຍເຂົ້າເປັນສະມາຊິກພັກ ຮັບຮູ້, ເຂົ້າໃຈ ກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ, ເຂົ້າໃຈກ່ຽວກັບມາດຕະຖານ, ເງື່ອນໄຂມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ, ຜົນປະໂຫຍດທີ່ສະມາຊິກພັກໄດ້ຮັບ ແລະ ເມື່ອໄດ້ເຂົ້າເປັນສະມາຊິກພັກ ປະຊາຊົນປະຕິວັດລາວແລ້ວ ຈະປົກປ້ອງບົດບາດ, ກຽດສັກສີຂອງພັກຄືແນວໃດ, ບົນພື້ນຖານຄວາມຮັບຮູ້ເຂົ້າໃຈດັ່ງກ່າວ ເຮັດໃຫ້ມະຫາຊົນທີ່ຈະເຂົ້າເປັນສະມາຊິກພັກ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີມາດຕະຖານ, ເງື່ອນໄຂຄົບຖວ້ນ ແລະ ມີຄວາມຕື່ນຕົວສະໝັກໃຈ ເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວ ເພື່ອເພີ່ມກຳລັງແຮງສູ້ຮົບໃຫ້ແກ່ພັກນັບມື້ນັບຫຼາຍຂຶ້ນ.