Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131
ຄະນະໂຄສະນາອົບຮົມແຂວງຜົ້ງສາລີ ເປີດຮຽນເອກະສານສະໜັບສະໜູນເປົ້າໝາຍ ຂະຫຍາຍເຂົ້າພັກ ຊຸດທີ I ປະຈຳປີ 2026 -

ຄະນະໂຄສະນາອົບຮົມແຂວງຜົ້ງສາລີ ເປີດຮຽນເອກະສານສະໜັບສະໜູນເປົ້າໝາຍ ຂະຫຍາຍເຂົ້າພັກ ຊຸດທີ I ປະຈຳປີ 2026

ຄະນະໂຄສະນາອົບຮົມແຂວງຜົ້ງສາລີ ເປີດຮຽນເອກະສານສະໜັບສະໜູນເປົ້າໝາຍ ຂະຫຍາຍເຂົ້າພັກ ຊຸດທີ I ປະຈຳປີ 2026

     ຕອນເຊົ້າຂອງ ວັນທີ 27 ມີນາ 2026 ທີ່ຜ່ານມານີ້ ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີເປີດຮຽນເອກະສານສະໜັບສະໜູນມະຫາຊົນກ້າວໜ້າ ເພື່ອຂະຫຍາຍເຂົ້າພັກ ຊຸດທີ I ປະຈຳປີ 2026 ໂດຍການເປັນ ປະທານ ຂອງສະຫາຍ ບຸນສຸລີ ໂລມາ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາຮົບຮົມແຂວງ, ມີບັນດາ ມະຫາຊົນກ້າວໜ້າ ເປົ້າໝາຍຂະຫຍາຍເຂົ້າພັກອ້ອມຂ້າງແຂວງ ເຂົ້າຮ່ວມ 22 ສະຫາຍ, ຍິງ 11 ສະຫາຍ.
     ໃນພິທີ ສະຫາຍ ສົມຕຸ້ຍ ສຸວັນນະຄຳ ຄະນະພັກ, ຫົວໜ້າຂະແໜງອົບຮົມ, ໄດ້ຜ່ານມະຕິຕົກລົງ ວ່າດ້ວຍການອະນຸມັດເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ.
     ຈາກນັ້ນຂອງສະຫາຍ ບຸນສຸລີ ໂລມາ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາຮົບຮົມແຂວງ, ໄດ້ກ່າວເປີດພິທີ ພ້ອມທັງ ເຜີຍແຜ່ເນື້ອໃນເອກສະສານຮຽນສະໜັບສະໜູນ ການຮຽນສະໜັບສະໜູນ ໃນຄັ້ງນີ້ ເພື່ອເຮັດໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດ ແທ້ຂອງພັກປະຊາຊົນປະຕິວັດລາວ; ເຂົ້າໃຈກ່ຽວກັບມາດຕະຖານ, ເງື່ອນ ໄຂມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ, ຜົນປະໂຫຍດທີ່ສະມາຊິກ ພັກໄດ້ຮັບ ແລະ ເມື່ອໄດ້ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ແລ້ວ ຈະປົກປ້ອງບົດບາດ, ກຽດສັກສີຂອງພັກໃນພື້ນຖານຄວາມຮັບຮູ້, ເຂົ້າໃຈດັ່ງກ່າວ ເຮັດໃຫ້ມະຫາຊົນຜູ້ ທີ່ຈະເຂົ້າເປັນສະມາຊິກພັກ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີມາດຕະ ຖານ, ເງື່ອນໄຂຄົບຖ້ວນ ແລະ ມີຄວາມຕື່ນຕົວສະໝັກໃຈເຂົ້າເປັນສະມາ ຊິກພັກປະຊາຊົນປະຕິວັດລາວ ເພື່ອເພີ່ມກໍາລັງແຮງສູ້ຮົບໃຫ້ແກ່ພັກນັບມື້ ຫຼາຍຂຶ້ນ ນອກນີ້ມະຫາຊົນ ຜູ້ຈະຂະຫຍາຍເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວ ພ້ອມນັ້ນ ຍັງໄດ້ຮັບຮູ້ ເນື້ອໃນ 13 ຄໍາຖາມ, 13 ຄໍາຕອບອີກ.
ພາບ-ຂ່າວ: ແກ້ວສະຫ່ວາງ ໄຊຍະເງີນ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet